ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ, ໄລຍະ 03 ເດືອນ, ຊຸດທີ I ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ

20230424 3

 

20230424 3 2

 

20230424 3 3

 

ໃນຕອນເຊົ້າ ຂອງ​ວັນ​ທີ 24 ເມສາ 2023, ສະ​ຖາ​ບັນ​ການ​ຕ່າງປະ​ເທດ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ​ໄດ້​ຈັດ​ພິທີ​ເປີດຊຸດຮຽນທິດ​ສະ​ດີການ​ເມືອງ ຂັ້ນຕົ້ນ, ໄລຍະ 03 ເດືອນ, ຊຸດທີ I ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກຂຶ້ນ. ໃຫ້ກຽດເປັນປະທານຮ່ວມພິທີເປີດ​​ໃນຄັ້ງນີ້ ມີ ທ່ານ ຮສ ພູວົງ  ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ຕິ່ງ ສຸກສັນ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງ​ການ​ຕ່າງປະ​ເທດ. ນອກຈາກນັ້ນ, ຍັງມີຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງ​ການ​ຕ່າງປະ​ເທດ, ຄະນະ​ພົວພັນ​ການ​ຕ່າງປະ​ເທດ​ສູນ​ກາງ​ພັກ, ຄູອາຈານຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະຮັບຜິດຊອບຊຸດຮຽນ ແລະ ບັນດາຜູ້​ເຂົ້າ​ຮ່ວມ​ຮຽນ ທັງໝົດປະມານ 80 ທ່ານ.

 

ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະ​ຖາ​ບັນ​ການ​ຕ່າງປະ​ເທດ ໄດ້ຂຶ້ນລາຍງານ ກ່ຽວກັບ ແຜນການຮຽນ-ການສອນຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ, ປະກອບມີ 07 ກຸ່ມວິຊາຮຽນ, ມີ 55 ບົດ, ເທົ່າກັບ 13 ໜ່ວຍກິດ ໃນນັ້ນ ມີວິຊາຮຽນຄື: ກຸ່ມວິຊາປັດຊະຍາມາກ-ເລນິນ 07 ບົດ, ວິຊາເສດຖະສາດການເມືອງມາກ-ເລນິນ 09 ບົດ, ວິຊາລັດທິສັງຄົມນິຍົມວິທະຍາສາດ 12 ບົດ, ແນວຄິດໄກສອນ ພົມວິຫານ 05 ບົດ, ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ 07 ບົດ, ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ 10 ບົດ, ກຸ່ມວິຊາຫົວຂໍ້ລາຍງານເພີ່ມ 05 ບົດ. ໃນທ້າຍຊຸດຮຽນ, ຜູ້ເຂົ້າຮ່ວມ ຍັງຈະໄດ້ຂຽນບົດເກັບກ່ຽວ ເພື່ອປະເມີນຄວາມເຂົ້າໃຈ ທີ່ມີຄວາມຍາວ 10-15 ໜ້າ ເພື່ອປ້ອງກັນຈົບຂັ້ນ. ຊຸດຮຽນນີ້ນອກຈາກການຮຽນທິດສະດີແລ້ວ, ຜູ້ເຂົ້າຮ່ວມ ຍັງຈະໄດ້ລົງຮາກຖານຂັ້ນເມືອງ ແລະ ບ້ານ ເພື່ອຮຽນຮູ້ຕົວຈິງການຊີ້ນຳ-ນຳພາຂັ້ນຮາກຖານໃນການຜັນຂະຫຍາຍແນວທາງນະໂຍບາຍຕ່າງໆ ຂອງພັກ ກໍຄືແຜນພັດທະນາເສດຖະ ກິດ-ສັງຄົມຂອງລັດ. ນອກນັ້ນ, ຍັງເປັນການເປີດໂອກາດໃຫ້ລົງໃກ້ຊິດຕິດແທດກັບປະຊາຊົນ ກໍຄືອໍານາດການປົກຄອງຂັ້ນບ້ານ ເພື່ອຮັບຟັງ ແລະ ເກັບກຳຂໍ້ມູນ, ຄຳຄິດຄຳເຫັນ ແລະ ບັນຫາຕ່າງໆທີ່ເກີດຂື້ນ ມາຄົ້ນຄວ້າຊອກຫາວິທີແກ້ໄຂ ເພື່ອເຮັດໃຫ້ຮາກຖານມີຄວາມເຂັ້ມແຂງ, ໝັກແໜ້ນ ແລະ ໄດ້ການຮັບການພັດທະນາຕາມແນວທາງຂອງພັກ-ລັດ.  ອີກຄາດໝາຍໜຶ່ງຂອງຊຸດຮຽນນີ້ ແມ່ນການຍົກລະດັບຄວາມເຂົ້າໃຈທີ່ເປັນເອກະພາບທາງດ້ານແນວຄິດ-ທິດສະດີໃຫ້ແກ່ພະນັກງານ, ສະມາຊິກພັກ ມີຄວາມເຊື່ອໝັ້ນ, ຫຼັກແໜ້ນທາງດ້ານທິດສະດີ, ອຸດົມການຂອງພັກ ແລະ ມີຄຸນທາດການເມືອງ, ສິນທຳປະຕິວັດ ແລະ ຮູ້​ໝູນ​ໃຊ້ທິດສະດີຢ່າງປະດິດສ້າງ ​ເຂົ້າ​ໃນ​ໜ້າ​ທີ່​ວຽກ​ງານຂອງ​ຕົນ ​ສ້າງບາດກ້າວໃນການບຸກທະລຸທາງດ້ານຈິນຕະນາການອັນໃໝ່, ສ້າງແນວຄວາມຄິດໃຫ້ເປັນລະບົບ, ​ມີ​ຄວາມ​ເປັນ​ເອກະ​ພາບ​ຕໍ່​ແນວທາງ​ນະ​ໂຍບາຍຂອງ​ພັກ, ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ​ທັງ​ພາຍ​ໃນ ​ແລະ ​ພາຍ​ນອກ, ​ເຮັດ​ວຽກ​ມີແບບ​ແຜນ, ມີ​ຫຼັກການ ​ແລະ ​ເບິ່ງບັນຫາແບບສັດຈະ​ວິພາກ, ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ການ​ເມືອງຂອງ​ພັກ​ໃຫ້​ບັນລຸ​ຜົນ​ເປັນ​ຈິງ.

