ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂະບວນການບ່ໍຮ່ວມກຸ່ມ ຄັ້ງທີ 19 ທີ່ປະເທດ ອູກັນດາ

   

  

   

20240119 DFM PX 1

20240119 DFM PX 2

  

  

ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ 19 (19th Summit of Heads of State & Government of the Non-Aligned Movement (NAM)) ໃນວັນທີ 19-20 ມັງກອນ 2024, ທີ່ນະຄອນຫຼວງກໍາປາລາ, ປະເທດອູກັນດາ, ພາຍໃຕ້ຫົວຂໍ້ “ລົງເລິກການຮ່ວມມືເພື່ອຄວາມອຸດົມຮັ່ງມີຮ່ວມກັນຂອງໂລກ ” (Deepening Cooperation for Shared Global Affluence)  ໂດຍການເປັນປະທານຂອງພະນະທ່ານ ຢໍເວີຍ ມູເຊວີນີ, ປະທານາທິບໍດີ ອູກັນດາ, ປະທານຂະບວນການບໍ່ຮ່ວມກຸ່ມ ສົກປີ 2024-2027  ແລະ ມີການເຂົ້າຮ່ວມຂອງບັນດາປະມຸກລັດ, ຫົວໜ້າລັດຖະບານ, ລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງຂອງປະເທດ ສະມາຊິກຂອງຂະບວນການບໍ່ຮ່ວມກຸ່ມ ແລະ ປະເທດສັງເກດການ ຈໍານວນ 104 ປະເທດ, ພ້ອມທັງມີ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ອົງການເຄື່ອຂ່າຍ ອົງການ ສປຊ ລວມທັງ ປະທານສະມັດຊາໃຫຍ່ ອົງການ ສປຊ ແລະ ເລຂາທິການໃຫຍ່ອົງການ ສປຊ ເຂົ້າຮ່ວມ.

  

ກອງປະຊຸມສຸດຍອດຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ສຳລັບບັນດາປະເທດສະມາຊິກຂອງກຸ່ມ ທີ່ກວມເອົາ 2/3 ຂອງປະເທດສະມາຊິກອົງການສະຫະປະຊາຊາດ ເພື່ອພ້ອມກັນຢ້ຳຄືນບັນດາຈຸດປະສົງ ແລະ ເປົ້າໝາຍຂອງຂະບວນການບໍ່ຮ່ວມກຸ່ມ ກໍ່ຄືຫຼັກການບັນດຸງທີ່ຖືກຮັບຮອງເອົາແຕ່ປີ 1961. ພ້ອມກັນນັ້ນ, ບັນດາຜູ້ນຳ ກໍ່ໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ  ສາກົນ ແລະ ບົດບາດສຳຄັນຂອງກຸ່ມ ເພື່ອກຳນົດທັດສະນະລວມ ແລະ ແນວທາງເສີມຂະຫຍາຍການຮ່ວມມືກັນໃນການແກ້ໄຂສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນໃນທົ່ວໂລກ ພ້ອມທັງວາງທິດທາງການຮ່ວມມືຂອງຂະບວນການບໍ່ຮ່ວມກຸ່ມ ໃນຊຸມປີຕໍ່ໜ້າ.

  

