ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະກຳມະການຊາຍແດນ ລາວ-ຫວຽດນາມ ໄດ້ລົງກວດກາດ່ານຊາຍແດນ ແດນສະຫວັນ - ລາວບາວ ແລະ ຈັດກອງປະຊຸມສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດການເຮັດທົດລອງຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ”

 

Lao Viet border 1

Lao Viet border 3

Lao Viet border 4

ໃນວັນທີ 14 ພະຈິກ 2023, ຄະນະກຳມະການຊາຍແດນ ລາວ-ຫວຽດນາມ ໄດ້ລົງກວດກາດ່ານຊາຍແດນ ແດນສະຫວັນ - ລາວບາວ ແລະ ຈັດກອງປະຊຸມສະຫຼຸບຕີລາຄາຜົນຂອງການຈັດຕັ້ງປະຕິບັດການເຮັດທົດລອງຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ (ສະຫວັນນະເຂດ) - ລາວບາວ (ກວາງຈິ) ທີ່ ເທດສະບານເມືອງດົງຮ່າ, ແຂວງກວາງຈິ ສສ ຫວຽດນາມ, ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນຝ່າຍ ສສ ຫວຽດນາມ ນໍາໂດຍ ທ່ານ ໂດ້ ຮຸ່ງ ຫວຽດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ມີຜູ້ຕາງໜ້າຈາກຂະແໜງການ ທີ່ກ່ຽວຂ້ອງ ຈາກສູນກາງ ແລະ ທ່ອງຖິ່ນ. ກອງປະຊຸມໄດ້ດໍາເນີນໄປພາຍໃຕ້ບັນຍາກາດອັນສະນິດສະໜົມ, ບົນຈິດໃຈມິດຕະພາບ, ຄວາມສາມັກຄີພິເສດອ້າຍນ້ອງ, ເຂົ້າອົກເຂົ້າໃຈ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນສືບຕໍ່ຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) - ລາວບາວ (ກວາງຈິ) ເພື່ອແນ່ໃສ່ສ້າງເງື່ອນໄຂອັນສະດວກໃຫ້ແກ່ການແລກປ່ຽນສິນຄ້າ, ການຄົມມະນາຄົມໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ແລະ ພາກສ່ວນທຸລະກິດຂອງສອງປະເທດ ກໍຄື ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ປະກອບສ່ວນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີສາຍພົວພັນໃຫ້ແໜ້ນແຟ້ນຍິ່ງຂຶ້ນ ລະຫວ່າງ ປະຊາຊົນຂອງສອງຊາດ. ພ້ອມນີ້, ຍັງເປັນດ່ານໜ້າຂອງແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ, ໝູນໃຊ້ທ່າແຮງ ທີ່ເປັນຈຸດໃຈກາງຂອງສູນກາງອາຊຽນໃຫ້ກາຍເປັນແລວທາງຂອງຂົງເຂດພາກພື້ນ, ເຊິ່ງໄດ້ຈັດຕັ້ງປະຕິບັດຮູບແບບດັ່ງກ່າວເລີ່ມແຕ່ ປີ 2015 ເປັນຕົ້ນມາ.

ກອງປະຊຸມໄດ້ຕີລາຄາຄືນ ຜົນການຈັດຕັງປະຕິບັດການເຮັດທົດລອງຮູບແບບກວດກາ “ປະຕູດຽວ,ຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ (ສະຫວັນນະເຂດ) - ລາວບາວ (ກວາງຈິ), ໄລຍະຜ່ານມາມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ທີ່ຈະຕ້ອງໄດ້ແກ້ໄຂ ແລະ ພ້ອມກັນ ວາງແຜນການໃນຕໍ່ໜ້າຮ່ວມກັນໃນການຈັດຕັ້ງປະຕິບັດ. ຄູ່ດ່ານສາກົນແດນສະຫວັນ-ລາວບາວ ເປັນຄູ່ດ່ານແຫ່ງທໍາອິດໃນຈໍານວນ 7 ຄູ່ດ່ານ ທີ່ໄດ້ຍົກຂຶ້ນໃນສົນທິສັນຍາ ເພື່ອສ້າງເງື່ອນໄຂສະດວກ ໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຜູ້ຄົນຊົມໃຊ້ຂ້າມຜ່ານຊາຍແດນ ລະຫວ່າງ ບັນດາປະເທດໃນຂົງເຂດອານຸພາກພື້ນລຸ່ມແມ່ນໍ້າຂອງ ໃນການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ວຽກງານດັ່ງກວ່ານີ້, ບໍ່ພຽງແຕ່ມີຄວາມສໍາຄັນໃຫ້ແກ່ການປະຕິບັດໜ້າທີ່, ແຕ່ຍັງເປັນໜ້າທີ່ຄວາມຮັບຜິດຊອບຂອງບັນດາປະເທດ ທີ່ໄດ້ລົງນາມໃນສັນຍາ GMS-CBTA ເປັນການປະຕິຮູບວິທີການດຳເນີນເອກະສານຂົງເຂດພາສີ, ຂົງເຂດການບໍລິການຫັນໄປສູ້ທັນສະໃໝວ່ອງໄວ ແລະ ໂປ່ງໃສ, ພ້ອມທັງ ເປັນການນຳເອົາບາດກ້າວບົດຮຽນປະສົມການ ທີ່ໄດ້ຈັດຕັ້ງປະຕິບັດນໍາໃຊ້ຮູບແບບກວດກາ “ປະຕູດຽວ, ຄັ້ງດຽວ” ໄປສູ່ບັນດາດ່ານຊາຍແດນອື່ນໆອີກ ຈໍານວນ 6 ດ່ານ ຢູ່ໃນພາກພຶ້ນປະເທດລຸ່ມແມ່ນໍ້າຂອງໃນຂັ້ນຕໍ່ໄປ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486245
ມື້ນີ້161
ມື້ວານ215
ອາທິດນີ້1281
ເດືອນນີ້5550