ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມກາງສະໄຫມຂອງສະຫະພັນກຳມະບານກະຊວງການຕ່າງປະເທດ ສະໄຫມທີ XI

 

TradeUnion1

 

ໃນຕອນບ່າຍຂອງວັນທີ 16 ຕຸລາ 2023, ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມກາງສະໄຫມຂອງສະຫະພັນກຳມະບານກະຊວງການຕ່າງປະເທດ ສະໄຫມທີ XI, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ (ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ), ມີ ບັນດາສະຫາຍກຳມະການຄະນະພັກກະຊວງ, ຄະນະບໍລິຫານງານສະຫະພັນກຳມະບານກະຊວງ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ບັນດາສະມາຊິກກຳມະບານກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

 

TradeUnion4

 

ໃນໂອກາດນີ້, ທ່ານ ຄຳໄພ ພັນທອງດີ, ຮອງປະທານສະຫະພັນກຳມະບານກະຊວງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກາງສະໄຫມປະຈຳປີ 2021-2023 ແລະ ທິດທາງແຜນການ ປະຈຳປີ 2023-2025 ຂອງ ສະຫະພັນກຳມະບານກະຊວງ, ໂດຍໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນພາກພື້ນ ແລະ ສາກົນ ທີ່ສືບຕໍ່ຜັນແປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ ທີ່ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ສັນຕິພາບ, ການພັດທະນາ ແລະ ການດໍາລົງຊີວິດຂອງຜູ້ອອກແຮງງານໃນທົ່ວໂລກ ເປັນຕົ້ນ ບັນຫາຄວາມຂັດແຍ້ງທາງດ້ານການເມືອງ, ການແຂ່ງຂັນດ້ານການທະຫານ, ການຂວໍ້າບາດທາງດ້ານເສດຖະກິດ, ຄວາມຂັດແຍ່ງລະຫວ່າງປະເທດມະຫາອຳນາດ, ບັນຫາໄພພິບັດທາງທຳມະຊາດ, ພະຍາດລະບາດ ແລະ ອື່ນໆ. ຕໍ່ສະພາບການດັ່ງກ່າວ, ຕະຫຼອດໄລຍະ 2 ປີຜ່ານມາ ຄະນະບໍລິຫານງານສະຫະພັນກຳມະບານກະຊວງ ໂດຍພາຍໃຕ້ການຊີ້ນໍາ ຂອງຄະນະພັກກະຊວງ, ສູນກາງສະຫະພັນກໍາມະບານລາວ ແມ່ນໄດ້ເອົາໃຈໃສ່ສ້າງຄວາມສາມັກຄີພາຍໃນ ແລະ ພາຍນອກ, ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນ, ສ້າງທຸກຄວາມພະຍາຍາມຜ່ານຜ່າອຸປະສັກ, ເອົາໃຈໃສ່ເບິ່ງແຍງໃຫ້ການຊ່ວຍເຫຼືອ, ຊຸກຍູ້ໃຫ້ກໍາລັງໃຈຕໍ່ກັນເພື່ອພັດທະນາຕົນເອງ, ພັດທະນາການຈັດຕັ້ງ, ເຮັດໜ້າທີ່ການເມືອງ, ຮັກສາ ແລະ ເຊີດຊູມູນເຊື້້ອກໍາມະບານລາວ, ມູນເຊື້ອຂອງພັກ, ປະຕິບັດພັນທະຕໍ່ພັກ-ຕໍ່ລັດ, ຕໍ່ປະຊາຊົນດ້ວຍຄວາມຮັບຜິດຊອບ ແລະ ຕັ້ງໜ້ານໍາເອົາແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ຂອງສູນກາງສະຫະພັນກໍາມະບານລາວ ແລະ ມະຕິກອງປະຊຸມໃຫຍ່ຂອງສະຫະພັນກໍາມະບານກະຊວງການຕ່າງປະເທດ ຄັ້ງທີ XI ມາຈັດຕັ້ງປະຕິບັດສ້າງເປັນແຜນການເຄື່ອນໄຫວຢູ່ແຕ່ລະຮາກຖານ, ກາຍເປັນຂົວຕໍ່ສໍາຄັນໃນການປົກປ້ອງສິດ, ຜົນປະໂຫຍດຂອງພະນັກງານ-ລັດຖະກອນພາຍໃນການຈັດຕັ້ງຂອງຕົນ, ເຊິ່ງ ປະຈຸບັນ ກໍາມະບານຮາກຖານກະຊວງ ມີທັງຫມົດ 58 ຮາກ​ຖານ, ຢູ່ພາຍໃນກະຊວງມີ 17 ຮາກ​ຖານ ແລະ ຢູ່ສໍານັກງານຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ມີ 41 ຮາກ​ຖານ, ຊຶ່ງໃນປີນີ້ ແມ່ນຂະຫຍາຍຮາກຖານໃໝ່ຂຶ້ນອີກ 01 ຮາກຖານ ຢູ່ ສະຖານເອກອັກຄະທຸດແຫ່ງ ສປປ ລາວ ປະຈໍາ ປະເທດ ຮົງກາຣີ, ເຊິ່ງສະມາຊິກກຳມະບານກະຊວງ ມີທັງຫມົດ 1003 ສະຫາຍ, ຍິງ 360 ສະຫາຍ (ຢູ່ຕ່າງປະເທດ 358, ຍິງ 110 ສະຫາຍ).

