ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຍື່ນຈົດໝາຍແຕ່ງຕັ້ງຂອງ ຜູ້ຕາງໜ້າ ອົງການ ອຸຍແນັສ໌ໂກ ປະຈໍາ ສປປ ລາວ

   

  

20240125 DFM PX UNESCO 1

    

    

ວັນທີ 25 ມັງກອນ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ນາງ ຊູຢອນ ຄິມ (Soohyun Kim), ຫົວໜ້າຫ້ອງການປະຈໍາພາກພື້ນ ອົງການ ອຸຍແນັສ໌ໂກ ທີ່ ບາງກອກ, ເພື່ອເຮັດໜ້າທີ່ເປັນຜູ້ຕາງໜ້າຄົນໃໝ່ ຂອງ ອົງການ ອຸຍແນັສ໌ໂກ ປະຈໍາ ສປປ ລາວ.

   

ໃນໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ຜູ້ຕາງໜ້າຄົນໃໝ່ ອົງການ ອຸຍແນັສ໌ໂກ ປະຈໍາ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືຊ່ວຍເຫຼືອຂອງ ອົງການ ອຸຍແນັສ໌ໂກ ໃນໄລຍະຜ່ານມາ. ທ່ານ ຮອງລັດຖະມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ຜູ້ຕາງໜ້າຄົນໃໝ່, ຫ້ອງການປະຈໍາພາກພື້ນ ອົງການ ອຸຍແນັສ໌ໂກ ທີ່ ບາງກອກ ກໍຄື ອົງການ ອຸຍແນັສ໌ໂກ ປະຈໍາ ສປປ ລາວ ຈະສາມາດສືບຕໍ່ເພີ່ມທະວີການຮ່ວມມື ແລະ ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການພັດທະນາ ໂດຍສະເພາະໃນຂົງເຂດການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ທີ່ສອດຄ່ອງກັບບຸລິມະສິດຕ່າງໆຂອງລັດຖະບານ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX. ພ້ອມກັນນັ້ນ, ກໍ່ໄດ້ແລກປ່ຽນກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ, ຂະບວນການກະກຽມຄວາມພ້ອມ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນອະນາຄົດ ແລະ ທີ່ສໍາຄັນແມ່ນ ການປະຕິບັດໜ້າທີ່ເປັນ ປະທານອາຊຽນ ຂອງ ສປປ ລາວ ຕະຫຼອດໄລຍະປີ 2024. ໃນນັ້ນ, ທ່ານ ຮອງລັດຖະມົນຕີ ກໍໄດ້ສະເຫນີໃຫ້ ອົງການ ອຸຍແນັສ໌ໂກ ປະຈໍາ ສປປ ລາວ ສືບຕໍ່ປະກອບສ່ວນ ແລະ ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ເພື່ອໃຫ້ສາມາດບັນລຸໄດ້ບັນດາຄາດໝາຍດ້ານການພັດທະນາຕາມທີ່ວາງໄວ້.

  

  

20240125 DFM PX UNESCO 2

  

  

ໃນເວລາດຽວກັນນີ້, ທ່ານ ຜູ້ຕາງໜ້າຄົນໃໝ່ຂອງ ອົງການ ອຸຍແນັສ໌ໂກ ປະຈໍາ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມທັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຕົນເອງ ກໍຄື ອົງການ ອຸຍແນັສ໌ໂກ ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືສະໜັບສະໜູນ ລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ຂອງ ສປປ ລາວ ຢ່າງຕັ້ງໜ້າ ໂດຍສະເພາະການສົ່ງເສີມການສຶກສາ, ການປົກປັກຮັກສາວັດທະນະທໍາ ແລະ ການສະເໜີຂໍຂຶ້ນທະບຽນມໍລະດົກໂລກໃນຂົງເຂດຕ່າງໆຂອງ ສປປ ລາວ ໃນອະນາຄົດ.

   

ສໍາລັບ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງ ອົງການ ອຸຍແນັສ໌ໂກ ນັບຕັ້ງແຕ່ປີ 1951 ເປັນຕົ້ນມາ ໂດຍມາຮອດປັດຈຸບັນ ໄດ້ຖືກຮັບຮອງສະຖານທີ່ມໍລະດົກໂລກ ຈໍານວນ 03 ແຫ່ງ (ນະຄອນຫຼວງພະບາງ, ວັດພູຈໍາປາສັກ ແລະ ທົ່ງໄຫຫີນຊຽງຂວາງ) ແລະ ໄດ້ຖືກຮັບຮອງມໍລະດົກທາງວັດທະນະທໍາ ຈໍານວນ 02 ລາຍການ (ສຽງແຄນ ແລະ ລາຍນາກໃນຜ້າພື້ນເມືອງ). ນອກຈາກນັ້ນ, ສປປ ລາວ ກໍຍັງຢູ່ໃນຂະບວນການສະເໜີຕໍ່ກັບ ອົງການ ອຸຍແນັສ໌ໂກ ເພື່ອຮັບຮອງສະຖານທີ່ມໍລະດົກໂລກ ແລະ ມໍລະດົກທາງວັດທະນາທໍາ ອີກຈໍານວນຫຼາຍລາຍການໃນຕໍ່ໜ້າ.

   

  

20240125 DFM PX UNESCO 3

  

  

 

  

  

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486327
ມື້ນີ້23
ມື້ວານ220
ອາທິດນີ້1363
ເດືອນນີ້5632