ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີທາງການ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ ປະຈຳປີ 2024 ທີ່ ນະຄອນຫຼວງວຽງຈັນ

 

 

Francophonie 2024 5

 

 

ໃນຕອນເຊົ້າຂອງວັນທີ 22 ມີນາ 2024, ກະຊວງການຕ່າງປະເທດ ໂດຍສົມທົບກັບບັນດາກະຊວງ, ຂະແໜງ ການຕ່າງໆທີ່ກ່ຽວຂ້ອງ ​ໄດ້ຈັດພິທີທາງການ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ 20 ມີນາ ປະຈຳປີ 2024 ພາຍໃຕ້ຫົວຂໍ້ "ສ້າງ, ປະດິດສ້າງ, ດໍາ​ເນີນ​ງານ ເປັນ​ພາ​ສາ​ຝຣັ່ງ" ຢູ່ຫ້ອງປະຊຸມໃຫ່ຍຂອງຄະນະເສດຖະເສດ ແລະ ບໍລິຫານ-ທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ທີ່ ນະຄອນຫຼວງວຽງຈັນ. ພິທີທາງການດັ່ງກ່າວ ໄດ້ດຳເນີນໄປໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ແລະ ມີການເຂົ້າຮ່ວມຂອງທ່ານ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ, ທ່ານ ຜູ້ຕາງໜ້າຈາກຫ້ອງການພາກພື້ນອາຊີ-ປາຊີຟິກຂອງອົງການຟຣັງໂກໂຟນີສາກົນ, ບັນດາທູຕານຸທູດ ທີ່ໃຊ້ພາສາຝຣັ່ງ, ທ່ານ ຜູ້ຕາງໜ້າຫ້ອງການມະຫາວິທະຍາໄລຟຣັງໂກໂຟນີ (AUF), ບັນດາຄູ-ອາຈານ, ນັກຮຽນ ແລະ ນັກສຶກສາ ເຂົ້າຮ່ວມປະມານ 300​ ຄົນ.

 

 

Francophonie 2024 1Francophonie 2024 2

 

 

ໃນພິທີດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ກ່າວຄຳເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສຳຄັນຂອງວັນຟຮັງໂກໂຟນີສາກົນ ກໍ່ຄື ເນື້ອໃນຫົວຂໍ້ສຳຄັນ ສຳລັບການສະເຫຼີມສະຫຼອງວັນດັ່ງກ່າວ. ພ້ອມດຽວກັນ, ກໍໄດ້ລາຍງານໃຫ້ຊາບກ່ຽວກັບການພົວພັນຮ່ວມມືກັບອົງການຟຣັງໂກໂຟນີສາກົນ ຫຼື ອົງການ OIF ແລະ ການເຄື່ອນໄຫວວຽກງານໂດຍສັງເຂບ ຂອງ ສປປ ລາວ ໃນຂອບວຽກຟຣັງໂກໂຟນີ, ໂດຍສະເພາະໃນການສົ່ງເສີມພາສາຝຣັ່ງ ແລະ ຄຸນຄ່າຂອງຟຣັງໂກໂຟນີ, ພ້ອມທັງ ໄດ້ຕີລາຄາກ່ຽວກັບສະພາບການນໍາໃຊ້ພາສາຝຣັ່ງ ໃນພາກພື້ນ ແລະ ໃນທົ່ວໂລກ, ໄດ້ຊຸກຍູ້ການເສີມຂະຫຍາຍການຮ່ວມມື ເພື່ອສົ່ງເສີມການຮຽນ-ການສອນພາສາຝຣັ່ງ ຢູ່ໃນພາກພື້ນອາຊີ-ປາຊີຟິກ ກໍ່ຄືຢູ່ ສປປ ລາວ, ລວມທັງການສົ່ງເສີມການສ້າງວຽກເຮັດງານທຳໃຫ້ແກ່ຊາວໝຸ່ມຍິງ-ຊາຍ ກໍ່ຄືຜູ້ທີ່ເວົ້າພາສາຝຣັ່ງ. ນອກຈາກນີ້, ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ - ຝຣັ່ງ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ກໍ່ຄື ການພົວພັນຮ່ວມມື ຕະຫຼອດໄລຍະທີ່ຜ່ານມາ ໃນຫຼາຍຂົງເຂດວຽກງານ ໃນນັ້ນກໍ່ລວມມີການສົ່ງເສີມພາສາຝຣັ່ງ ຢູ່ ສປປ ລາວ.

 

 

Francophonie 2024 4Francophonie 2024 8

 

 

ໃນໂອກາດດຽວກັນນີີ້, ທ່ານ ຮອງເຈົ້້າຄອງນະຄອນຫຼວງວຽງຈັນ, ທ່ານ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ,  ທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ, ແລະ ທ່ານ ຜູ້ຕາງໜ້າຈາກຫ້ອງການພາກພື້ນອາຊີ - ປາຊີຟິກ ຂອງອົງການ OIF, ຕ່າງກໍ່ໄດ້ພັດປ່ຽນກັນປະກອບຄຳເຫັນ ໂດຍໄດ້ຍົກໃຫ້ເຫັນຄວາມສໍາຄັນໃນການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ, ໄດ້ລາຍງານກ່ຽວກັບການເຄື່ອນໄຫວວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສົ່ງເສີມການພົວພັນ ແລະ ການຮ່ວມມືໃນຂອບວຽກງານຟຣັງໂກໂຟນີເວົ້າລວມ ແລະ ເວົ້າສະເພາະແມ່ນໃນຂອບການສົ່ງເສີມເສີມພາສາຝຣັ່ງ ກໍ່ຄືການຮຽນ-ການສອນພາສາຝຣັ່ງ ຢູ່ ສປປ ລາວ.