 

ພ້ອມດຽວກັນນີ້, ຄະນະບໍລິຫານງານສະຫະພັນກຳມະບານກະຊວງ ໄດ້ເຄື່ອນໄຫວເຮັດໜ້າທີ່ດ້ວຍການປຶກສາຫາລືແລກປ່ຽນ, ມີການຊີ້ນໍາ ຈາກ ປະທານ ແລະ ໄດ້ຮັບລາຍງານສະພາບການເຄື່ອນໄຫວປະຈໍາເດືອນ, ໄຕມາດລວມທັງການປະເມີນຕີລາຄາດ້ານດີ, ຈຸດຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຮ່ວມກັນເປັນປົກກະຕິ ໂດຍສະເພາະແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII ແລະ ການປະຕິບັດກົດລະບຽບຂອງສະຫະພັນກໍາມະບານລາວສະໄໝທີ VIII ແລະ ມະຕິກອງປະຊຸມໃຫຍ່ສະຫະພັນກໍາມະບານກະຊວງການຕ່າງປະເທດ ຄັ້ງທີ XI, ໄດ້ມີການປັບປຸງໂຄງສ້າງດ້ານບຸກຄະລາກອນຂອງກໍາມະບານຮາກຖານ ໂດຍສັບຊ້ອນສັບປ່ຽນບ່ອນປະຈໍາການຕາມໜ້າວຽກຂອງກົງຈັກການຈັດຕັ້ງ ທັງຢູ່ພາຍໃນກະຊວງ ແລະ ສໍານັກງານຕາງໜ້າການທູດທີ່ຕ່າງປະເທດ, ເປັນເຈົ້າການປະຕິບັດຫນ້າທີວີຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ, ເປັນເສນາທິການໃຫ້ຄະນະພັກຂັ້ນເທິງໃນວຽກງານກວດກາຕາມບັນດາຫາງສຽງພາຍໃນ-ພາຍນອກ ແລະ ຄົ້ນຄວ້າຕອບຕ້ານຂ່າວບິດເບືອນຕ່າງໆ; ບັນດາສະມາຊິກກຳມະບານ ໄດ້ໄປຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນເຈົ້າການໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນກັບຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ, ການສ້າງຫນ່ວຍພັກປອດໄສ ເຂັ້ມແຂງ ຫນັກແຫນ້ນ ແລະ ການປະຕິບັດຫນ້າທີ່ວິຊາສະເພາະ, ເຄື່ອນໄຫວສ້າງຂະບວນການບັນດາກິດຈະກຳໃນໂອກາດວັນສຳຄັນຕ່າງໆ,  ເອົາໃຈໃສ່ວຽກງານປົກປ້ອງສິດຜົນປະໂຫຍດຂອງກຳມະບານ, ໃກ້ຊິດຕິດແທດ ແລະ ເບິ່ງແຍ່ງຊ່ວຍເຫຼືອສະມາຊິກໃນເວລາເຈັບເປັນ, ປະຕິບັດນະໂຍບາຍເງິນກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ອື່ນໆ.

 

TradeUnion2

 