ໃນພິທີເປີດກອງປະຊຸມ, ປະທານ ໄດ້ກ່າວວ່າ ວົງຄະນະຍາດສາກົນ ຄວນສຸມໃສ່ບັນຫາທີ່ປະຊາຄົມໂລກກໍາລັງປະເຊີນໜ້າໃນປະຈຸບັນ, ສ້າງຄວາມຮັ່ງມີໂດຍຜ່ານການຄ້າ, ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ເປັນຕົ້ນ ບັນຫາກ່ຽວກັບມະນຸດ, ສິ່ງແວດລ້ອມ, ອາຊະຍາກໍາ ແລະ ການກໍ່ການຮ້າຍ ໂດຍສອດຄ່ອງກັບ​ຫຼັກ​ການບັນດຸງ ທີ່ເປັນ​ພື້ນ​ຖານຂອງການສ້າງຕັ້ງຂະບວນການບໍ່ຮ່ວມກຸ່ມ. ພ້ອມກັນນັ້ນ, ທ່ານ ຍັງເຫັນວ່າ ພວກເຮົາ ຄວນນຳໃຊ້ຈຸດແຂງຂອງກຸ່ມໃນການຊຸກຍູ້ຂະບວນການສາກົນ ເພື່ອກຳນົດຢ່າງຈະແຈ້ງ ​ບັນດາ​ບຸລິມະສິດ ຂອງປະເທດກໍາລັງພັດທະນາ ໂດຍ​ຮັກສາ​ຄວາມເປັນເອກະພາບ, ຄວາມສາມັກຄີ ແລະ ການມີສ່ວນຂອງທຸກປະເທດສະມາຊິກ ໃນການເຈລະຈາເອກະສານຜົນຂອງກອງປະຊຸມສຸດຍອດ ເພື່ອອະນາຄົດ ໃນເດືອນ ກັນຍາ 2024 ທີ່ ອົງການ ສປຊ. ນອກຈາກນັ້ນ, ປະທານສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 78 ກໍໄດ້ສະແດງຄວາມເປັນຫ່ວງຕໍ່ບັນຫາຄວາມບໍ່ສະເໝີພາບທີ່ໄດ້ແຜ່ຂະຫຍາຍວົງກວ້າງຂຶ້ນ, ໃນຂະນະທີ່ ຄວາມບໍ່ເຊື່ອໝັ້ນ ແລະ ການແຂ່ງຂັນທາງດ້ານພູມສາດການເມືອງ ກໍາລັງຂັດຂວາງຄວາມພະຍາຍາມເພື່ອບັນລຸການພັດທະນາແບບຍືນຍົງໃນປີ 2030, ປະເທດສະມາຊິກຂອງຂະບວນການບໍ່ຮ່ວມກຸ່ມ ມີປະຊາກອນກວມເອົາຫລາຍກວ່າເຄິ່ງໜຶ່ງຂອງປະຊາກອນໂລກ ຈຶ່ງເຮັດໃຫ້ມີບົດບາດ ແລະ ກໍາລັງແຮງ ໃນການກໍານົດ ແລະ ນຳພາໂລກຂອງພວກເຮົາ ໄປສູ່ອະນາຄົດທີ່ປອດໄພ, ຍຸຕິທຳ ແລະ ຈະເລີນຮຸ່ງເຮືອງ ສຳລັບໝົດທຸກຄົນ, ພ້ອມນັ້ນກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບແຜນຈັດກອງປະຊຸມ ສຸດຍອດເພື່ອອະນາຄົດ ໃນເດືອນ ກັນຍາ ປີ 2024 ນີ້ ເຊິ່ງຈະປະກອບດ້ວຍ ກອງປະຊຸມປິ່ນອ້ອມລະດັບສູງກ່ຽວກັບ ພື້ນຖານໂຄງລ່າງ, ພະລັງງານ ແລະ ການບໍລິຫານຈັດການໜີ້ສິນແບບຍືນຍົງ ແລະ ໄດ້ເຊື້ອເຊີນໃຫ້ບັນດາປະເທດສະມາຊິກ ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນການກໍານົດຂອບການຮ່ວມມືໃນຕໍ່ໜ້າ.

  

