ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດລາວ ຢື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງ ສາທາລະນະລັດ ເກຼັກ

 2018.12.17 emlao to greech yeuensarn

ໃນວັນທີ 11 ທັນວາ 2018, ທີ່ ສຳນັກງານປະທານາທິບໍດີແຫ່ງ ສາທາລະນະລັດ ເກຼັກ (Presidential Palace), ທ່ານ ຄຳອິນ ຄິດຈະເດດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ ໂປຣໂກປິສ ປາໂລປູລອສ (Prokopis K. PAVLOPOULOS), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກຼັກ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳປະເທດ ສາທາລະນະລັດເກຼັກ ເຊິ່ງມີສະຖານທູດຕັ້ງຢູ່ນະຄອນເຊີແນວ, ປະເທດສະວິດສະແລນ.

ພາຍຫຼັງການຢື່ນສານຕາຕັ້ງ, ທ່ານທູດລາວຄົນໃໝ່ ໄດ້ພົບປະໂອ້ລົມກັບ ພະນະທ່ານປະທານາທິບໍດີ ເຊິ່ງກ່ອນ ອື່ນທ່ານທູດໄດ້ນຳເອົາຄວາມຍື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດ ຈາກພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ໂປຣໂກປິສ ປາໂລປູລອສ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນເກຼັກ ທຸກຖ້ວນໜ້າ. ໃນໂອກາດດັ່ງກ່າວ ທ່ານ ປະທານາທິບໍດີ ໄດ້ຕີລາຄາສູງຕໍ່ການມາດໍາລົງຕໍາແໜ່ງຂອງທ່ານເອກອັກຄະລັດຖະທູດລາວຄົນໃໝ່ປະຈຳ ສາທາລະນະລັດ ເກຼັກ ແລະ ອວຍພອນໃຫ້ທ່ານເອກອັກຄະລັດຖະທູດປະສົບຜົນສຳເລັດໃນການ ປະຕິບັດໜ້າທີ່ ເພື່ອສົ່ງເສີມການຮ່ວມມືຂອງສອງ ປະເທດໃນຕໍ່ໜ້າ.

ໃນໂອກາດນີ້, ພະນະທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດເກຣັກ ໄດ້ຝາກຄວາມອວຍພອນໄຊ ແລະ ຄວາມຢ້ຽມຢາມອັນອົບອຸ່ນມາຍັງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປລາວ ແລະ ຜ່ານທານໄປຍັງ ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ.

ໃນໄລຍະເຄື່ອນໄຫວຍື່ນສານຕາຕັ້ງ, ທ່ານທູດລາວຄົນໃໝ່ ໄດ້ພົບປະສອງຝ່າຍກັບ ເຈົ້າໜ້າທີ່ກ່ຽວຂ້ອງ ກະຊວງການຕ່າງປະເທດ ສາທາລະນະລັດ ເກຼັກ ເພື່ອປຶກສາຫາລືການຮ່ວມມືທາງດ້ານການພັດທະນາເສດຖະກິດ ສັງຄົມ ຂອງສອງປະເທດໃນຕໍ່ໜ້າ.

ສາທາລະນະລັດເກຼັກ ແລະ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 15 ມິຖຸນາ 1989.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487414
ມື້ນີ້82
ມື້ວານ167
ອາທິດນີ້1076
ເດືອນນີ້807