ໃນໂອກາດດຽວກັນ, ທ່ານ ທອງຜ່ານ ສະຫວັນເພັດ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ, ສັງເກດຕີລາຄາສະພາບການຂອງພາກພື້ນ ແລະ ສາກົນ ແລະ ທົບທວນຄືນຜົນການຈັດຕັ້ງປະຕິບັດວຽກກຳມະບານໃນໄລຍະ 2 ປີ ຜ່ານມາ, ໂດຍໄດ້ເຫັນດີເປັນເອກະພາບຕໍ່ບົດສະຫຼຸບລາຍງານຜົນການເຄື່ອນໄຫວວຽກງານກາງສະໄໝ ແລະ ທິດທາງແຜນການຈຸດສຸມ ຂອງສະຫະພັນກໍາມະບານສະໄໝທີ XI ໃນຕໍ່ຫນ້າ, ເຊິ່ງເຫັນວ່າ ສະພາບການສາກົນ ແລະ ພາກພື້ນ ສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຫຍຸ້ງຍາກຫຼາຍສົມຄວນ, ແຕ່ພາຍໃຕ້ການຊີ້ນໍາ-ນໍາພາຂອງ ຄະນະພັກ-ຄະນະນໍາກະຊວງການຕ່າງປະເທດ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ, ຊູກຍູ້, ຕິດຕາມ,ກວດກາ ແລະ ຈັດຕັ້ງປະຕິບັດເຄື່ອນໄຫວວຽກ​ງານບັນດາຮາກຖານ ກໍຄື ສະມາຊິກກຳມະບານຂອງກະຊວງ ​​ຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຕາມທີ່ກຳນົດໄວ້; ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ເຜີຍແຜ່ບັນດາມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບ-ກົດໝາຍ ວ່າດ້ວຍ ກຳມະບານ ແລະ ກົດໝາຍ ຫລື ບັນດານິຕິກຳກ່ຽວກັບວຽກງານກຳມະບານໃຫ້ແກ່ສະມາຊິກກຳມະບານ ແລະພະນັກງານ-ລັດຖະກອນໃຫ້ຮັບຮູ້​ ແລະ ເຂົ້າໃຈຢ່າງກວ້າງຂວາງ-ເລິກເຊິ່ງທົ່ວເຖິງ, ບັນດາກໍາມະບານຮາກຖານ ຢູ່ແຕ່ລະກົມ ກໍຄື ບັນດາສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ ໄດ້ເປັນເສນາທິການໃຫ້ຄະນະພັກ-ຄະນະນຳກະຊວງ​ໃນ​ການ​ປະຕິບັດ​ໜ້າ​ທີ່ຂອງຕົນ ຕິດພັນກັບໜ້າທີ່ການເມືອງ​-ການທູດ, ການເຄື່ອນໄຫວຂອງວຽກງານຄຽງຄູ່ກັບບົດບາດ ຂອງວຽກງານຊາວໜຸ່ມ-ແມ່ຍິງ ລວມທັງ ວຽກງານສາຍພັກ ແລະ ສາຍລັດ ໄດ້ດີສົມຄວນ ແລະ ຍາດໄດ້ຜົນສໍາເລັດຢ່າງຫນ້າເພິ່ງພໍໃຈ. ໃນຂະນະດຽວກັນ, ກໍ່ໄດ້ມີຄຳເຫັນເນັ້ນຫນັກບາງດ້ານຄື: 1.) ສືບຕໍ່ສ້າງບາດກ້າວບຸກທະລຸທາງດ້ານຈິນຕະນາການ ແລະ ຄວາມຮັບຮູ້ຕໍ່ວຽກງານກຳມະບານ ໃນໄລຍະໃໝ່; 2.) ເພີ່ມທະວີ ແລະ ຖືເປັນບູລິມະສິດ ວຽກງານສຶກສາອົບຮົມແນວຄິດ-ການເມືອງ ໃຫ້ສະມາຊິກກໍາມະບານຢ່າງທົ່ວເຖິງ ແລະ ເປັນປະຈຳ; 3.) ສ້າງແຜນການເຄື່ອນໄຫວລະອຽດ ແລະ ປັບປຸງການຈັດຕັ້ງແຕ່ລະຂັ້ນໃຫ້ເຂັ້ມແຂງແທດເໝາະກັບສະພາບໃນປັດຈຸບັນ; 4.) ເພີ່ມທະວີການນຳພາ ແລະ ຄວາມຮັບຜິດຊອບຂອງຄະນະບໍລິຫານງານ-ຄະນະກວດກາທຸກຂັ້ນໃນການຕິດຕາມ, ກວດກາການຈັດຕັ້ງ ແລະ ບຸກຄົນທີ່ຂຶ້ນກັບການຄຸ້ມຄອງຂອງຕົນ ກ່ຽວກັບ ການປະຕິບັດການເຄື່ອນ ໄຫວວຽກງານກຳມະບານຢ່າງເປັນປົກກະຕິ; ແລະ 5.) ເພີ່ມ​ທະ​ວີການ​ພົວ​ພັນ​ຮ່ວມ​ມື​ ແລະ ຄົ້ນ​ຄ​ວ້າ​ແລກປ່ຽນ​ບົດ​ຮຽນ​ວຽກ​ງານກຳມະບານກັບ​ບັນ​ດາຂະແໜງການອື່ນໆ ລວມທັງການລາຍງານປະສານຂໍການຊີ້ນໍາຈາກສູນກາງກຳມະບານລາວ ຢ່າງເປັນປົກກະຕິ ໂດຍຍົກໃຫ້ເຫັນເຖິງ ​ສະ​ພາບ​ຈຸດ​ພິ​ເສດ​ຂອງ​ກະຊວງການຕ່າງປະເທດ.

 

TradeUnion3

 

ໃນໂອກາດດຽວກັນນີ້, ທ່ານປະທານກອງປະຊຸມ ກໍ່ໄດ້ຂຶ້ນມອບໃບຢັ້ງຢືນກໍາມະບານ 5 ເປັນເຈົ້າ ປະຈຳປີ 2022 ໃຫ້ແກ່ບັນດາຫນ່ວຍກຳມະບານຮາກຖານ 17 ຮາກຖານ ເພື່ອເປັນການຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດວຽກງານກຳມະບານໃນໄລຍະຜ່ານມາ.

 

TradeUnion0

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486309
ມື້ນີ້5
ມື້ວານ220
ອາທິດນີ້1345
ເດືອນນີ້5614