ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະເຫຼີມສະຫຼອງວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 78 ປີ

 

 

UNday 1UNday 2

 

ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 78 ປີ, ໃນວັນທີ 24 ຕຸລາ 2023, ທີ່ UN House, ອົງການສະຫະປະຊາຊາດ ປະຈຳ ສປປ ລາວ.

 

ໃນພິທີ ທ່ານ ບາໂຄເດັຍ ເບີຄະນ໋ອຟ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ຂຶ້ນກ່າວຄຳເຫັນບາງຕອນ ວ່າ: 

 

ໃນທົ່ວໂລກ, ພຽງແຕ່ຂອງເປົ້າໝາຍ SDG ເທົ່ານັ້ນ ທີ່ໄດ້ບັນລຸຕາມເປົ້າໝາຍ ແລະ ຫຼາຍໆເປົ້າໝາຍກຳລັງຈະປ່ຽນໄປໃນທາງກົງກັນຂ້າມ. ບາງເປົ້າໝາຍກໍ່ຊ້າເຫຼືອເກີນທີ່ຈະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຄວາມແຕກຕ່າງ ເຊັ່ນ: ຄວາມໝັ້ນຄົງທາງດ້ານອາຫານ, ການຈັດ ການກັບສະພາບອາກາດ ແລະ ການປົກປ້ອງຄວາມຫຼາກຫຼາຍທາງຊີວະພາບແມ່ນນັບມື້ນັບຖອຍຫຼັງ.  ພະຍາດລະບາດ, ການເພີ່ມຂຶ້ນຂອງຄ່າຄອງຊີບ, ຄວາມຂັດແຍ່ງ ແລະ ໄພພິບັດ ໄດ້ເຮັດໃຫ້ຄວາມຄືບໜ້າດ້ານການພັດທະນາ ຊ້າລົງຢ່າງຫຼວງຫຼາຍ.

 

ບົດລາຍງານ ການພັດທະນາແບບຍືືນຍົງສາກົນ ສະບັບປີ 2023 ໄດ້ລະບຸໄວ້ວ່າ ‘ໃຫ້ສຳເລັດທຸກເປົ້າໝາຍພາຍໃນໄລຍະເຈັດປີທີ່ເຫຼືອແມ່ນເປັນການຍາກ, ແຕ່ທຸກໆຄວາມຄືບໜ້າລ້ວນແຕ່ມີຄວາມສຳຄັນຫຼາຍ ແລະບັນຫານີ້ຕ້ອງບັນລຸໃນລະດັບສາກົນ - ບໍ່ປະຖິ້ມປະເທດໃດ, ສັງຄົມໃດ ຫຼື ບຸກຄົນໃດ ໄວ້ຂ້າງຫຼັງ.’

 

ໃນ ສປປ ລາວ, ຂໍ້ຫຍຸ້ງຍາກບໍ່ໄດ້ເຮັດໃຫ້ເຮົາຫວາດຫວັ່ນ ເຊັ່ນດຽວກັນກັບທີ່ອື່ນໆໃນໂລກໃບນີ້, ຂໍ້ຫຍຸ້ງຍາກສ້າງໂອກາດໃໝ່ໆ ແລະ ໂອກາດນັ້ນກໍ່ເສີິມສ້າງຈຸດຍືນ, ຄວາມຕັ້ງໝັ້ນທີ່ພວກເຮົາໃຊ້ຮ່ວມກັນ. ທຸກໆທ່ານທີ່ຢູ່ໃນຫ້ອງນີ້, ໄດ້ແບ່ງປັນຄວາມຕັັ້ງໝັ້ນຕໍ່ປະເທດລາວ, ລວມທັງຄວາມສະເໝີພາບ ແລະ ການພັດທະນາແບບຍືນຍົງ ດ້ວຍການປະສານງານຮ່ວມກັນຢ່າງມີປະສິດທິພາບຫຼາຍກວ່າທີ່ໄດ້ເຮັດຜ່ານມາ ພວກເຮົາຈະສາມາດນຳໃຊ້ໂອກາດທີ່ຢູ່ຕໍ່ໜ້າຂອງພວກເຮົາໃຫ້ເກີດຜົນປະໂຫຍດສູງສຸດ.

 

ດ້ວຍຄວາມຕັ້ງໝັ້ນຂອງພວກເຮົາທີ່ຈະບໍ່ປະຖິ້ມໃຜໄວ້ຂ້າງຫຼັງ, ໃນຄໍ່າຄືນນີ້, ພວກເຮົາຂໍນຳສະເໜີ ສິ່ງທ້າທາຍຂອງບຸກຄົນພິການ.

 

ເຊິ່ງກວມເອົາເຖິງ 16% ຂອງປະຊາກອນໃນໂລກນີ້, ຫຼາຍຄັ້ງກໍ່ແມ່ນຜູ້ທີ່ທຸກຍາກໃນຊຸມຊົນ, ນີ້ແມ່ນກຸ່ມຄົນທີ່ສຳຄັນທີ່ພວກເຮົາຕ້ອງປະສານງານຮ່ວມກັນ ເພື່ອໃຫ້ໄດ້ມາເຊິ່ງຜົນສຳເລັດທີ່ພວກເຮົາຕັ້ງໄວ້.

 

ໃນບໍລິບົດສະເພາະຂອງ ສປປ ລາວ, ບ່ອນທີ່ຜົນຈາກລະເບີດໃນສົງຄາມຍັງສົ່ງຜົນຕໍ່ເນື່ອງຕໍ່ຊີວິດຂອງປະຊາຊົນ, ພວກເຮົາມີເປົ້າໝາຍການພັດທະນາແບບຍືນຍົງທີ 18, ຊີວິດທີ່ປອດໄພຈາກ ລະເບີິດທີ່ຍັງບໍ່ທັນແຕກ, ສິ່ງນີ້ແມ່ນມີຄວາມສຳຄັນຫຼາຍ.

 

ໃນຈິດວິນຍານແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງອົງການສະຫະປະຊາຊາດ ແລະ ການຮຽກຮ້ອງຈາກເລຂາທິການໃຫຍ່ ສະຫະປະຊາຊາດ ທີ່ຕ້ອງການໃຫ້ພວກເຮົາເປັນຊາດທີ່ສາມັກຄີກັນຢ່າງແທ້ຈິງ ຂ້າພະເຈົ້າຫວັງວ່າ ພວກເຮົາສາມາດສືບຕໍ່ ແລະ ຜັນຂະຫຍາຍຄວາມຕັ້ງໃຈຂອງພວກເຮົາໃຫ້ກັບວິໃສທັດ ແລະ ອະນາຄົດທີ່ສົດໃສ.

 

ໃນຕອນຄ່ຳຂອງວັນດຽວກັນ, ກໍ່ໄດ້ມີພິທີເປີດໄຟໃສ່ປະຕູໄຊ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 78 ປີ, ທີ່ ນະຄອນຫຼວງວຽງຈັນ

 

UNday 3

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486310
ມື້ນີ້6
ມື້ວານ220
ອາທິດນີ້1346
ເດືອນນີ້5615