ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳກະຊວງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຮອງເລຂາທິການໃຫຍ່ ສປຊ, ເລຂາທິການບໍລິຫານຄະນະກຳມາທິການເສດຖະກິດ-ສັງຄົມ ສປຊ ປະຈໍາພາກພື້ນອາຊີ-ປາຊີຟິກ

 

UN 1

 

ໃນວັນທີ 30 ມັງກອນ 2024, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການມາຢ້ຽມຂໍ່ານັບຂອງທ່ານ ນ. ອາມິດາ ຊານຊິອາ ອາລີສຈາບານາ (Armida Salsiah ALISJAHBANA), ຮອງເລຂາທິການໃຫຍ່ ສປຊ, ເລຂາທິການບໍລິຫານຄະນະກຳມາທິການເສດຖະກິດ-ສັງຄົມ ສປຊ ປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP) ທີ່ ຫ້ອງປະຊຸມກະຊວງການຕ່າງປະເທດ. ທ່ານ ນ. ອາມິດາ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບໃນຄັ້ງນີ້ ແລະ ໄດ້ແຈ້ງໃຫ້ຊາບ 2 ເນື້ອໃນສຳຄັນຄື: 1. ການສະໜັບໜູນຂອງອົງການ ຕໍ່ ສປປ ລາວ ໃນການກະກຽມຈັດກອງປະຊຸມຕ່າງໆ ໃນຂອບອາຊຽນທີ່ ສປປ ລາວ ໄດ້ຮັບກຽດເປັນປະທານໝູນວຽນ ໃນປີ 2024 ນີ້, ເປັນຕົ້ນ ເວທີປຶກສາຫາລືການລົງທຶນອາຊຽນ ທີ່ຜ່ານມາ ອິນໂດເນເຊຍ ໄດ້ຈັດຂຶ້ນໃນໄລຍະກອງປະຊຸມສຸດຍອດອາຊຽນ ປີ 2023 ທີ່ຕົນເອງເປັນເຈົ້າພາບ ແລະ ສະເໜີສືບຕໍ່ຈັດໃນ ປີ 2024 ນີ້, ລວມທັງກອງປະຊຸມປິ່ນອ້ອມອື່ນໆທີ່ຕິດພັນກັບຂະແໜງການຄ້າ-ການລົງທຶນ ແລະ ພາກທຸລະກິດອາຊຽນ; 2. ທ່ານ ໄດ້ຢ້ຳຄືນຄວາມໝາຍໝັ້ນຈະໃຫ້ການສະໜັບສະໜູນ ແລະ ເສີມຂະຫຍາຍຮ່ວມມືກັບ ສປປ ລາວ ໃນດ້ານຕ່າງໆ ລວມທັງວຽກງານການເຊື່ອມຈອດພາກພື້ນ ຜ່ານໂຄງການທາງລົດໄຟລາວ-ຈີນ, ທ່າບົກ (Dry Port), ການອໍານວຍຄວາມສະດວກດ້ານການຂົນສົ່ງ (Logistic), ການຫັນເປັນຕົວເມືອງທັນສະໄໝ, ຄວາມປອດໄພຕາມຫົນທາງ ແລະ ໂຄງການການປັບປຸງວຽກງານການອອກໃບຂັບຂີ່ຍານພາຫະນະ ຂອງ ສປປ ລາວ. ນອກຈາກນີ້, ອົງການຍັງໃຫ້ການຊ່ວຍເຫຼືອດ້ານວິຊາການແກ່ການເກັບກຳສະຖິຕິ ເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ ຜ່ານການສະແດງຜົນເທິງເວັບໄຊທ໌ (SDG Dashboard) ໃຫ້ແກ່ປະເທດສະມາຊິກ ລວມທັງ ສປປ ລາວ.

 

ທ່ານ ໂພໄຊ ໄຂຄຳພິທູນ, ໄດ້ສະແດງຄວາມຂອບໃຈຕໍ່ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ສປປ ລາວ ມີຄວາມພ້ອມໃນການເປັນປະທານອາຊຽນ ແລະ ຍິນດີປຶກສາຫາລື ກ່ຽວກັບ ການສະໜັບສະໜູນຈັດກິດຈະກຳ ກໍ່ຄືກອງປະຊຸມປິ່ນອ້ອມຕ່າງໆ ໃນຂອບອາຊຽນ ໂດຍສະເພາະວຽກສົ່ງເສີມການຄ້າ-ການລົງທຶນ ແລະ ກອງປະຊຸມພາກທຸລະກິດ. ພ້ອມດຽວກັນນີ້, ທ່ານ ຮອງລັດຖະມົນຕີ ໄດ້ແຈ້ງໃຫ້ຝ່າຍ UNESCAP ຊາບກ່ຽວກັບ ຄວາມໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ຈັດຕັ້ງປະຕິບັດແຜນງານສາກົນຕ່າງໆ ໂດຍສະເພາະແມ່ນວາລະ 2030 ເພື່ອການພັດທະນາແບບຍືນຍົງ, ເປົ້າໝາຍຂອງປະເທດ ໃນການກະກຽມອອກຈາກປະເທດດ້ອຍພັດທະນາຂອງ ສປປ ລາວ ໃນປີ 2026 ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະ, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບ ການກະກຽມກະເຂົ້າຮ່ວມກອງປະຊຸມທີ່ສຳຄັນຕ່າງໆປະຈໍາພາກພື້ນ ແລະ ສາກົນ ໃນປີ 2024 ນີ້.

 

ໃນຕອນທ້າຍ, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ຄະນະກຳມາທິການເສດຖະກິດ-ສັງຄົມ ສປຊ ປະຈໍາພາກພື້ນອາຊີ-ປາຊີຟີກ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາຂອງ ສປປ ລາວ, ການສະໜັບສະໜູນດ້ານວິຊາການ, ການຝຶກອົບຮົມ ແລະ ການຊ່ວຍເຫຼືອດ້ານຂໍ້ມູນສະຖິຕິຕ່າງໆ, ແລະ ເຊື່ອໝັ້ນວ່າ ອົງການ UNESCAP ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນຊຸມປີຕໍ່ໜ້າ.

 

ນອກຈາກນີ້, ໃນໄລຍະການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ນັບແຕ່ວັນທີ 29-30 ມັງກອນ 2024, ທ່ານ ນາງ Armida Salsiah ALISJAHBANA ໄດ້ພົບປະກັບທ່ານ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາທ່ານ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ ເພື່ອປຶກສາຫາລື ທິດທາງເສີມຂະຫຍາຍການຮ່ວມມືໃນຂອບວຽກວິຊາສະເພາະ ແລະ ຂອບວຽກ ອາຊຽນ ຂອງແຕ່ລະຂະແໜງການ ກັບອົງການ ໃຫ້ມີປະສິດທິຜົນຍິ່ງໆຂື້ນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486517
ມື້ນີ້71
ມື້ວານ142
ອາທິດນີ້179
ເດືອນນີ້5822