 

ໃນພິທີດັ່ງກ່າວ, ທ່ານ ຕິ່ງ ສຸກສັນ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະ ເທດ ປະທານ​ພິທີ ໄດ້​​ໃຫ້​ຄຳ​ເຫັນໂອ້ລົມ ແລະ ກ່າວເປີດຊຸດຮຽນ ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນຂອງການຈັດຊຸດຮຽນນີ້ ເພື່ອຍົກສູງສະຕິຄວາມຮັບຜິດຊອບໃຫ້ໜັກແໜ້ນຕື່ມ, ບົນພື້ນຖານການຮຽນຮູ້ບັນດາຫຼັກມູນຂອງທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ແນວທາງນະໂຍບາຍຂອງພັກ ຢ່າງເປັນລະບົບ ເປັນວິທີໜຶ່ງໃນການສ້າງພູມຄຸ້ມກັນໃຫ້ແກ່ສະມາຊິກພັກ-ພະນັກງານ ໃຫ້ມີຄວາມອຸ່ນອ່ຽນ ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ກໍຄືອຸດົມການສັງຄົມນິຍົມຢ່າງສະເໜີຕົ້ນສະເໜີປາຍ.  ການເຮັດແນວນີ້ ຈຶ່ງສາມາດສະກັດກັ້ນ, ຕີຖອຍປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນພາຍໃນຖັນແຖວສະມາຊິກພັກໄດ້. ນອກນັ້ນ, ທ່ານ ຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຊຸດຮຽນ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນທັງທິດສະດີ ໂດຍສົມທຽບໃສ່ພຶດຕິກຳຕົວຈິງ, ຮຽນແລ້ວ ຕ້ອງຮູ້ໜູນໃຊ້ຢ່າງປະດິດສ້າງ, ມີວິທະຍາສາດ ເຂົ້າໃສ່ວຽກງານຕົວຈິງ.   ໃນໂອກາດນີ້, ທ່ານປະທານພິທີ ຍັງ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ ​ຕໍ່​ຄະນະ​ຮັບຜິດຊອບ​ຊຸດ​ຮຽນ ກໍ​ຄື ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ, ກົມຈັດຕັ້ງ ແລະ ພະນັກງານ ພ້ອມ​ດ້ວຍ​ຄູ​ອາຈານທີ່ມາຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ເອົາໃຈໃສ່ໃນການກະກຽມຈັດຊຸດຮຽນນີ້ ຈົນສາມາດຈັດຕັ້ງຂື້ນໄດ້ຢ່າງເປັນຮູບປະທຳ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488397
ມື້ນີ້3
ມື້ວານ191
ອາທິດນີ້759
ເດືອນນີ້1790