ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖາບັນການຕ່າງປະເທດ ຮ່ວມກັບ ສະຖານທູດ ອິນເດຍ ເປັນເຈົ້າພາບໃນການຈັດປາຖະກະຖາ

 

LAO INDIA RELATION1

LAO INDIA RELATION2

 

ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວ ໄດ້ເປັນເຈົ້າພາບໃນການຈັດປາຖະກະຖາພາຍໃຕ້ຫົວຂໍ້: “ການຮ່ວມມືກັບອິນເດຍ ໃນໄລຍະໃໝ່: ເປີດກວ້າງການຮ່ວມມືກັບ ສປປ ລາວ ແລະ ອາຊຽນ (Engaging with an Emergent New India: Expanding Collaboration with Lao PDR and ASEAN)”, ໃນວັນທີ 02 ກຸມພາ 2024, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຜູ້ເຂົ້າຮ່ວມ ຈາກຫຼາຍພາກສ່ວນຕ່າງໆເປັນຕົ້ນ: ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ທູດອາວຸໂສບໍານານ, ກະຊວງອ້ອມຂ້າງທີ່ກ່ຽວຂ້ອງ, ອົງການທຽບເທົ່າ ແລະ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ຕະຫຼອດຮອດຜູ້ຕາງໜ້າຈາກ ສະຖານເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວ ຫຼາຍກວ່າ 150 ທ່ານ.

 

ການຈັດປາຖະກະຖາຄັ້ງນີ້, ແມ່ນເປັນກິດຈະກໍາໜຶ່ງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ອິນເດຍ ຄົບຮອບ 68 ປີ (02 ກຸມພາ 1956 ເຖິງ 02 ກຸມພາ 2024) ແນ່ໃສ່ເພື່ອເປັນການສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອິນເດຍ ໃນໄລຍະຜ່ານມາ ກໍຄືເສີມຂະຫຍາຍການຮ່ວມມືທີ່ເປັນທ່າແຮງຂອງສອງປະເທດໃນອານາຄົດ. ນອກຈາກນີ້, ກໍ່ເພື່ອເສີມຂະຫຍາຍການຮ່ວມມື ລະຫວ່າງ ອິນເດຍ ແລະ ອາຊຽນ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ໃນປີ 2024 ອີກດ້ວຍ, ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງ ແລະ ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບຂົງເຂດວຽກງານຕ່າງໆ ພາຍໃຕ້ການຮ່ວມມື ລາວ-ອິນເດຍ ແລະ ອາຊຽນ-ອິນເດຍ ໃນໄລຍະຜ່ານ, ກາລະໂອກາດ, ສິ່ງທ້າທ້າຍ ແລະ ຂົງເຂດວຽກງານທີ່ເປັນທ່າແຮງສໍາລັບການຮ່ວມມື ລະຫວ່າງ ສອງປະເທດໃນອານາຄົດ.

 

ສປປ ລາວ ແລະ ອິນເດຍ  ໄດ້ສ້າງສາຍພົວພັນການທູດຮ່ວມກັນ ໃນວັນທີ 02 ກຸມພາ 1956. ຕະຫຼອດໄລຍະ 68 ປີຜ່ານມາ, ການພົວພັນການທູດ ລະຫວ່າງ ສອງປະເທດ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເປັນຮູບປະທໍາ ເຊິ່ງມີລັກສະນະມູນເຊື້ອດ້ານປະຫວັດສາດ ເນື່ອງຈາກມີຄວາມຄ້າຍຄືກັນທາງດ້ານວັດທະນະທໍາ ແລະ ສາດສະໜາ, ສອງຝ່າຍໄດ້ໃຫ້ການສະໜັບສະໜູນເຊີ່ງກັນ ແລະ ກັນ, ມີການແລກປ່ຽນການຢ້ຽມຢາມກັນຢ່າງເປັນປົກກະຕິໃນລະດັບການນໍາຂັ້ນສູງ ຈົນເຖິງວິຊາການ, ມີການຮ່ວມມືກັນໃນຫຼາຍຂົງເຂດວຽກງານເຊັ່ນ: ການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ສາທາລະນະສຸກ, ສຶກສາ, ເຕັກໂນໂລຊີ,  ການຄ້າ-ການລົງທຶນ ແລະ ອື່ນໆ. ນອກນີ້, ທັງສອງຝ່າຍ ກໍ່ໄດ້ລົງນາມຮ່ວມກັນໃນນິຕິກໍາຕ່າງໆຫຼາຍສະບັບ ເຊິ່ງໃນນັ້ນ ກໍ່ແມ່ນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນການຕ່າງປະເທດ ຂອງ ສປປ ລາວ ແລະ ສະຖາບັນການຕ່າງປະເທດ ຂອງ ອິນເດຍ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍ ໂດຍຜ່ານການຈັດຕັ້ງປະຕິບັດກິດຈະກໍາໃນຂົງເຂດຕ່າງໆ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486521
ມື້ນີ້75
ມື້ວານ142
ອາທິດນີ້183
ເດືອນນີ້5826