ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສາມັນປະຈຳປີ ຄັ້ງທີ XXXIII ລະຫວ່າງ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ

 

 20231227 33LaoVietBorderDelegations 01

 

20231227 33LaoVietBorderDelegations 02

 

ໃນວັນທີ 26 ທັນວາ 2023, ທີ່ ນະຄອນນິ່ງບິ່ງ, ແຂວງນິ່ງບິ່ງ, ສສ ຫວຽດນາມ, ໄດ້ຈັດກອງປະຊຸມສາມັນປະຈຳປີ ຄັ້ງທີ XXXIII ລະຫວ່າງ ຄະນະຜູ້ແທນຊາຍແດນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ຄະນະຜູ້ແທນຝ່າຍລາວນຳໂດຍ ສະຫາຍ ໂພໄຊ ໄຂຄຳພິທູນ, ຮອງລັດ​ຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ຜູ້​ແທນ​ຊາຍ​ແດນ ລາວ-ຫວຽດນາມ ​ແລະ ຝ່າຍ​ຫວຽດນາມ ນຳ​ໂດຍ ສະຫາຍ ​ຫງວ້ຽນ ມິງ ວູ່, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ, ຫົວໜ້າ​ຄະນະ​ຜູ້​​ແທນ​ຊາຍ​ແດນ ຫວຽດນາມ-ລາວ. ໂດຍ​ມີຜູູ້ຕາງໜ້າ​​​ພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະ ບັນດາທ່ານຮອງເຈົ້າແຂວງ ຈາກແຂວງທີ່ມີຊາຍແດນຕິດຈອດກັນເຂົ້າຮ່ວມ.

 

ກອງປະຊຸມ​ແມ່ນໄດ້ຈັດຂື້ນໃນແຕ່ລະປີ ເພື່ອ​ທົບທວນຄືນ​ການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງບົດ​ບັນທຶກ​ກອງ​ປະຊຸມສາມັນປະຈໍາປີ ​ຄະນະ​ຜູ້​​ແທນ​ຊາຍ​ແດນ ລາວ-ຫວຽດນາມ ຄັ້ງ​ທີ XXXII ແລະ ການປະຕິບັດສັນຍາ​ວ່າ​ດ້ວຍລະບຽບ​ການ​ຄຸ້ມຄອງຊາຍ​ແດນ ແລະ ດ່ານຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນໃນປີ 2016.

 

​ການປະຕິບັດວຽກງານຊາຍແດນໃນໄລຍະໜຶ່ງປີຜ່ານມາ ເຫັນວ່າບັນດາເຈົ້າໜ້າທີ່ຊາຍແດນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ໄດ້ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ; ໄດ້ເປັນເຈົ້າການຫ້າວຫັນປະກອບສ່ວນສໍາຄັນເຂົ້າໃນວຽກງານຄຸ້ມຄອງຊາຍແດນ, ຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນ ລະຫວ່າງ ສອງປະເທດ, ເຊິ່ງໄດ້ເປັນການປະກອບສ່ວນ ໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ; ໄດ້ສ້າງໃຫ້ບໍລິເວນຊາຍແດນຂອງ ລາວ-ຫວຽດນາມ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ.

 

​ພ້ອມກັນ​ນີ້, ສອງ​ຝ່າຍ​​ຍັງໄດ້​ເປັນ​ເອກະ​ພາບ​​ກັນໃນການ​ວາງ​ທິດ​ທາງແຜນການເຄື່ອນໄຫວໃນຕໍ່ໜ້າ ເພື່ອ​ປະຕິບັດ​ວຽກ​ງານຊາຍແດນໃຫ້ມີປະສິດທິພາບເພີ່ມຂື້ນເລື້ອຍໆ, ເປັນຕົ້ນແມ່ນໄດ້ມອບໃຫ້ເຈົ້າໜ້າທີ່ຊາຍແດນ ຂອງສູນກາງ ແລະ ທ້ອງຖິ່ນທັງສອງປະເທດສືບຕໍ່ເອົາໃຈໃສ່ໃນການກວດກາລາດຕະເວນຮ່ວມກັນສອງຟາກຊາຍແດນເປັນປະຈຳ, ຍົກສູງວຽກງານ​ການ​ຄຸ້ມ​ຄອງຊາຍ​ແດນ, ຫຼັກໝາຍຊາຍແດນ ແລະ ດ່ານຊາຍແດນ; ປັບປຸງປົວແປງຫຼັກໝາຍທີ່ຖືກເປ່ເພຍ້ອນໄພທຳມະຊາດ ແລະ ຍ້ອນກຸ່ມຄົນທີ່ບໍ່ຫວັງດີທຳລາຍ; ເພີ່ມທະວີເອົາໃຈໃສ່​ວຽກງານການໂຄສະນາເຜີຍແຜ່ນະໂຍບາຍ ແລະ ກົດໝາຍຊາຍແດນໃຫ້ແກ່ບັນດາພໍ່ແມ່ປະຊາຊົນ, ນາຍບ້ານ ແລະ ເຖົ້າແກ່ແນວໂຮມ ຜູ້ຊົງຄຸນວຸດທິ ທີ່ດຳລົງຊີວິດຢູ່ບໍລິເວນສອງຟາກຊາຍແດນ ລາວ-ຫວຽດນາມໃຫ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຈະແຈ້ງຕໍ່ລະບຽບກົດໝາຍຊາຍແດນ ແລະ ມີສ່ວນຮ່ວມເປັນເຈົ້າການປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂື້ນ ສຸມໃສ່ການພັດທະນາພື້ນຖານໂຄງລ່າງທາງດ້ານເສດຖະກິດ, ການຄ້າຊາຍແດນ, ການສົ່ງອອກ-ນໍາເຂົ້າສິນຄ້າຜ່ານແດນ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນຢູ່ລຽບຕາມຊາຍແດນ ມີການພັດທະນາ, ຄ້າຂາຍ, ໄປມາຫາສູ່ ແລະ ທໍາມາຫາກິນຮ່ວມກັນ.

 

ກອງ​ປະຊຸມໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນ​ທ່າມກາງ​ບັນຍາກາດ​ອັນສະຫງ່າລາສີ ​ແຫ່ງ ສາຍ​ພົວພັນ​ມິດຕະພາບທີ່ຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບພິ​ເສດ, ຖານເພື່ອນມິດສະຫາຍອ້າຍນ້ອງ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ, ​ທີ່ນັບມື້ຍິ່ງໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ, ແຕກດອກອອກຜົນ  ​ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງ​ບໍ່​ຢຸດ​ຢັ້ງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486163
ມື້ນີ້79
ມື້ວານ215
ອາທິດນີ້1199
ເດືອນນີ້5468