ໃນວັນທີ 9 ເມສາ 2024 ນີ້, ສະພາເສດຖະກິດ-ສັງຄົມ ສປຊ (Ecosoc) ໄດ້ຈັດກອງປະຊຸມຄົບຄະນະຂຶ້ນ ເຊິ່ງໃນນັ້ນ ໄດ້ມີການເລືອກຕັ້ງ ສະມາຊິກສະພາບໍລິຫານງານ (Executive Board) ອົງການ ສປຊ ກອງທຶນສໍາລັບເດັກ (UNICEF) ສົກປີ 2025-2027 ເຊິ່ງ ສປປລາວ ໄດ້ຮັບເລືອກຕັ້ງ ເປັນຫນຶ່ງໃນບັນດາຕົວແທນ ຈາກພາກພື້ນອາຊີ-ປາຊີຟິກ ຮ່ວມກັບ ອິນເດຍ ແລະ ສ.ເກົາຫລີ ເພື່ອປະຕິບັດຫນ້າທີ່ໃນສະພາບໍລິຫານດັ່ງກ່າວ ເລີ້ມແຕ່ເດືອນ ມັງກອນ 2025 ເຖິງ ທັນວາ 2027. ອົງການ UNICEF ເປັນອົງການເຄືອຂ່າຍ ສປຊ ທີ່ມີໂຄງການ ແລະ ແຜນງານຮ່ວມມື ທີ່ຍາວນານກວ່າຫມູ່ ຢູ່ ສປປ ລາວ ເຊິ່ງໄດ້ເລີ້ມຕົ້ນເປີດຫ້ອງການຢູ່ ລາວ ນັບແຕ່ປີ 1973 ເປັນຕົ້ນມາ. ຕະຫລອດ ກວ່າ 50 ປີ ຜ່ານມາ, ອົງການ UNICEF ໄດ້ຮັບຄວາມໄວ້ວາງໃຈຈາກບັນດາປະເທດທີ່ເປັນຄູ່ຮ່ວມມື ແລະ ຜູ້ໃຫ້ທຶນ, ສາມາດລະດົມທຶນ ຮອນໄດ້ຢ່າງຕໍ່ເນື່ອງ ເພື່ອນໍາໃຊ້ເຂົ້າໃນວຽກງານສົ່ງເສີມການສຶກສາ, ສາທາລະນະສຸກ ແລະ ການພັດທະນາຊີວິດການເປັນຢູ່ຮອບດ້ານຂອງເດັກນ້ອຍ ແລະ ແມ່ຍິງ ຢູ່ ສປປ ລາວ ລວມທັງ ການປົກປ້ອງສິດທິຂອງເດັກ ໃນທົ່ວໂລກ.
ຜ່ານມາ ສປປ ລາວ ເຮົາເຄີຍໄດ້ຮັບການເລືອກຕັ້ງ ເປັນສະມາຊິກ ຂອງສະພາບໍລິຫານ ຂອງອົງການ UNICEF ພຽງແຕ່ 1 ຄັ້ງ ໃນສົກປີ 2001-2003. ສະພາບໍລິຫານງານອົງການ UNICEF ແມ່ນມີບົດບາດສໍາຄັນໃນການຕັດສິນ ບັດດາແຜນງານ ແລະ ຈັດສັນທຶນຮອນ ເຂົ້າໃນການຈັດຕັ້ງປະຕິບັດໂຄງການຮ່ວມມືຂອງອົງການດັ່ງກ່າວ ຢູ່ໃນທົ່ວໂລກ. ການໄດ້ຮັບເລືອກຕັ້ງເພື່ອປະຕິບັດຫນ້າທີ່ສາກົນທີ່ມີຄວາມສໍາຄັນດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມເຊື່ອຫມັ້ນຂອງວົງຄະນາຍາດສາກົນ ທີ່ມີຕໍ່ ສປປ ລາວ ໂດຍສອດຄ່ອງກັບການປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ອັນສະເຫມີຕົ້ນສະເຫມີປາຍ ຂອງ ລັດຖະບານແຫ່ງ ສປປ ລາວ.