ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ບັນດາປະເທດໃຕ້ (ປະເທດກຳລັງພັດທະນາ) ຄັ້ງທີ 3 ທີ່ ປະເທດ ອູກັນດາ

  

  

20240122 DFM PX 2

    

    

ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະເທດໃຕ້ (ປະເທດກຳລັງພັດທະນາ) ຄັ້ງທີ 3 (Third South Summit), ເຊິ່ງຈັດຂື້ນໃນລະຫວ່າງວັນທີ 21-22 ມັງກອນ 2023, ທີ່ ນະຄອນຫຼວງກໍາປາລາ, ປະເທດ ອູກັນດາ, ພາຍໃຕ້ການເປັນປະທານຂອງ ທ່ານ ປະທານາທິບໍດີ ປະເທດອູກັນດາ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ, ລັດຖະມົນຕີ ແລະ ຜູ້ແທນຂັ້ນສູງຈາກປະເທດສະມາຊິກ ກຸ່ມ 77 ແລະ ຈີນ (Group 77 and China) ເຂົ້າຮ່ວມຫຼາຍກວ່າ 100 ປະເທດ ຈາກສະມາຊິກທັງໝົດ 134 ປະເທດ, ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ 19 (The 19th NAM Summit), ໃນລະຫວ່າງວັນທີ 19-20 ມັງກອນ ທີ່ຜ່ານມາ.

  

ກອງປະຊຸມສຸດຍອດຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ຫົວຂໍ້: ພວກເຮົາພ້ອມກັນກ້າວໄປ (Leaving No One Behind) ໂດຍສຸມໃສ່ປຶກສາຫາລື ກ່ຽວກັບສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ການພັດທະນາແບບຍືນຍົງ, ການປ່ຽນແປງດິນຟ້າອາກາດ, ການລຶບລ້າງຄວາມທຸກຍາກ ແລະ ເສດຖະກິດດິຈີຕອນ ພ້ອມທັງແລກປ່ຽນທັດສະນະ ເພື່ອກຳນົດແນວທາງທີ່ເໝາະສົມໃນການແກ້ໄຂບັນຫາສິ່ງທ້າທ້າຍດ້ານການພັດທະນາ ທີ່ປະເທດກຳລັງພັດທະນາພວມປະເຊີນໜ້າຢູ່ໃນປັດຈຸບັນ ໃນທ່າມກາງສະພາບແວດລ້ອມພາກພື້ນ ແລະ ສາກົນ ມີການຜັນແປຢ່າງໄວວາ ອັນເກີດມາຈາກຄວາມເຄັ່ງຕຶງດ້ານພູມສາດການເມືອງ, ການປະທະກັນດ້ວຍກຳລັງອາວຸດ, ສະພາບເສດຖະກິດຖົດຖອຍ ແລະ ວິກິດການດ້ານສິ່ງແວດລ້ອມ, ເຊິ່ງທັງໝົດນັ້ນ ໄດ້ເຮັດໃຫ້ຄວາມພະຍາຍາມໃນການລຶບລ້າງຄວາມທຸກຍາກ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ພົບອຸປະສັກໃນທົ່ວໂລກ.

  

