ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສປປ ລາວ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC) ວ່າດ້ວຍ ການສ້າງຕັ້ງຫ້ອງການຜູ້ຕາງໜ້າ ແລະ ການຈັດຕັ້ງປະຕິບັດກິດຈະກໍາ ຢູ່ ສປປ ລາວ

 

SigningLaoRedCross

 

ໃນວັນທີ 20 ພະຈິກ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະກັບ ທ່ານ ຈາການ ຈາປາເກນ (Jagan Chapagain), ເລຂາ ທິການໃຫຍ່ ຂອງ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຊຶ່ງໄດ້ມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 19-20 ພະຈິກ 2023. ໃນການພົບປະດັ່ງກ່າວ, ທັງສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການພົວພັນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IFRC, ພ້ອມທັງໄດ້ຕີລາຄາສູງການພົວພັນຮ່ວມມືນຳກັນໃນໄລຍະຜ່ານມາ ໂດຍສະເພາະການຮ່ວມມືລະຫວ່າງອົງການກາແດງແຫ່ງຊາດລາວ ແລະ ອົງການ IFRC ແລະ ໄດ້ປຶກສາຫາລືກ່ຽວກັບການເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ. ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ(ຕາງໜ້າ ສປປ ລາວ) ແລະ ທ່ານ ເລຂາທິການໃຫຍ່ຂອງອົງການ IFRC ຍັງໄດ້ລົງນາມ ໃນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສປປ ລາວ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC) ວ່າດ້ວຍການສ້າງຕັ້ງຫ້ອງການຜູ້ຕາງໜ້າ ແລະ ການຈັດຕັ້ງປະຕິບັດກິດຈະກໍາ ຢູ່ ສປປ ລາວ. ໃນພິທີເຊັນ MOU ດັ່ງກ່າວມີການເຂົ້າຮ່ວມຂອງ ທ່ານ ສາດສະດາຈານ ດຣ ພູທອນ    ເມືອງປາກ, ປະທານອົງການກາແດງແຫ່ງຊາດລາວ, ບັນດາທ່ານຫົວຫນ້າກົມທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ບັນດາທ່ານຜູ້ຕາງຫນ້າຈາກກະຊວງຂະແຫນງການຕ່າງໆທີ່ກ່ຽວຂ້ອງ.

 

ການພົວພັນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IFRC ມີການພົວພັນຮ່ວມມືດີ່າງເປັນປົກກະຕິ, ໂດຍສະເພາະເລີ່ມແຕ່ປີ 2011 ເປັນຕົ້ນມາ, ອົງການດັ່ງກ່າວ ໄດ້ໃຫ້ການຊ່ວຍເຫຼືອດ້ານວິຊາການ ແລະ ທຶນຊ່ວຍເຫຼືອ ໃຫ້ແກ່ ສປປ ລາວ ເພື່ອເພີ່ມທະວີສ້າງຂີດຄວາມສາມາດ ໃຫ້ແກ່ອົງການກາແດງແຫ່ງຊາດລາວ ແລະ ກະຊວງຂະແໜງການທີ່ກ່ຽວຂ້ອງໃນດ້ານຕ່າງໆ ເຊັ່ນ: ການກະກຽມ ແລະ ຕອບໂຕ້ໄພພິບັດ ໂດຍໄດ້ໃຫ້ການຊ່ວຍເຫຼືອຜູ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ໄດ້ຊ່ວຍສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ, ການສ້າງສາຂາສູນເລືອດ ຢູ່ໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນ ຢູ່ ແຂວງບໍລິຄໍາໄຊ, ວຽງຈັນ, ຫົວພັນ, ຊຽງຂວາງ, ສາລະວັນ, ສະຫວັນນະເຂດ, ໄຊຍະບູລີ, ຄໍາມ່ວນ, ຫຼວງພະບາງ ແລະ ຈໍາປາສັກ; ການເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານດ້ານມະນຸດສະທໍາ, ການຊ່ວຍເຫຼືອດ້ານສາທາລະນະສຸກ ເຊັ່ນ ການສະໜອງນໍ້າ ແລະ ສຸຂະອະນາໄມ, ໄດ້ຊ່ວຍເຫຼືອໃນໂຄງການໃຫ້ຄວາມຮູ້ກ່ຽວກັບ HIV/AIDS, ການຍົກລະດັບຄວາມອາດສາມາດຂອງບຸກຄະລາກອນທີ່ເຮັດວຽກງານກາແດງ ຢູ່ອົງການກາແດງແຫ່ງຊາດລາວ.

 

ການຢ້ຽມຢາມຂອງເລຂາທິການໃຫຍ່ IFRC ແລະ ການເຊັນ MOU ດັ່ງກ່າວ ເປັນຂີດໝາຍ ແລະ ບາດກ້າວອັນສໍາຄັນໃນການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ IFRC ໃຫ້ຫຼາຍຂື້ນຕື່ມອີກ, ໂດຍສະເພາະການພົວພັນຮ່ວມມືລະຫວ່າງອົງການກາແດງແຫ່ງຊາດລາວ ແລະ ອົງການ IFRC ໃນຂົງເຂດວຽກງານການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ວຽກອື່ນໆ ທີ່ກ່ຽວຂ້ອງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486205
ມື້ນີ້121
ມື້ວານ215
ອາທິດນີ້1241
ເດືອນນີ້5510