ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ຕີມໍ ເລັດສະເຕ

am phavun timor

   ໃນຕອນເຊົ້້າຂອງວັນທີ 15 ມິຖຸນາ 2016, ທີ່ ນະຄອນຫຼວງດິລິ, ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ, ທ່ານ ນາງ ພາວັນ ນວນທະສິງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ເຕົາ ມາເຕັນ ຣຸອັກ (Taur Matan RUAK), ປະທານາທິບໍດີ ແຫ່ງ ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ ໂດຍມີສຳນັກງານຕັ້ງຢູ່ ນະຄອນຫຼວງຈາກາຕາ, ສະທາລະນະລັດ ອິນໂດເນເຊຍ.

  ໃນໂອກາດດັ່ງກ່າວ, ທ່ານປະທານາທິບໍດີ ແຫ່ງ ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ນາງ ພາວັນ ນວນທະສິງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ. ພ້ອມດຽວກັນນັ້ນ, ທ່ານປະທານາທິບໍດີ ຍັງໄດ້ແຈ້ງໃຫ້ຊາບເຖິງຜົນສຳເລັດ ແລະ ສິ່ງທ້າທາຍໃນການສ້າງສາພັດທະນາປະເທດຊາດ, ຄວາມພະຍາຍາມຂອງລັດຖະບານໃນການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ການປະກອບສ່ວນຂອງ ຕີມໍ ເລັດສະເຕ ເຂົ້ຳໃນການເຊື່ອມໂຍງພາກພື້ນ ແລະ ສາກົນ. ໃນໂອກາດດຽວກກັນ, ທ່ານເອກອັກຄະລັດຖະທູດເຮົາ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດ ຈາກພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ Taur Matan RUAK, ປະທານາທິບໍດີ ແຫ່ງ ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ. ພ້ອມດຽວກັນນັ້ນ, ທ່ານທູດລາວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ ທີ່ໄດ້ຍິນດີຕ້ອນຮັບການມາລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ. ພ້ອມດຽວກັນນັ້ນ, ທ່ານທູດຍັງໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ແລະ ໃນນາມເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຕີມໍ ເລັດສະເຕ ຈະສຸມທຸກສະຕິປັນຍາ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຫັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ຕີມໍ ເລັດສະເຕ.

  ໃນຕອນທ້າຍ, ທ່ານປະທານາທິບໍດີ Taur Matan RUAK ໄດ້ສະແດງຄວາມຂອບໃຈຕໍ່ຄວາມຢື້ຢາມຖາມຂ່າວຂອງປະທານປະເທດ ແຫ່ງ ສປປ ລາວ ແລະ ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ໂດຍຜ່ານທ່ານເອກອັກຄະລັດຖະທູດລາວ ໄປຍັງ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ເຊັ່ງດຽວກັນ ແລະ ອວຍພອນໃຫ້ທ່ານທູດ ຈົ່ງມີຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດຂອງຕົນ. ທ່ານເອກອັກຄະລັດຖະທູດ ກໍໄດ້ອວຍພອນໃຫ້ປະທານາທິບໍດີ Taur Matan RUAK ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ໃນການບໍລິຫານ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ.

   ພິທີຍື່ນສານດັ່ງກ່າວ ໄດ້ຈັດຂຶ້ນທີ່ ທຳນຽບປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ ຢ່າງສົມກຽດ ພາຍໃຕ້ບັນຍາກາດແຫ່ງໄມຕີຈິດ ມິດຕະພາບລະຫວ່າງສອງຝ່າຍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488545
ມື້ນີ້151
ມື້ວານ191
ອາທິດນີ້907
ເດືອນນີ້1938