ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະມາຄົມກ໊ອຟພີ່ນ້ອງເຊື້ອຊາດລາວຈາກ ລັດມິນນິໂຊຕ້າ ແລະ ລັດວິສຄອນຊິນ, ສ.ອາເມຣິກາ ເຄື່ອນໄຫວຢ້ຽມຢາມ ແລະ ແຂ່ງຂັນກິລາກ໊ອຟມິດຕະພາບ ຢູ່ ສປປ ລາວ

 

Lao USA visit 2

Lao USA visit 9

Lao USA visit 5

Lao USA visit 6

Lao USA visit 8

Lao USA visit 7

810 7722

810 7782

ໃນລະຫວ່າງວັນທີ 05-15 ທັນວາ 2022, ສະມາຄົມກ໊ອຟພີ່ນ້ອງເຊື້ອຊາດລາວຈາກ ລັດມິນນິໂຊຕ້າ ແລະ ລັດວິສຄອນຊິນ, ສ.ອາເມຣິກາ ຈໍານວນ 37 ທ່ານ, ຍິງ 14 ທ່ານ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ແຂ່ງຂັນກິລາກ໊ອຟມິດຕະພາບຢູ່ ສປປ ລາວ.

 

ພິທີເປີດການແຂ່ງຂັນກິລາກ໊ອຟມິດຕະພາບ ລະຫວ່າງ ກະຊວງການຕ່າງປະເທດ, ນັກກິລາກ໊ອຟລາວ ແລະ ສະມາຄົມກ໊ອຟພີ່ນ້ອງເຊື້ອຊາດລາວຈາກ ລັດມິນນິໂຊຕ້າ ແລະ ລັດວິສຄອນຊິນ, ສ.ອາເມຣິກາ ໄດ້ຈັດຂຶ້ນໃນວັນທີ 07 ທັນວາ 2022, ທີ່ສະໜາມກ໊ອຟເລກວີວ, ນະຄອນຫຼວງວຽຈັນ, ເຊິ່ງໃຫ້ກຽດກ່າວເປີດພິທີການແຂ່ງຂັນໂດຍ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ ພ້ອມດ້ວຍພະນັກງານພາຍໃນກະຊວງການຕ່າງປະເທດ, ນັກກິລາກ໊ອຟລາວ ແລະ ສະມາຄົມກ໊ອຟດັ່ງກ່າວເຂົ້າຮ່ວມທັງໝົດຫຼາຍກວ່າ 60 ທ່ານ, ເຊິ່ງການແຂ່ງຂັນດັ່ງກ່າວໄດ້ໃຊ້ເວລາຢູ່ 02 ວັນຄື: ວັນທີ 07 ແລະ 09 ທັນວາ 2022.

 

ໃນພິທີດັ່ງກ່າວ, ທ່ານ ບຸນທະວີ ວິລະວົງ, ຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຍັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຈັດງານແຂ່ງຂັນກ໊ອຟມິດຕະພາບໃນຄັ້ງນີ້ ແມ່ນແນໃສ່ເພື່ອສ້າງຄວາມສາມັກຄີຮັກແພງ ລະຫວ່າງ ກະຊວງການຕ່າງປະເທດ, ນັກກິລາກ໊ອຟລາວ ແລະ ສະມາຄົມກ໊ອຟພີ່ນ້ອງເຊື້ອຊາດລາວຈາກ ລັດມິນນິໂຊຕ້າ ແລະ ລັດວິສຄອນຊິນ,  ສ.ອາເມຣິກາ, ລວມທັງເປັນການຕ້ອນຮັບພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ທີ່ກັບມາຢ້ຽມຢາມບ້ານເກີດເມືອງນອນ, ຍາດຕິພີ່ນ້ອງ ແລະ ທ່ອງທ່ຽວ ພາຍຫຼັງປິດປະເທດມາໄດ້ສອງປີ ຍ້ອນການລະບາດຂອງພະຍາດໂຄວິດ-19. ພ້ອມດຽວກັນນີ້, ກໍເພື່ອເປັນການສ້າງຄວາມສາມັກຄີຮັກແພງ ແລະ ໄມຕີຈິດມິດຕະພາບອັນດີງາມ ລະຫວ່າງ ພີ່ນ້ອງຊາວລາວຢູ່ພາຍໃນ ແລະ ຕ່າງປະເທດ.

