ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາວິຊາການ ພາຍໃຕ້ຫົວຂໍ້ “ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ແລະ ແນວທາງການຕ່າງປະເທດຂອງ ສປ ຈີນ ໃນຕໍ່ໜ້າ: ກາລະໂອກາດ ແລະ ສິ່ງທ້າທາຍໃນການພົວພັນຮ່ວມມືຂອງພາກພື້ນ ແລະ ສາກົນ”

         

                 

20221212 IFA 1

20221212 IFA 2

20221212 IFA 3

20221212 IFA 4

 

                      

ໃນຕອນເຊົ້າຂອງ ວັນທີ 12 ທັນວາ 2022, ສະຖາບັນການຕ່າງປະເທດ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາວິຊາການ, ໃນຫົວຂໍ້: “ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ແລະ ແນວທາງການຕ່າງປະເທດຂອງ ສປ ຈີນ ໃນຕໍ່ໜ້າ: ກາລະໂອກາດ ແລະ ສິ່ງທ້າທາຍໃນການພົວພັນຮ່ວມມືຂອງພາກພື້ນ ແລະ ສາກົນ” ໂດຍໃຫ້ກຽດເປັນປະທານກ່າວເປີດພິທີຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ໃຫ້ກຽດບັນຍາຍຂອງ ທ່ານ ສຽງ ຟ້າງ ຊຽງ (Xiang fang qiang), ອຸປະທູດ ແຫ່ງ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ໃນຄາບເຊົ້າ. ພ້ອມກັນນີ້, ກອງປະຊຸມ ໄດ້ສືບຕໍ່ດໍາເນີນໃນຄາບບ່າຍ ເຊິ່ງເປັນກອງປະຊຸມສໍາມະນາແລກປ່ຽນດ້ານວິຊາການ ໂດຍມີ  ທ່ານທູດ ສົມດີ ບຸນຄຸ້ມ ແລະ ທ່ານທູດ ພອນທະວີ ບຸດດາລາ ເປັນວິທະຍາກອນ. ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ, ເປັນຜູ້ດໍາເນີນກອງປະຊຸມ ແລະ ມີທ່ານທູດ ອາວຸໂສ ຈາກສະໂມສອນນັກການທູດລາວ, ຄະນະກົມ ແລະ ວິຊາການ ຈາກພາຍໃນກະຊວງການຕ່າງປະເທດ, ພ້ອມດ້ວຍພາກສ່ວນພາຍນອກຈາກ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນການເມືອງການປົກຄອງແຫ່ງຊາດ ແລະ ຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງອ້ອມຂ້າງສູນກາງ, ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນອື່ນໆເຂົ້າຮ່ວມ ລວມຈໍານວນທັງໝົດ 120 ທ່ານ.

        

ການຈັດກອງປະຊຸມສຳມະນາວິຊາການຄັ້ງນີ້ ແມ່ນເພື່ອເປັນການຮັບຟັງການເຜີຍແຜ່ຜົນສໍາເລັດຂອງ ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XX  ຂອງ ພັກຄອມມູນິດຈີນ ທີ່ໄດ້ປິດສາກລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນກາງເດືອນຕຸລາ 2022 ໂດຍໄດ້ຍົກໃຫ້ເຫັນຜົນງານ ແລະ ຜົນສໍາເລັດອັນຍິ່ງໃຫຍ່ ພາຍໃຕ້ການຊີ້ນໍາ-ນໍາພາ ອັນສະຫຼາດສ່ອງໄສຂອງ ພັກກອມມູນິດຈີນ ຕະຫຼອດໄລຍະຜ່ານມາ, ທັງໄດ້ລົງເລິກແນວທາງການຕ່າງປະເທດຂອງ ສປ ຈີນ ທີ່ເປັນຕົວແທນໃຫ່ແກ່ ລະບອບການເມືອງສັງຄົມນິຍົມ ໃນການຫັນເອົາໂອກາດ ເພື່ອສົ່ງເສີມການພົວພັນຮ່ວມມື ພາກພື້ນ ແລະ ສາກົນ ກໍຄື ການຮັບມືກັບສິ່ງທ້າທາຍນາໆປະການໃນຕໍ່ໜ້າ. ພ້ອມນີ້ຍັງເປັນເວທີແລກປ່ຽນທັດສະນະຮ່ວມກັນ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ຂະແໜງການພົວພັນຕ່າງປະເທດ, ອ້ອມຂ້າງສູນກາງ ແລະ ການສຶກສາຂອງລາວ ເຮັດໃຫ້ສາມາດຮັບຮູ້ເຖິງນະໂຍບາຍການຕ່າງປະເທດ ຂອງ ສປ ຈີນ ໃນອີກ 5 ປີຕໍ່ໜ້າ ແລະ ທ່າອ່ຽງການພົວພັນຮ່ວມມືຂອງຈີນ ຕໍ່ພາກພື້ນ ແລະ ສາກົນ ກໍຄື ສປປ ລາວ.