ໃນພາກເປີດກອງປະຊຸມ ມີຜູ້ນຳ ຂອງ 4 ປະເທດ ແລະ ແຂກຖືກເຊີນ 2 ທ່ານ ໄດ້ກ່າວຄຳເຫັນຄື: ຮອງປະທານປະເທດ ສ. ກູບາ ໃນນາມປະທານກຸ່ມ 77 ແລະຈີນ ສົກປີ 2023,  ປະເທດ ກາຕາ ໃນນາມປະທານກອງປະຊຸມສຸດຍອດຄັ້ງທີ 2 ໃນປີ 2005, ປະທານາທິບໍດີ ປະເທດ ອູກັນດາ, ປະທານກອງປະຊຸມ ແລະ ປະທານ ກຸ່ມ 77 ແລະ ຈີນ ສົກປີ 2024, ຮອງນາຍົກລັດຖະມົນຕີ ສປ ຈີນ, ທ່ານ ປະທານສະມັດຊາໃຫຍ່ ສປຊ ແລະ ທ່ານ ເລຂາທິການໃຫຍ່ ອົງການ ສປຊ. ໂດຍລວມແລ້ວ, ບັນດາທ່ານຜູ້ນຳໄດ້ຍົກໃຫ້ເຫັນບັນດາສິ່ງທ້າທາຍຫຼາຍດ້ານ ທີ່ໂລກກຳລັງປະເຊີນ, ກົງຈັກການປົກຄອງຂອງໂລກບໍ່ເປັນທຳ, ລະບົບການເງິນສາກົນທີ່ລົ້ມເຫຼວ, ຄວາມທຸກຍາກທີ່ເພີ່ມຂຶ້ນ, ບັນຫາການປ່ຽນແປງສະພາບດິນຟ້າອາກາດ, ບັນຫາໜີ້ສິນ, ຄວາມເຄັ່ງຕຶງທາງດ້ານພູມສາດການເມືອງ ແລະ ອື່ນໆ. ສະນັ້ນ, ບັນດາປະເທດກຳລັງພັດທະນາ ທີ່ມີກຸ່ມ 77 ແລະ ຈີນ ເປັນໃຈກາງ ຕ້ອງເພີ່ມທະວີການຮ່ວມມື, ຄວາມສາມັກຄີ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ເພີ່ມທະວີບົດບາດຂອງກຸ່ມ ໃນການນຳໜ້າການເຈລະຈາ ເພື່ອປົກປ້ອງຜົນປະໂຫຍດຂອງປະເທດກຳລັງພັດທະນາ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ສິດໃນການພັດທະນາ, ສົ່ງເສີມການຮ່ວມມື ໃຕ້-ໃຕ້, ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຂັບເຄື່ອນການພັດທະນາ, ການຫັນປ່ຽນດ້ານພະລັງງານ, ການແກ້ໄຂບັນຫາສິ່ງແວດລ້ອມ ແລະ ການກະກຽມໃຫ້ແກ່ກອງປະຊຸມສຳຄັນຕ່າງໆ ເປັນຕົ້ນ ກອງປະຊຸມສຸດຍອດເພື່ອອະນາຄົດ (Summit of the Future) ທີ່ຈະຈັດຂຶ້ນໃນເດືອນ ກັນຍາ 2024 ທີ່ອົງການ ສປຊ.

    

  

  

20240122 DFM PX 1

  

  

