ໂດຍຕອບສະໜອງຕາມຄໍາເຊີນຂອງສະຫາຍ ນາງ ເລ ທິ ຖູ່ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານ ຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະຈາກກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ, ໄດ້ເດີນທາງໄປຢ້ຽມຢາມ ສສ. ຫວຽດນາມ, ເພື່ອເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ ແລະ ຄະນະກຳມະການພົວຄົນເຊື້ອຊາດລາວຢູ່ຕ່າງປະເທດ, ໃນລະຫວ່າງ ວັນທີ 26-30 ທັນ ວາ 2023, ເພື່ອສືບຕໍ່ຜັນຂະຫຍາຍ ແລະ ການຮ່ວມໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ຂອງສອງຄະນະກຳມະການດັ່ງກ່າວໃຫ້ໄດ້ຮັບໝາກຜົນ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.
ໃນໂອກາດດັ່ງກ່າວ, ສະຫາຍ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ (ຄພລຕ) ມາຍັງສະຫາຍ ນາງ ເລ ທິ ຖູ່ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ. ຫວຽດນາມ, ປະທານຄະນະກໍາມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການເຊື້ອເຊີນ ແລະ ຕ້ອນຮັບອັນອົບອຸ່ນທີ່ໄດ້ເອື້ອອຳນວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນຂອງ ສປປ ລາວ.
ກອງປະຊຸມປຶກສາຫາລື ລະຫວ່າງ ຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ ແລະ ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ປະຈຳປີ 2023, ໄດ້ມີການປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນຮ່ວມກັນຢ່າງກົງໄປກົງມາໃນຫຼາຍບັນຫາທີ່ສຳຄັນ, ໂດຍສະເພາະແມ່ນວຽກງານການໂຄສະນາ ແລະ ເຜີຍແຜ່, ວຽກງານການຂົນຂວາຍ ແລະ ຍາດແຍ່ງ, ວຽກງານດ້ານນິຕິກຳ ແລະ ວຽກງານອື່ນທີ່ຕິດພັນກັບຄົນເຊື້ອຊາດຫວຽດນາມ ແລະ ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ພ້ອມທັງໄດ້ມີການທົບທວນຄືນເລື່ອງການຈັດຕັ້ງປະຕິບັດ MOU ຂອງສອງຄະນະກໍາມະການ, ເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດຂອງສອງ ຄະນະກຳມະການດັ່ງກ່າວ. ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດທີ່່ເຕັມໄປດ້ວຍໄມຕິຈິດມິດຕະພາບ ແລະ ສະໜິດສະໜົມຖານອ້າຍນ້ອງ, ຊຶ່ງການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກສອງລັດ ກໍຄື ສອງ ຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ ແລະ ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ.
ນອກຈາກນັ້ນ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສສ. ຫວຽດນາມ ຄັ້ງນີ້, ສະຫາຍ ຕິ່ງ ສຸກສັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ບຸຍ ແທັງ ເຊິນ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສສ. ຫວຽດນາມ, ເຂົ້າຢ້ຽມຂ່ຳນັບສະຫາຍ ຮວ່າງ ມິງ ເກືອງ, ຮອງປະທານສະພາປະຊາຊົນແຂວງຫາຍຟອງ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມພາຍໃຕ້ຫົວຂໍ້ “ເສີມຂະຫຍາຍແຫຼ່ງກຳ ລັງແຮງຂອງຊາວ ຫວຽດນາມຢູ່ຕ່າງປະເທດ, ເຊື່ອມຕໍ່ທ້ອງຖິ່ນ ແລະ ວິສາຫະກິດ” ນຳອີກດ້ວຍ.