ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຫົວໜ້າຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ລົງເຄື່ອນໄຫວວຽກງານ ຢູ່ ເມືອງວຽງທອງ, ແຂວງບໍລິຄໍາໄຊ

 

20231102 DM Phoxay Viengthong 01

 

20231102 DM Phoxay Viengthong 02

 

ໃນວັນທີ 2 ພະຈິກ 2023, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ແລະ ທ່ານ ກົງຈີ ຢ່າງຈື່, ຮອງລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍຜູ້ຕາງໜ້າຂອງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ແຂວງບໍລິຄໍາໄຊ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ ເມືອງວຽງທອງ, ແຂວງບໍລິຄໍາໄຊ, ຊຶ່ງໄດ້ຮັບການຕ້ອນຮັບໂດຍ ທ່ານ ຄໍາແຫວນ ປັນຍານຸວົງ, ຮອງເຈົ້າແຂວງແຂວງບໍລິຄໍາໄຊ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ.

 

ໃນໂອກາດມາເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ເຜີຍແຜ່ກ່ຽວກັບວຽກງານຊາຍແດນ ໂດຍສະເພາະກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ແລະ ລະບຽບການຄຸ້ມຄອງຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ຄະນະພັກ-ຄະນະນໍາ, ພະນັກງານຫຼັກແຫຼ່ງ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ຢູ່ເມືອງວຽງທອງໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງວຽກງານຊາຍແດນ ເນັ້ນໃຫ້ພົນລະເມືອງລາວ ກໍຄືປະຊາຊົນທີ່ຢູ່ຕາມບໍລິເວນຊາຍແດນ ຕ້ອງໄດ້ເອົາໃຈໃສ່ໃນການຄົ້ນຄວ້າສຶກສາປະຕິບັດບັນດາຂໍ້ກໍານົດ, ກົດໝາຍ ແລະ ນິຕິກໍາຕ່າງໆຂອງ ສປປ ລາວ ໂດຍສະເພາະໃຫ້ເຂົ້າໃຈແຈ້ງກ່ຽວກັບກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ທີ່ໄດ້ກໍານົດສິດ, ໜ້າທີ່ຂອງຂະແໜງການທີ່ກ່ຽວຂ້ອງ ແລະ ລະບຽບການຄຸ້ມຄອງຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ພົນລະເມືອງລາວຮັບຮູ້ເຖິງສິດ, ໜ້າທີ່, ພັນທະ ແລະ ຂໍ້ຫ້າມຕ່າງໆ ທີ່ໄດ້ກໍານົດໄວ້ໃນກົດໝາຍ ເພື່ອເຮັດໃຫ້ຊາຍແດນເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ການຮ່ວມມື.

 

ໃນກອງປະຊຸມທ່ານຮອງເຈົ້າແຂວງບໍລິຄໍາໄຊ ກໍໄດ້ມີຄໍາເຫັນຕື່ມເນັ້ນໃຫ້ປະຊາຊົນຢູ່ບໍລິເວນຊາຍແດນເອົາໃຈໃສ່ປະຕິບັດລະບຽບກົດໝາຍ, ປົກປັກຮັກສາຊາຍແດນ ກໍຄືກົດໝາຍຊາຍແດນ, ສະກັດກັ້ນປະກົດການຫຍໍ້ທໍ້, ຫ້າມເຮັດສິ່ງທີ່ຜິດກົດໝາຍ, ໃຫ້ທໍາການຜະລິດຫຼາຍຂຶ້ນກ່ອນເກົ່າ ເພື່ອໃຫ້ຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

 

********************************

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486298
ມື້ນີ້214
ມື້ວານ215
ອາທິດນີ້1334
ເດືອນນີ້5603