ໃນຕອນເຊົ້າຂອງວັນທີ 19 ມັງກອນ 2024 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ທ່ານ Yun Chul HONG, ສາດສະດາຈານຈາກວິທະຍາໄລການແພດໂຮງໝໍມະຫາວິທະຍາໄລແຫ່ງຊາດເຊອູນ ຂອງ ສ. ເກົາຫຼີ ພ້ອມດ້ວຍຄະນະ.
ຈຸດປະສົງຂອງການພົບປະໃນຄັ້ງນີ້ ເພື່ອປຶກສາຫາລື ກ່ຽວກັບ ການສະໜັບສະໜູນຂອງວິທະຍາໄລການແພດຈາກໂຮງໝໍມະຫາວິທະຍາໄລແຫ່ງຊາດເຊອູນ ຂອງ ສ. ເກົາຫຼີ ໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ປີ 2024, ໂດຍສະເພາະ ໃນຂະແໜງສາທາລະນະສຸກ.