ໃນວັນທີ 26 ຕຸລາ 2023, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ວ່າດ້ວຍການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ ຄັ້ງທີ 21 ທີ່ ປັກກີ່ງ, ສປ.ຈີນ ພາຍໃຕ້ການເປັນປະທານຮ່ວມຂອງ ມຽນມາ ແລະ ສປ ຈີນ.
ກອງປະຊຸມ ໄດ້ທົບທວນຄືນການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ ແລະ ຮັບຊາບຄວາມຄືບໜ້າຂອງການເຈລະຈາກົດແຫ່ງການປະພຶດໃນທະເລຈີນໃຕ້.