ໃນຕອນບ່າຍວັນທີ 27 ກຸມພາ 2024, ທີ່ ຫ້ອງຮັບແຂກກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ດຣ. ຫຍິງຣູ ຈາຄວາລິນ ໂລ (Dr. Ying-Ru Jacqueline LO), ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ ທີ່ສຳເລັດການປະຕິບັດໜ້າທີ່ເປັນຜູ້ຕາງໜ້າຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມ ຊົມເຊີຍທ່ານ ຜູ້ຕາງໜ້າຂອງອົງການ WHO ທີ່ໄດ້ປະຕິບັດໜ້າທີ່ຢ່າງມີຜົນສຳເລັດ ເຊິ່ງເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການອະນາໄມໂລກ ສືບຕໍ່ມີໝາກຜົນຍິ່ງຂຶ້ນໃນໄລຍະຜ່ານມາ ພ້ອມທັງສະແດງຄວາມຂອບໃຈ ອົງການ WHO ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຂະແໜງການທີ່ກ່ຽວຂ້ອງກັບ ເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ 3: ມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ, ປພຍ 13: ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໂດຍສະເພາະແມ່ນ 3 ບູລິມະສິດໃນການຮ່ວມມື: 1. ສົ່ງເສີມຄວາມທົນທານ ແລະ ຄວາມຍືນຍົງ ຂອງລະບົບສາທາລະນະສຸກ ເພື່ອຮັບປະກັນການເຂົ້າເຖິງລະບົບສາທາລະນະສຸກແບບທົ່ວເຖິງ, 2. ໃຫ້ການປົກປ້ອງຊຸມຊົນຈາກພະຍາດລະບາດ ແລະ ເຫດການສຸກເສີນດ້ານສາທາລະນະສຸກ, ແລະ 3. ໃຫ້ການປົກປ້ອງສຸຂະພາບຈາກການປ່ຽນແປງດິນຟ້າອາກາດ ແລະ ບັນດາໄພຂົ່ມຂູ່ດ້ານສິ່ງແວດລ້ອມ. ນອກຈາກນີ້, ສປປ ລາວ ແລະ ອົງການອະນາໄມໂລກ ໄດ້ຈັດຕັ້ງປະຕິບັດ ກິດຈະກຳຕ່າງໆ ກ່ຽວກັບການຫຼຸດຜ່ອນຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ, ໄດ້ຮ່ວມກັນ ພັດທະນາຍຸດທະສາດການຮ່ວມມືລະຫວ່າງອົງການ WHO ແລະ ສປປ ລາວ ສຳລັບສົກປີ 2024-2028, ເຊິ່ງໄດ້ຖືກຮັບຮອງຢ່າງເປັນທາງການໃນເດືອນ ກຸມພາ 2024 ນີ້. ຍຸດທະສາດດັ່ງກ່າວ ຈະຊ່ວຍສະໜັບສະໜູນໃຫ້ແກ່ວຽກງານຂອງກະຊວງສາທາລະນະສຸກ, ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງສຶກສາທິການ ແລະ ກິລາ, ກະຊວງພາຍໃນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ສະພາແຫ່ງຊາດ. ພ້ອມດຽວກັນນັ້ນ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງລັດຖະບານ ກໍ່ຄື ກະຊວງການຕ່າງປະເທດ ທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນການປະຕິບັດວຽກງານຂອງອົງການ WHO ໃນອະນາຄົດ; ແລະ ໄດ້ອວຍພອນໄຊ ໃຫ້ ທ່ານ ດຣ. ຫຍິງຣູ ຈາຄວາລິນ ໂລ ຈົ່ງມີຄວາມຜາສຸກ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ໃນໂອກາດດຽວກັນນີ້, ທ່ານ ດຣ. ຫຍິງຣູ ຈາຄວາລິນ ໂລ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອົບອຸ່ນຂອງ ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ສະແດງຄວາມຂອບໃຈມາຍັງລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືເປັນຢ່າງດີຕະຫຼອດໄລຍະການປະຕິບັດໜ້າທີ່ຢູ່ ສປປ ລາວ ຂອງຕົນ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ກັບມາຢ້ຽມຢາມ ສປປ ລາວ ອີກຄັ້ງ.