ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ - ເບລາຣຸດຊີ ຄັ້ງທີ 3

 

Lao Belarus1

 

ກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ເບລາຣຸດຊີ ຄັ້ງທີ 3 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ມີນາ 2024, ທີ່ ກະຊວງການຕ່າງປະເທດ, ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເຢັບເກນີ ເຊດຕາສະກົບ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ເບລາຣຸດຊີ, ໃນໂອກາດທີ່ທ່ານ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 12-15 ມີນາ 2024, ເພື່ອເຂົ້າຮ່ວມການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ-ເບລາຣຸດຊີ ຄົບຮອບ 30 ປີ.

 

 ກອງປະຊຸມຄັ້ງ​ນີ້ ຖືເປັນຂີດຫມາຍສຳຄັນ​ໃນການທົບທວນຕີລາຄາການ​ພົວ​ພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ເວົ້າລວມ ແມ່ນເພື່ອປຶກສາຫາລືຮ່ວມກັນ ກ່ຽວກັບ ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ທິດທາງການຮ່ວມມືລະຫວ່າງສອງປະເທດ ໂດຍມີເປົ້າໝາຍເຮັດໃຫ້ ສອງກະຊວງການຕ່າງປະເທດ ສືບຕໍ່ກົນໄກປຶກສາຫາລືສອງຝ່າຍ ຢ່າງເປັນປົກກະຕິ, ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການແລກປ່ຽນຄະນະຜູ້ແທນຂັ້ນສູງໃນຕໍ່ໜ້າ, ສືບຕໍ່ສົ່ງເສີມ​ການປະສານສົມທົບກັນ ​ລະຫວ່າງ​ ສອງ​ກະຊວງ​ການ​ຕ່າງປະ​ເທດ​ ລາວ ແລະ ເບລາຣຸດຊີ ໃຫ້ໃກ້ຊິດຍິ່ງຂຶ້ນ, ມີປະສິດທິພາບ, ປະສິດທິຜົນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ໃນໂອກາດນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ-ເບລາຣຸດຊີ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນເປັນກ້າວໆມາ, ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 07 ກຸມພາ 1994, ໂດຍສະເພາະການພົບປະແລກປ່ຽນຂອງການນຳຂັ້ນສູງສອງປະເທດ ເປັນແຕ່ລະໄລຍະ, ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ອົງການສະຫະປະຊາຊາດ, ອາຊຽນ ແລະ ອື່ນໆ. ພິເສດ, ການມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ສປປ ລາວ-ເບລາຣຸດຊີ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 30 ປີ ເພື່ອລະນຶກເຖິງວັນສຳຄັນດັ່ງກ່າວ ແລະ ສ້າງບັນຍາກາດອັນຟົດຟື້ນໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືສອງປະເທດ.

 

Lao Belarus4Lao Belarus5

 

ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມພົບປະຂອງການນຳຂັ້ນສູງສອງປະເທດ ລວມໄປເຖິງການໄປມາຫາສູ່ລະຫວ່າງປະຊາຊົນ ໃຫ້ຫຼາຍຂຶ້ນ, ສືບຕໍ່ກົນໄກການຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ເບລາຣຸດຊີ ຄັ້ງທີ 4, ເຫັນດີສືບຕໍ່ຂະຫຍາຍການພົວພັນຮ່ວມມືດ້ານພັກ ແລະ ການທູດປະຊາຊົນ, ຊຸກຍູ້ໃຫ້ມີການພົວພັນກັນຫຼາຍຂຶ້ນລະຫວ່າງ ບັນດານັກທຸລະກິດ, ນັກທ່ອງທ່ຽວ ແລະ ການພົວພັນຂອງອົງການຈັດຕັ້ງທາງສັງຄົມ; ແລກປ່ຽນການພົບປະລະຫວ່າງ ລັດຖະສະພານຳກັນ, ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍສືບຕໍ່ປຶກສາຫາລືຜ່ານກົນໄກຂອງຄະນະກຳມາທິການຮ່ວມມືສອງຝ່າຍ (JC), ຊຸກຍູ້ການຮ່ວມມືໃນວຽກງານຄວາມຫມັ້ນຄົງ ແລະ ປ້ອງກັນຊາດ, ການເງິນ-ການທະນາຄານ, ສາທາລະນະສຸກ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ, ວັດທະນະທຳ ແລະ ຂະແໜງການອື່ນໆ. ໃນໂອກາດນີ້, ຝ່າຍເບລາຣຸດຊີ ຍິນດີຈະຊ່ວຍຊຸກຍູ້ໂຄສະນາໃຫ້ປະຊາຊົນຂອງຕົນ ເຂົ້າມາທ່ອງທ່ຽວ ສປປ ລາວ ຫຼາຍຂຶ້ນ ໂດຍສະເພາະໃນປີທ່ອງທ່ຽວລາວ ປີ 2024. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ຢືນຢັນຄືນຈະໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ທັງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃນປະຈຸບັນ ແລະ ແລກປ່ຽນຄຳຄິດເຫັນຕໍ່ບາງບັນຫາສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

 

Lao Belarus2

 

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ເບລາຣຸດຊີ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ, ສະແດງຄວາມຫວັງຢ່າງຍິ່ງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກ ເບລາຣຸດຊີ ໃນຕໍ່ຫນ້າ, ອວຍພອນໃຫ້ສາຍພົວພັນມິດຕະພາບ ລາວ-ເບລາຣຸດຊີ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວໃຫມ່ໃນອະນາຄົດ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ລາວ-ເບລາຣຸດຊີ.

 

Lao Belarus3

 

ໃນຕອນບ່າຍ, ທ່ານຮອງລັດຖະມົນຕີ ເຢັບເກນີ ເຊດຕາສະກົບ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຈາກລັດຖະບານ ກໍ່ຄື ປະຊາຊົນລາວ ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ລວມທັງ ຜົນສໍາເລັດຂອງການພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງຝ່າຍລາວ ໃນກອງປະຊຸມປຶກສາຫາລືທາງດ້ານການເມືອງ ຄັ້ງທີ 3 ພ້ອມທັງແຈ້ງໃຫ້ຊາບວ່າ ການຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ເບລາຣຸດຊີ-ລາວ ຄັ້ງທີ 4 ໃນລະດັບຮອງລັດຖະມົນຕີ ແມ່ນຝ່າຍເບລາຣຸດຊີ ຈະສືບຕໍ່ເປັນເຈົ້າພາບ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486103
ມື້ນີ້19
ມື້ວານ215
ອາທິດນີ້1139
ເດືອນນີ້5408