ໃນວັນທີ 28 ມັງກອນ 2024 ທີ່ ໂຮງແຮມ ພູແມນ, ນະຄອນຫຼວງພະບາງ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າຫນ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຕີມໍແລັດສະເຕ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄັ້ງນີ້ ໄດ້ທົບທວນ ແລະ ຮັບຊາບຄວາມຄືບໜ້າການສ້າງປະຊາຄົມອາຊຽນ ກໍຄືການຈັດຕັ້ງປະຕິບັດແຜນແມ່ບົດຂອງສາມເສົາຄໍ້າປະຊາຄົມອາຊຽນ ຊຶ່ງເຫັນວ່າໂດຍລວມມີຄວາມຄືບໜ້າເປັນຢ່າງດີ. ສປປ ລາວ ໃນນາມປະທານອາຊຽນ ໃນປີ 2024 ໄດ້ນຳສະເໜີບູລິມະສິດການເປັນປະທານອາຊຽນຂອງ ສປປ ລາວ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.
ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງທີ່ໄດ້ຈັດຂຶ້ນໃນ ເດືອນກັນຍາ 2023 ທີ່ ອິນໂດເນເຊຍ, ລວມທັງຄວາມຄືບໜ້າໃນການກະກຽມວິໄສທັດປະຊາຄົມອາຊຽນ 2045 ໂດຍສະເພາະແມ່ນການສ້າງແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045. ພ້ອມນີ້, ກໍໄດ້ປຶກສາກ່ຽວກັບການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ຂອງບັນດາປະເທດນອກພາກພື້ນທີ່ມີຄວາມສົນໃຈຮ່ວມມືກັບອາຊຽນ.
ໃນໂອກາດນີ້, ກອງປະຊຸມ ຍັງໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືລະຫວ່າງ ອາຊຽນ ກັບ ພາຍນອກ, ພ້ອມທັງປຶກສາຫາລືການສະເໜີເປັນຄູ່ຮ່ວມມືຂອງອາຊຽນ. ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ຢໍ້າຄືນຄວາມສຳຄັນໃນການຮັດແໜ້ນຄວາມເປັນແກນກາງຂອງອາຊຽນ ໃນການເສີມຂະຫຍາຍການຮ່ວມມືກັບພາຍນອກ. ສປປ ລາວ ໃນນາມປະເທດປະສານງານການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ໄດ້ລາຍງານຄວາມຄືບໜ້າຂອງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນໃນວັນທີ 6 ມີນາ 2024 ທີ່ ເມວເບີນ, ປະເທດ ອົດສະຕຣາລີ.
ນອກຈາກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ທີ່ຈະຈັດຂຶ້ນໃນວັນທີ 29 ມັງກອນ 2024.
--------------------------