 

 

Francophonie 2024 7Francophonie 2024 9

Francophonie 2024 10Francophonie 2024 11

 

 

ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງອົງການຟຣັງໂກໂຟນີສາກົນ  ໃນປີ 1991 ແລະ ກໍໄດ້ປະກອບ ສ່ວນຢ່າງຕັ້ງໜ້າ ໃນການເຄື່ອນໄຫວວຽກງານຕ່າງໆຂອງອົງການດັ່ງກ່າວ, ລວມທັງ​ການ​ຮ່ວມ​ມື​ ໃນ​ການສົ່ງ​ເສີມ​ພາ​ສາ​ຝຣັ່ງ, ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ດິ​ຈິ​ຕອນ. ສປປ ລາວ ໄດ້ດຳເນີນການຮຽນ-ການສອນພາສາຝຣັ່ງ ຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ 3 ແຂວງ ຄື: ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ. ພາສາຝຣັ່ງ ແມ່ນໄດ້ຮັບການສົ່ງເສີມ ແລະ ນຳໃຊ້ ຢູ່ໃນຂະແໜງການສຶກສາ ແລະ ສາທາລະນະສຸກ, ໂດຍສະເພາະແມ່ນໄດ້ມີການສົ່ງເສີມການຮຽນ-ການສອນພາສາຝຣັ່ງ, ການຝຶກອົບຮົມຄູ-ອາຈານ ແລະ ການພັດທະນາຫ້ອງຮຽນສອງພາສາລາວ-ຝຣັ່ງ ໃນລະດັບປະຖົມ ແລະ ມັດທະຍົມ, ລວມທັງໃນສະຖາບັນການສຶກສາລະດັບສູງ. ນອກ​ຈາກນີ້, ຍັງ​ໄດ້ມີການຮ່ວມມືໃນ​ຂົງ​ເຂດ​ອື່ນໆ​ ເຊັ່ນ: ວັດທະນະທຳ, ສື່​ມວນ​ຊົນ, ​ເສດຖະກິດ, ການ​ພັດທະນາ ​ແລະ ​ເຕັກ​ໂນ​ໂລ​ຊີ​-ຂໍ້​ມູນ​ຂ່າວສານ.

 

 

Francophonie 2024 12Francophonie 2024 14

 

 

ອົງການຟຣັງໂກໂຟນີສາກົນ (OIF) ແມ່ນອົງການຈັດຕັ້ງສາກົນລະຫວ່າງ​ລັດຖະບານ ທີ່ເຕົ້າໂຮມເອົາບັນດາປະເທດຕ່າງໆ ທີ່ໃຊ້ພາສາຝຣັ່ງ ເຂົ້າດ້ວຍກັນ, ສ້າງຕັ້ງຂຶ້ນໃນວັນ 20 ມີນາ 1970 ໂດຍຜູ້ນໍາຈາກ  21 ປະເທດໄດ້ເຊັນສັນຍາຮ່ວມກັນ, ຊຶ່ງໃນເບື້ອງຕົ້ນມີຊື່ວ່າ ອົງການຮ່ວມມືທາງດ້ານວັດທະນະທໍາ ແລະ ເຕັກນິກ( Agence de Cooperation, Culturelle et Technique), ເຄື່ອນໄຫວ​ທາງດ້ານການ​ຝຶກ​ອົບຮົມ​ວິຊາ​ຊີບ ​ແລະ ​ເຕັກນິກ; ​ແລະ ດ້ານວັດທະນະທໍາ. ຈົນມາຮອດປີ 2005, ຈຶ່ງໄດ້ປ່ຽນຊື່ມາເປັນ ອົງການຟຣັງໂກໂຟນີສາກົນ ຫຼື Organisation Internationale de la Francophonie (OIF), ມີ​ສະມາຊິກ​ທັງໝົດ 88 ປະ​ເທດ (54 ປະ​ເທດ​ສະມາຊິກສົມບູນ, 7 ປະເທດສະມາຊິກສົມທົບ ​ແລະ 27 ​​ປະເທດ​ສະມາຊິກ​ສັງ​ເກດ​ການ) ​ທີ່ຢູ່​ໃນ 5 ທະວີບ​ຂອງ​​ໂລ​ກ, ມີ​ສຳນັກງານ​ໃຫຍ່​ຕັ້ງຢູ່ ນະຄອນຫຼວງປາຣີ, ປະເທດຝຣັ່ງ.

 

 

Francophonie 2024 13

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486078
ມື້ນີ້209
ມື້ວານ168
ອາທິດນີ້1114
ເດືອນນີ້5383