ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຝຶກອົບຮົມພາກພື້ນ ກ່ຽວກັບ ການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຮ່ວມມື ແລະ ພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະ ອະນຸສັນຍາທີ່ກ່ຽວຂ້ອງ

 

 

LawSemina3

LawSemina4

LawSemina1

 

ໃນລະຫວ່າງວັນທີ 29-30 ພະຈິກ 2022, ກະຊວງການຕ່າງປະເທດ (ກົມສົນທິສັນຍາ ແລະ ກົດໝາຍ) ພາຍໃຕ້ການສະໜັບສະໜູນຈາກກອງທຶນພິເສດການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຈັດກອງປະຊຸມຝຶກອົບຮົມພາກພື້ນ ກ່ຽວກັບ ການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຮ່ວມມື ແລະ ພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ວ່າດ້ວຍ ການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະ ອະນຸສັນຍາທີ່ກ່ຽວຂ້ອງໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງບັນດາແຂວງພາກກາງ ແລະ ພາກໃຕ້, ທີ່ ນະຄອນ ປາກເຊ, ແຂວງຈຳປາສັກ, ພາຍໃຕ້ການເປັນປະທານກອງປະຊຸມໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດານັກວິທະຍາກອນຈາກສູນກາງທີ່ມາຈາກ ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ຜູ້ຕາງໜ້າຈາກ ຣາຊະອານາຈັກ ກຳປູເຈຍ ແລະ ສສ ຫວຽດນາມ ເຂົ້າຮ່ວມ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 90 ທ່ານ (ຍິງ 10 ທ່ານ).

 

ຈຸດປະສົງຂອງກອງປະຊຸມຝືກອົບຮົມໃນຄັ້ງນີ້ ແມ່ນເພື່ອແລກປ່ຽນຄຳຄິດເຫັນ ແລະ ບົດຮຽນ ພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ລວມທັງການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດໝາຍ ລະຫວ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ນອກຈາກນັ້ນ, ຍັງເປັນການສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເສີມຂະຫຍາຍການຮ່ວມມືທີ່ດີກັບບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພາຍໃຕ້ສົນທິສັນຍາທີ່ໄດ້ເປັນພາຄີຮ່ວມກັນ ແລະ ເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ສປປ ລາວ ໃນການຮ່ວມມືກັບປະເທດອ້ອມຂ້າງໃນວຽກງານການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ໄດ້ຮັບປະຜົນໂຫຍດຮ່ວມກັນ.

 

ກອງປະຊຸມຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນເປັນຄັ້ງທີ 02 ພາຍຫຼັງໄດ້ຈັດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງສູນກາງ ແລະ ແຂວງ ພາກເໜືອ ໃນລະຫວ່າງ 12-13 ຕຸລາ 2022 ຜ່ານມາ, ທີ່ ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485995
ມື້ນີ້126
ມື້ວານ168
ອາທິດນີ້1031
ເດືອນນີ້5300