ໃນຕອນເຊົ້າຂອງວັນທີ 2 ກຸມພາ 2024, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ, ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດປີໃໝ່ ຫວຽດນາມ ປີມັງກອນ “ເຕັດຢາບຖິນ” ທີ່ຈະໝູນວຽນມາເຖິງອີກວາລະໜຶ່ງ.
ໃນໂອກາດດັ່ງກ່າວ, ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ກໍໄດ້ອວຍພອນໄຊອັນປະເສີດແກ່ ສະຫາຍ ເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານ ສະຖານທູດທຸກຄົນ ແລະ ຜ່ານສະຫາຍ ໄປຍັງ ການນໍາພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານ; ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ປິຕິຍິນດີເປັນຢ່າງຍິ່ງ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານທີ່ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ພາຍໃຕ້ການຊີ້ນຳນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໄສ ຂອງພັກກອມມູນິດຫວຽດນາມ ກໍ່ຄືການບໍລິຫານວຽກງານຂອງລັດຖະບານ ຫວຽດນາມ. ໃນຂະນະດຽວກັນ, ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ແລະ ຄະນະ ທີ່ໄດ້ມາອວຍພອນປີໃໝ່ໃນຄັ້ງນີ້.
ໃນໂອກາດດຽວກັນນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນໄດ້ວ່າ ຕະຫຼອດໄລຍະຜ່ານມາ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ນັບມື້ນັບມີການພັດທະນາເຂົ້າສູ່ລວງເລິກ ແລະ ນໍາຜົນປະໂຫຍດຢ່າງແທ້ຈິງ ມາສູ່ປະຊາຊົນສອງຊາດ, ທັງຍັງໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືກັນຢ່າງສະໜິດແໜ້ນ ແລະ ມີປະສິດທິພາບ ລະຫວ່າງ ກະຊວງການຕ່າງປະເທດລາວ ກັບ ສະຖານທູດຫວຽດນາມ ໃນໄລຍະຜ່ານມາ, ເຮັດໃຫ້ສາມາດຊຸກຍູ້ການພົວພັນຮ່ວມມືອັນເປັນມູນເຊື້ອທີ່ດີ ລະຫວ່າງສອງຝ່າຍ ໃຫ້ຂະຫຍາຍຕົວ ແລະ ມີຜົນສໍາເລັດຫຼາຍດ້ານ, ໂດຍສະເພາະແມ່ນ ການເປັນເສນາທິການໃຫ້ແກ່ການນໍາຂັ້ນສູງ. ພ້ອມກັນນີ້, ສອງຝ່າຍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນ ຊົ່ວກາລະນານ.