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງເທດ ຫົວໜ້າຄະນະຜູ້ແທນ ສປປ ລາວ ໄດ້ກ່າວຄໍາເຫັນ, ເຊິ່ງໃນນັ້ນໄດ້ເວົ້າເຖິງຄວາມຄືບຫນ້າຂອງຂະບວນການບໍ່ຮ່ວມກຸ່ມ ໃນທ່າມກາງສະພາບແວດລ້ອມສາກົນມີການປ່ຽນແປງຫລາຍໆດ້ານ ມີທັງໂອກາດ ແລະ ສິ່ງທ້າທາຍໃຫມ່ຫລາຍຢ່າງ ອັນໄດ້ກໍ່ໃຫ້ເກີດຄຳຖາມກ່ຽວກັບບົດບາດ ແລະ ອິດທິພົນຂອງກຸ່ມ. ສະນັ້ນ, ຈຶ່ງມີຄວາມຈຳເປັນສຳລັບປະເທດສະມາຊິກ ທີ່ຕ້ອງສືບຕໍ່ຍົກສູງຫລັກການບັນດຸງ ເພື່ອຮັບປະກັນຄວາມໜ້າເຊື່ອຖື ແລະ ບົດບາດຂອງກຸ່ມ ເພື່ອຮັບມືກັບສະພາບການຂອງໂລກໃນປະຈຸບັນ ເປັນຕົ້ນແມ່ນ ຄວາມເຄັ່ງຕຶງດ້ານພູມສາດການເມືອງ, ການປະທະກັນດ້ວຍກໍາລັງອາວຸດ, ການລະເມີດອະທິປະໄຕ ແລະ ການແຊກແຊງຈາກພາຍນອກ. ພ້ອມກັນນັ້ນ, ສິ່ງທ້າທາຍຕ່າງໆຍັງໄດ້ຖ່ວງດຶງຄວາມຄືບຫນ້າ ແລະ ຜົນສໍາເລັດທີ່ບັນລຸໄດ້ໃນຫລາຍທົດສະຫວັດທີ່ຜ່ານມາ ກໍ່ຄືຜົນກະທົບຕໍ່ການຈັດຕັ້ງປະຕິບັດບູລິມະສິດການພັດທະນາປະເທດ ແລະ ເປົ້າຫມາຍການພັດທະນາແບບຍືນຍົງ. ຕໍ່ສະພາບການດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໄດ້ສະເໜີໃຫ້ກຸ່ມຄວນຊອກຫາ ວິທີທາງທີ່ມີ​ປະສິດທິ​ພາບ ເພື່ອແກ້ໄຂສິ່ງທ້າທາຍຕ່າງໆ ​ແລະ ຍົກສູງບົດບາດອິດທິພົນຂອງກຸ່ມໃນເວທີສາກົນ. ນອກຈາກນັ້ນ ທ່ານຍັງໄດ້ແຈ້ງໃຫ້ກຸ່ມຊາບກ່ຽວກັບ ການຮັບໜ້າທີ່ເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້ ພ້ອມທັງຂໍການສະໜັບສະໜູນຈາກບັນດາປະເທດສະມາຊິກຂອງກຸ່ມຕໍ່ຄວາມພະຍາຍາມຂອງ ອາຊຽນໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍກັບບາງປະເທດສະມາຊິກ ແລະ ຫ້ອງການ ສປຊ ສໍາລັບການຮ່ວມມືໃຕ້-ໃຕ້.

  

ກອງປະຊຸມ ສຸດຍອດ ຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ 19 ໄດ້ຮັບຜົນສຳເລັດຢ່າງຈົບງານ ໂດຍສະເພາະ ປະເທດສະມາຊິກທັງໝົດໄດ້ຮ່ວມກັນ ຮັບຮອງເອົາ 4 ເອກະສານສໍາຄັນຄື: (1) ເອກະສານຜົນກອງປະຊຸມສຸດຍອດ, (2) ຖະແຫຼງການ ກໍາປາລາ, (3) ຖະແຫຼງການລັດຖະມົນຕີກຸ່ມກ່ຽວກັບ ບັນຫາປາແລັສຕິນ, ແລະ (4) ເອກະສານສະແດງຄວາມຂອບໃຈປະເທດເຈົ້າພາບ. ພິເສດກອງປະຊຸມຄັ້ງນີ້ ໄດ້ຮັບເອົາປະເທດ ຊູດັງໃຕ້ ເຂົ້າເປັນປະເທດສະມາຊິກໃໝ່ ທີ 121 ຂອງກຸ່ມ. ສໍາລັບເອກະສານດັ່ງກ່າວ ແມ່ນເປັນຜົນຂອງການເຈລະຈາຢູ່ໃນກອງປະຊຸມລະດັບເຈົ້າໜ້າທີອາວຸໂສ ທີ່ຈັດຂຶ້ນໃນວັນທີ 15-16 ມັງກອນ ແລະ ກອງປະຊຸມລະດັບລັດຖະມົນຕີ ວັນທີ 17-18 ມັງກອນ ເຊິ່ງໃນນັ້ນ ສໍາລັບເອກະສານຜົນກອງປະຊຸມສຸດຍອດ, ຄະນະຜູ້ແທນ ສປປ ລາວ ໃນນາມປະທານ ອາຊຽນ ໄດ້ນໍາສະເໜີ ເນື້ອໃນ ແລະ ສະແດງຈຸດຢືນຂອງອາຊຽນ ຕໍ່ກັບເນື້ອໃນທີ່ຕິດພັນກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

  

  

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486160
ມື້ນີ້76
ມື້ວານ215
ອາທິດນີ້1196
ເດືອນນີ້5465