ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມອະນຸກຳມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ຄັ້ງທີ 8

  

  

  

20231114 15 Lao CBD broder

  

  

ກອງປະຊຸມອະນຸກຳມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ຄັ້ງທີ 8 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 14-15 ທັນວາ 2023 ທີ່ແຂວງສີຫານຸວິນ,  ຣາຊະອານາຈັກກໍາປູເຈຍ, ຄະນະຜູ້ແທນຝ່າຍລາວ ນໍາໂດຍທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍ ນໍາໂດຍ ທ່ານ ໄອ ວຸທິ, ຮອງກອງເລຂາທິການແຫ່ງຊາດຮັບຜິດຊອບວຽກງານຊາຍແດນ, ຮອງລັດຖະມົນຕີ, ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວ ຂ້ອງຂອງສອງຝ່າຍເຂົ້າຮ່ວມ.

   

ຈຸດປະສົງກອງປະຊຸມແມ່ນເພື່ອສະຫຼຸບສັງເກດຕີລາຄາ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານພາກສະໜາມຂອງຄະນະວິຊາການເຕັກນິກຊາຍແດນຮ່ວມສອງຝ່າຍທີ່ໄດ້ລົງໄປເຮັດວຽກງານກຳນົດຈຸດຈະປັກຫຼັກໝາຍຊາຍແດນແບບໃໝ່ ເພື່ອປ່ຽນແທນຫຼັກໝາຍຊາຍແດນເກົ່າຢູ່ພື້ນທີ່ຕົວຈິງ. ໂດຍສອງຝ່າຍໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດວຽກງານພາກສະໜາມຂອງຄະນະວິຊາການເຕັກນິກຊາຍແດນຮ່ວມຂອງສອງຝ່າຍ ທີ່ໄດ້ດຳເນີນວຽກງານເລີ່ມແຕ່ເດືອນພຶດສະພາ 2023 ມາເຖິງເດືອນພະຈິກ 2023, ສອງຝ່າຍສາມາດກຳນົດຈຸດຈະປັກຫຼັກໝາຍຊາຍແດນໄດ້ຈຳນວນ 64 ຈຸດ ມີລວງຍາວປະມານ 38 ກິໂລແມັດ ທັງໝົດນີ້ກໍ່ເພື່ອຕອບສະໜອງໃຫ້ແກ່ວຽກງານບູລະນະຫຼັກໝາຍຊາຍແດນປະເທດລາວ ແລະ ກຳປູເຈຍ, ກຳປູເຈຍ ແລະ ລາວ ຊຶ່ງການປັກຫຼັກໝາຍຊາຍແດນເພີ່ມເຕີມນີ້ກໍ່ເພື່ອເຮັດໃຫ້ເສັ້ນຊາຍແດນມີຄວາມຈະແຈ້ງ ແລະ ຊັດເຈນກວ່າເກົ່າ ແລະ ການປ່ຽນຖ່າຍຫຼັກໝາຍຊາຍແດນແບບໃໝ່ກໍ່ເພື່ອໃຫ້ຫຼັກໝາຍຊາຍແດນມີຄວາມແໜ້ນໜາຖາວອນກວ່າເກົ່າ.

   

ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ເອກະພາບກັນວາງແຜນການປະຕິບັດວຽກງານຮ່ວມກັນຢູ່ພື້ນທີ່ຕົວຈິງໃນປີ 2024 ເພື່ອເປັນການຈັດຕັ້ງຜັນຂະຫຍາຍຜົນຂອງການຕົກລົງຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກກໍາປູເຈຍ, ກໍຄືການຈັດຕັ້ງປະຕິບັດເນື້ອໃນສົນທິສັນຍາ ວ່າດ້ວຍ ການກຳນົດຊາຍແດນປະເທດ, ສະບັບລົງນາມວັນທີ 13 ກຸມພາ 2023 ທີ່ນະຄອນຫຼວງວຽງຈັນ ແລະ ເນື້ອໃນບົດບັນທຶກກອງປະຊຸມຂອງຄະນະກຳມະການຊາຍແດນຮ່ວມ ລາວ-ກຳປູເຈຍ, ກຳປູເຈຍ-ລາວ, ສະບັບລົງວັນທີ 24 ເມສາ 2023, ທີ່ແຂວງສີຫານຸວິນ, ຣາຊະອານາຈັກກໍາປູເຈຍ ເພື່ອເປັນເງື່ອນໄຂ ແລະ ເປັນບ່ອນອີງໃຫ້ແກ່ຄະນະວິຊາການເຕັກນິກຊາຍແດນຮ່ວມສອງຝ່າຍ ນຳໄປສືບຕໍ່ຈັດຕັ້ງປະຕິບັດໃນການກຳນົດຈຸດ ແລະ ກໍ່ສ້າງປັກຫຼັກໝາຍຊາຍແດນແບບ  ໃໝ່ປ່ຽນແທນຫຼັກໝາຍເກົ່າ ແລະ ປັກຫຼັກໝາຍເພີ່ມເຕີມຢູ່ພື້ນທີ່ຕົວຈິງລວມທັງໝົດ 508 ຫຼັກໝາຍ ຕະຫຼອດເສັ້ນຊາຍແດນທີ່ໄດ້ເອກະພາບກັນ 86% ໃຫ້ສຳເລັດພາຍໃນກຳນົດ 2 ປີ ແນໃສ່ເຮັດໃຫ້ເສັ້ນຊາຍແດນ ລະຫວ່າງ ສອງປະເທດມີຄວາມຍືນຍົງ, ມີຄວາມຈະແຈ້ງ, ສະດວກໃນການຄຸ້ມຄອງຂອງເຈົ້າໜ້າທີ່ກ່ຽວຂ້ອງຂອງສອງປະເທດ ແລະ ທັງເປັນທີ່ເຂົ້າໃຈງ່າຍແກ່ປະຊາຊົນສອງຊາດທີ່ອາໄສຢູ່ຕາມບໍລິເວນຊາຍແດນ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ.

  

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486301
ມື້ນີ້217
ມື້ວານ215
ອາທິດນີ້1337
ເດືອນນີ້5606