ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດພະເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ

20181217 emlao to thai yauensarn

ໃນຕອນບ່າຍຂອງວັນທີ 7 ທັນວາ 2018, ທ່ານ ແສງ ສຸຂະທິວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບພະຍະວະຣາງກູນ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກໄທ ໂດຍມີສຳນັກງານຕັ້ງຢູ່ນະຄອນຫຼວງບາງກອກ.

ໃນໂອກາດເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດພະເຈົ້າຢູ່ຫົວ ຣາຊະການທີ 10, ທ່ານ ແສງ ສຸຂະທິວົງ ໄດ້ກ່າວສະແດງຄວາມພາກພູມໃຈ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຣາຊະອານາຈັກໄທ, ເຊິ່ງເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຮີດຄອງປະເພນີ, ວັດທະນະທຳ, ພາສາ ແລະ ການດຳລົງຊີວິດທີ່ຄ້າຍຄືກັນ. ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ເອກອັກຄະລັດຖະທູດລາວ ໄດ້ນໍາເອົາ​ຄວາ​ມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດຂອງ ພະນະ​ທ່ານ ບຸນ​ຍັງ ວໍລະ​ຈິດ, ປະທານ​ປະ​ເທດ ​ແຫ່ງ ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ພັນ​ລະ​ຍາ ທີ່​ສົ່ງ​ເຖິງ ສົມ​ເດັດ​ພະ​ເຈົ້າ​ຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບ   ພະຍະວະຣາງກູນ ແລະ ພະ​ບໍຣົມວົງສາ​ນຸວົງທຸກ​ພະ​ອົງ ຈົ່ງ​ມີສຸຂະພາບເຂັ້ມແຂງ ແລະ ມີພະລານາໄມສົມບູນຍິ່ງ​ຍືນນານ.

ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບພະຍະວະຣາງກູນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ, ສະແດງຄວາມອົກຂອບໃຈຕໍ່ຄຳອວຍພອນອັນອົບອຸ່ນ ແລະ ຄວາມປາຖະໜາດີຂອງ ພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ແລະ ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງພະລານາໄມຍິ່ງຍືນນານ. ຂໍໃຫ້ປະເທດລາວ ແລະ ປວງຊົນຊາວລາວ ຈົ່ງມີແຕ່ຄວາມສຸກຄວາມຈະເລີນ. ໄທ ແລະ ລາວ ເປັນເພື່ອນບ້ານໃກ້ຄຽງ ແລະ ສາມາດໄປມາຫາສູ່ກັນໄດ້ສະດວກສະບາຍ ແລະ ອວຍພອນໃຫ້ທ່ານທູດລາວປະຕິບັດໜ້າທີ່ ດ້ວຍຄວາມສະບາຍໃຈຕະຫຼອດໄລຍະເວລາທີ່ດຳລົງຕຳແໜ່ງຢູ່ໃນປະເທດໄທ ໂດຍສົມເດັດ ແລະ ທາງການໄທຈະໃຫ້ການສະໜັບສະໜູນ ແລະ ການຮ່ວມມືຊ່ວຍເຫຼືອຢ່າງເຕັມທີ່.

ໃນຖານະເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກໄທ, ທ່ານ ແສງ ສຸຂະທິວົງ ໄດ້ຢືນຢັນວ່າຈະທຸ່ມເທທຸກຄວາມພະຍາຍາມ ແລະ ຈະປະຕິ ບັດໜ້າທີ່ຈົນຄວາມສາມາດຂອງຕົນ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດທີ່ມີມາແລ້ວນັ້ນ ໃຫ້ມີການຂະຫຍາຍຕົວ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ໄທ ເພີ່ມສູງຂຶ້ນເລື້ອຍໆ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487556
ມື້ນີ້224
ມື້ວານ167
ອາທິດນີ້1218
ເດືອນນີ້949