ຕອນບ່າຍຂອງວັນທີ 18 ມີນາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Benoit Guidée (ເບີນົວ ກີເດ່), ຫົວໜ້າກົມອາຊີ ແລະ ໂອເຊອານີ (ຄົນໃໝ່) ກະຊວງກິດຈະການເອີຣົບ ແລະ ການຕ່າງປະເທດ ຂອງ ຝຣັ່ງ ໃນໂອກາດເດີນທາງຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 18-19 ມີນາ 2024, ເພື່ອປຶກສາຫາລື ເສີມຂະຫຍາຍສາຍພົວພັນສອງຝ່າຍ, ແລກປ່ຽນບັນຫາພາກພື້ນ ແລະ ສາກົນ ໂດຍສະເພາະ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.