ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກ ຢູ່ ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ

  

  

20230130 31 DPM Phoxay 1

20230130 31 DPM Phoxay 2

20230130 31 DPM Phoxay 3

20230130 31 DPM Phoxay 4

 

     

ໃນວັນທີ 30-31 ມັງກອນ 2023, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ຈາກກະຊວງການຕ່າງປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ ແລະ ກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ ຕິດຕາມ ແລະ ກວດກາຄວາມພ້ອມໃນການຈັດຕັ້ງປະຕິບັດ ກວດກາ ປະຕູດຽວ, ຄັ້ງດຽວ ຫຼື ຈຸດກວດກາຮ່ວມ ທີ່ ດ່ານສາກົນແດນສະຫວັນລາວ-ບາວ (ທີ່ໄດ້ຢຸດຕິໃນປີ 2021 ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19) ແລະ ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2, ສະຫວັນນະເຂດ-ມຸກດາຫານ. ການປະຕິບັດ ການກວດກາຮ່ວມດັ່ງກ່າວ ແມ່ນເປັນການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນປະຕິບັດງານສໍາລັບປະເທດອະນຸພາກພື້ນລຸ່ມແມ່ນໍ້າຂອງ  ແລວເສດຖະກິດຕາເວັນອອກ-ຕາເວັນຕົກ (East-West Economic Corridor) ແລະ ສັນຍາການສົ່ງຂ້າມແດນຂອງບັນດາປະເທດລຸ່ມແມ່ນໍ້າຂອງ (GMS-CBTA). ການກວດດັ່ງກ່າວ ແມ່ນການເຮັດວຽກຮ່ວມກັນຂອງເຈົ້າໜ້າທີ່ຂອງສອງປະເທດ ໃນການກວດກາສິນຄ້າ ແລະ ບຸກຄົນຂ້າມແດນ ຢູ່ດ່ານຊາຍແດນເບື້ອງໃດເບື້ອງໜຶ່ງ ໂດຍຈະບໍ່ມີການກວດກາຊໍ້າຊ້ອນກັນຢູ່ດ່ານອີກປະເທດໜຶ່ງ, ຊຶ່ງການກວດກາດັ່ງກ່າວ ຈະເປັນການຫຼຸດຜ່ອນໄລຍະເວລາໃນການແຈ້ງເອກະສານເຂົ້າ-ອອກ ແລະ ການກວດກາສິນຄ້າ ເພື່ອອໍານວຍຄວາມສະດວກໃນການໄປມາຂອງປະຊາຊົນ, ຊຸກຍູ້ດ້ານການທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ການຂົນສົ່ງສິນຄ້າຂ້າມແດນ.

         

ໃນໂອກາດດັ່ງກ່າວ ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ຢ້ຽມຢາມສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ ແຂວງສະຫວັນນະເຂດ (ໜອງເຕົ່າ) ທີ່ ບ້ານໂພນສີມ, ນະຄອນໄກສອນພົມວິຫານ ເພື່ອຕິດຕາມການຈັດຕັ້ງປະຕິບັດຜ່ານມາຂອງໂຄງການທີ່ໄດ້ມີການລິເລີ່ມຈັດຕັ້ງປະຕິບັດນັບແຕ່ປີ 2014 ເປັນຕົ້ນມາ, ຊຶ່ງເປັນໂຄງການຮ່ວມມື ລາວ-ໄທ, ພ້ອມກັນນີ້, ກໍຍັງໄດ້ສືບຕໍ່ພົບປະ ແລະ ເຮັດວຽກຮ່ວມກັບ ແຂວງສາລະວັນ, ຊຶ່ງໄດ້ຮັບຟັງການລາຍງານໂດຍຫຍໍ້ ໂດຍ ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງໆ ສາລະວັນ, ກ່ຽວກັບ ສະພາບການຈັດຕັ້ງປະຕິບັດ ແລະ ການປັບປຸງພັດທະນາຂອງແຂວງ, ພ້ອມທັງໄດ້ປຶກສາຫາລື ແລະ ສໍາຫຼວດພື້ນທີ່ຕົວຈິງ ຂອງໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງ ທີ 6 ແລະ ຄວາມພ້ອມໃນການຍົກລະດັບດ່ານທ້ອງຖິ່ນ ປາກຕະພານ, ເມືອງລະຄອນເພັງ, ແຂວງສາລະວັນ ເຊິ່ງກັບດ່ານຖາວອນ ປາກແຊງ, ອໍາເພີນາຕານ, ຈັງຫວັດອຸບົນຣາຊະທານີ ຂອງໄທ ຂຶ້ນເປັນດ່ານສາກົນ, ຊຶ່ງການຍົກລະດັບດ່ານດັ່ງກ່າວ ຈະກາຍເປັນການຊຸກຍູ້ການພັດທະນາທາງດ້ານເສດຖະກິດຂອງແຂວງ ເປັນຕົ້ນແມ່ນການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃນໄລຍະຕໍ່ໜ້າ.

         

ການເດີນທາງໄປເຄື່ອນໄຫວໃນຄັ້ງນີ້ ທ່ານຮອງລັດຖະມົນຕີ ໄດ້ໃຫ້ຄໍາຄິດເຫັນ ແລະ ແນະນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ສຸມໃສ່ການກະກຽມຄວາມພ້ອມດ້ານຕ່າງໆ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ບຸກຄະລາກອນ, ອຸປະກອນການຮັບໃຊ້ວຽກງານ, ນິຕິກໍາຕ່າງໆທີ່ກ່ຽວຂ້ອງ ແລະ ອື່ນໆ ເພື່ອສ້າງຄວາມສະດວກໃນການຈັດຕັ້ງປະຕິບັດ ແລະ ຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ກໍຄືນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ.

   

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486268
ມື້ນີ້184
ມື້ວານ215
ອາທິດນີ້1304
ເດືອນນີ້5573