   

ກອງປະຊຸມດັ່ງກ່າວ ເປັນກິດຈະກໍາໜຶ່ງຂອງ ສະໂມສອນນັກການທູດລາວ ເພື່ອຕ້ອງການສືບຕໍ່ຮັດແໜ້ນ ທັງເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ແລະ ການພົວພັນທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສປ ຈີນ. ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນຢໍ້າໃຫ້ເຫັນເຖິງການນໍາພາອັນມີພິບໄຫວຂອງຜູ້ນໍາຈີນ ໃນແຕ່ລະຮຸ້ນ ແຕ່ລະສະໄໝ ທີ່ຮັກສາໄດ້ແນວທາງຂອງພັກຄອມມູນິດຈີນ ທີ່ມີລັກສະນະພິເສດຂອງ ສປ ຈີນ. ໂດຍສະເພາະ ໄດ້ຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX, ພາຍໃຕ້ການຊີ້ນໍາ-ນໍາພາຂອງ ທ່ານ ສີ ຈິ້ນຜິງ, ເຊິ່ງເຮັດໃຫ້ປະເທດຈີນ ໄດ້ຮັບການພັດທະນາຢ່າງຮອບດ້ານ ທັງພາຍໃນ ແລະ ຕ່າງປະເທດ. ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈ ປະທານ ສີ ຈິ້ນຜິງ ເຮັດໃຫ້ສາມາດສືບຕໍ່ດໍາລົງຕໍາແໜ່ງປະທານປະເທດ ເປັນສະໄໝທີ 3, ເພື່ອຈະໄດ້ນໍາພາປະເທດ ສປ ຈີນ ບັນລຸເປົ້າ     ໝາຍສະຫັດສະວັດອີກ 100 ປີ ທີ່ 2 ຂອງຕົນ. ພ້ອມດຽວກັນນີ້, ຕະຫຼອດໄລຍະ 61 ປີ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ທີ່ມີທັງການພົວພັນຮ່ວມມືທີ່ດີຮອບດ້ານ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງສະໜິດແໜ້ນຕະຫຼອດມາ, ເຮັດໃຫ້ ສປປ ລາວ ແລະ ສປ ຈີນ ກາຍເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ເພື່ອພ້ອມກັນປົກປັກຮັກສາລະບອບການເມືອງສັງຄົມນິຍົມ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ຢ່າງບໍ່ຢູດຢັ້ງ. ນອກຈາກນີ້, ການເຕີບໃຫຍ່ຂະຫຍາຍຕົວຂອງ ສປ ຈີນ ຈະເປັນບົດຮຽນອັນລໍ້າຄ່າ ໃຫ້ແກ່ ສປປ ລາວ ໃນການນໍາພາເອົາປະເທດຊາດຂອງຕົນ ໃຫ້ມີການພັດທະນາ ພາຍໃນພາກພື້ນ ແລະ ສາກົນ ຢ່າງເປັນກ້າວໆໄປ.

           

ກອງປະຊຸມ ໄດ້ດໍາເນີນໄປເປັນເວລາ 01 ວັນເຕັມ, ພາຍໃຕ້ການດໍາເນີນກອງປະຊຸມຂອງ ທ່ານ ໄມ ໄຊຍະ ວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ, ເຊິ່ງໃນຕອນທ້າຍ ທ່ານ ໄມ ໄຊຍະວົງສ໌ ຍັງໄດ້ຕີລາຄາຜົນກອງປະຊຸມໃນຄັ້ງນີ້ ແມ່ນເປັນກອງປະຊຸມວິຊາການທີ່ມີຄວາມໝາຍສໍາຄັນ ໃນການພົວພັນຮ່ວມມື ລະຫວ່າງ ລາວ-ຈີນ ໃນຕໍ່ໜ້າ ທີ່ຈະມີທັງການລະໂອກາດ ແລະ ສິ່ງທ້າທາຍນາໆປະການ ທ່າມກາງການຜັນແປຢ່າງໄວວາຂອງສະພາບການໂລກ ໃນປັດຈຸບັນ. ການເຜີຍແຜ່ຜົນສໍາເລັດຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງ ສປ ຈີນ ໃນຄັ້ງນີ້, ຍັງເປັນການແລກປ່ຽນບົດຮຽນທີ່ສໍາຄັນ, ລົງເລິກວິເຄາະ-ວິໄຈແນວທາງການຕ່າງປະເທດ ຂອງ ສປ ຈີນ ຕໍ່ພາກພື້ນ ແລະ ສາກົນ ຢ່າງມີສີສັນ ແລະ ຫຼາກຫຼາຍຮູບແບບຈາກຂະແໜງການຕ່າງໆອ້ອມຂ້າງສູນກາງຂອງລາວ. ພ້ອມນີ້, ທ່ານ ຍັງສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ຜູ້ບັນຍາຍ ຈາກ ສະຖານທູດຈີນ ປະຈໍາລາວ ແລະ ວິທະຍາກອນ ລາວ ແລະ ນັກສໍາມະນາກອນທຸກໆທ່ານ ທີ່ໄດ້ເອົາໃຈໃສ່ແລກປ່ຽນບົດຮຽນ ແລະ ປະສົບການທີ່ຫຼາກຫຼາຍອັນເປັນປະໂຫຍດ ເພື່ອເປັນບົດຮຽນ ແລະ ບ່ອນອີງອັນສໍາຄັນໃນການຄົ້ນຄວ້າດ້ານການພົວພັນຮ່ວມມື ລາວ-ຈີນ ຕໍ່ໆໄປໃນອະນາຄົດ ໃຫ້ສາມາດເກີດດອກອອກຜົນ, ທັງຮັບປະກັນທາງດ້ານຄຸນນະພາບ ແລະ ຜົນປະໂຫຍດມາສູ່ປະເທດຊາດ.

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486592
ມື້ນີ້146
ມື້ວານ142
ອາທິດນີ້254
ເດືອນນີ້5897