 

ນອກຈາກການແຂ່ງຂັນກິລາກ໊ອຟມິດຕະພາບແລ້ວ, ສະມາຄົມດັ່ງກ່າວຍັງໄດ້ເຂົ້າຢ້ຽມຂໍ່ານັບບັນດາການນໍາຂັ້ນສູງຂອງ ສປປ ລາວ ເຊັ່ນ: ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານຮອງປະທານສູນກາງແນວລາວສ້າງຊາດ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ແລະ ທ່ານຮອງປະທານກໍາມາທິການບັນດາເຜົ່າ ສະພາແຫ່ງຊາດ. ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້, ບັນດາການນໍາຂອງ ສປປ ລາວ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ໄດ້ແຈ້ງໃຫ້ສະມາຄົມກ໊ອຟດັ່ງກ່າວຊາບ ກ່ຽວກັບທັດສະນະຂອງພັກ-ລັດເຮົາ ທີ່ມີຕໍ່ຄົນເຊື້ອຊາດລາວຢູ່ຕ່າງປະເທດ ໂດຍສະເພາະການປະຕິບັດນະໂຍບາຍ ແລະ ນິຕິກໍາຕ່າງໆ ເຊັ່ນ: ນະໂຍບາຍ ກ່ຽວກັບ ການໃຫ້ວີຊາ, ການຂໍຢູ່ ສປປ ລາວ ຖາວອນ, ການແຕ່ງດອງ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ແຈ້ງໃຫ້ຊາບສະພາບຂອງການສ້າງສາພັດທະນາປະເທດຊາດຂອງພວກເຮົາ. ພ້ອມດຽວກັນນັ້ນ, ຍັງໄດ້ສະເໜີໃຫ້ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຈົ່ງເພີ່ມທະວີຄວາມສາມັກຄີຮັກແພງກັນໃຫ້ເປັນປຶກແຜ່ນ, ເປັນກ້ອນກໍາລັງໜຶ່ງທີ່ສໍາຄັນໃນວົງຄະນະຍາດແຫ່ງຊາດ ແລະ ສືບຕໍ່ສ້າງຄວາມສາມັກຄີຮັກແພງກັບພີ່ນ້ອງຊາວລາວຢູ່ພາຍໃນປະເທດ ໂດຍຜ່ານກິດຈະກໍາຕ່າງໆ ເຊັ່ນ: ການມາທ່ອງທ່ຽວ, ມາຮ່ວມບຸນປະເພນີ, ຈັດກິດຈະກໍາກິລາ, ດໍາເນີນທຸລະກິດ ຫຼື ດ້ານອື່ນໆ ແນໃສ່ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດຕາມເງື່ອນໄຂຕົວຈິງ, ຊຸກຍູ້ສົ່ງເສີມໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດ ດໍາລົງຊີວິດຢ່າງຖືກຕ້ອງຕາມລະບຽບກົດໝາຍຂອງປະເທດທີ່ຕົນອາໄສຢູ່, ຮັກສາເອກະລັກຮີດຄອງປະເພນີອັນດີງາມຂອງຊາດລາວໄວ້ ເພື່ອຖ່າຍທອດໃຫ້ລູກຫຼານຜູ້ເກີດໃໝ່ໃຫຍ່ລຸນໄດ້ສືບທອດ ລວມທັງເຜີຍແຜ່ໃຫ້ຊາວຕ່າງປະເທດໄດ້ຮັບຮູ້.

 

ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ສະມາຄົມກ໊ອຟດັ່ງກ່າວຍັງໄດ້ເດີນທາງໄປມອບເງິນຈໍານວນໜຶ່ງໃຫ້ແກ່ສູນຢ້ຽມຢາມຂໍ້ມູນ-ຂ່າວສານຄົນພິການ (COPE) ແລະ ມອບເຄື່ອງອຸປະ ກອນການສຶກສາຈໍານວນໜຶ່ງໃຫ້ແກ່ນ້ອງນັກຮຽນ, ທີ່ ໂຮງຮຽນປະຖົມສົມບູນ ບ້ານໂພນງາມ 2, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486581
ມື້ນີ້135
ມື້ວານ142
ອາທິດນີ້243
ເດືອນນີ້5886