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ໂພໄຊ ໄຂຄຳພິທູນ, ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວຄຳເຫັນ ໂດຍໄດ້ເນັ້ນໃຫ້ເຫັນບັນດາສິ່ງທ້າທາຍຫຼາຍດ້ານ ທີ່ວົງຄະນະຍາດສາກົນກຳລັງປະເຊີນຢູ່ ເຊິ່ງໄດ້ກາຍເປັນສິ່ງກີດຂວາງຕໍ່ຄວາມພະຍາຍາມຂອງບັນດາປະເທດກຳລັງພັດທະນາ ໃນການຈັດຕັ້ງປະຕິບັດບັນດາວາລະສາກົນດ້ານການພັດທະນາ ກໍ່ຄື ເປົ້າໝາຍການພັດທະນາແບບຍືນຍົງ, ລວມທັງຍຸດທະສາດ ແລະ ແຜນພັດທະນາພາຍໃນປະເທດຂອງຕົນ. ພ້ອມດຽວກັນນີ້, ທ່ານ ຮອງລັດຖະມົນຕີ ໄດ້ຢ້ຳຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການຮ່ວມມືເປັນປຶກແຜ່ນ ເພື່ອສ້າງໂລກໃຫ້ມີສັນຕິພາບ, ມີຄວາມຈະເລີນຮຸ່ງເຮືອງ ແລະ ຍືນຍົງ ບົນພື້ນຖານຫຼັກການຄວາມເປັນເອກະພາບ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ການຮ່ວມມື ແລະ ຄວາມສາມັກຄີ ພາຍໃນກຸ່ມ 77 ແລະ ສປ ຈີນ ເພື່ອສຸມໃສ່ການພັດທະນາ ເສດຖະກິດ-ສັງຄົມ ພາຍໃນປະເທດຂອງຕົນ ແລະ ຮ່ວມກັນພາຍໃນກຸ່ມ, ພ້ອມທັງ ສືບຕໍ່ຮຽກຮ້ອງໃຫ້ບັນດາປະເທດພັດທະນາແລ້ວ ປະຕິບັດຕາມຄຳໝາຍໝັ້ນຂອງຕົນໃນການຊ່ວຍເຫຼືອບັນດາປະເທດກຳລັງພັດທະນາ. ນອກຈາກນັ້ນ, ທ່ານ ຍັງໄດ້ຊີ້ໃຫ້ເຫັນວ່າ ສປປ ລາວ ທີ່ເປັນທັງປະເທດດ້ອຍພັດທະນາ ແລະ ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ຍິ່ງມີຄວາມຕ້ອງການ ການຮ່ວມມື ແລະ ການຊ່ວຍເຫຼືອທີ່ເພີ່ມຂຶ້ນ ຈາກວົງຄະນາຍາດສາກົນ ລວມທັງຜ່ານຂອບການຮ່ວມມືໃຕ້-ໃຕ້ ແລະ ການຮ່ວມມືຂອບສາມຝ່າຍ ເພື່ອໃຫ້ສາມາດບັນລຸໄດ້ຕາມຈຸດປະສົງຂອງການພັດທະນາແຫ່ງຊາດ ລວມທັງການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ກໍ່ຄືເປົ້າໝາຍການພັດທະນາແບບຍືນຍົງ.

  

ກອງປະຊຸມສຸດຍອດຄັ້ງນີ້ ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງານ ໂດຍບັນດາປະເທດເຂົ້າຮ່ວມທັງໝົດ ໄດ້ພ້ອມກັນຮັບຮອງເອົາເອກະສານຜົນກອງປະຊຸມສຸດຍອດບັນດາປະເທດໃຕ້ (ປະເທດກຳລັງພັດທະນາ) ຄັ້ງທີ 3 ເຊິ່ງຈະເປັນບ່ອນອີງໃຫ້ແກ່ການຮ່ວມມືຂອງບັນດາປະເທດສະມາຊິກໃນຕໍ່ໜ້າ ເພື່ອຮ່ວມກັນແກ້ໄຂບັນດາສິ່ງທ້າທາຍຕ່າງໆ, ຊຸກຍູ້ການຮ່ວມມືແບບໃຕ້-ໃຕ້ ລະຫວ່າງບັນດາປະເທດກຳລັງພັດທະນາ ແນໃສ່ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງ, ການຮ່ວມມືເພື່ອການພັດທະນາ ແລະ ການບັນລຸວາລະ 2030 ເພື່ອການພັດທະນາແບບຍືນຍົງ.

  

ກອງປະຊຸມສຸດຍອດ ບັນດາປະເທດໃຕ້ ໄດ້ຖືກຈັດຂື້ນມາແລ້ວ 2 ຄັ້ງ, ເຊິ່ງຄັ້ງທໍາອິດຈັດຂື້ນໃນວັນທີ 10-14 ເມສາ 2000, ທີ່ ລາຮາວານ, ສ. ກູບາ ແລະ ຄັ້ງທີ 2 ຈັດຂື້ນໃນວັນທີ 12-16 ມິຖຸນາ 2005, ທີ່ ໂດຮາ, ປະເທດ ກາຕາ.

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486248
ມື້ນີ້164
ມື້ວານ215
ອາທິດນີ້1284
ເດືອນນີ້5553