ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງ ຕໍ່ ປະທານຄະນະປະທານຄະນະກຳມາທິການ ປະຈໍາສະພາປະຊາຊົນສູງສຸດ ສປປ ເກົາຫລີ

20181219LaoEmtoDPRKprestAgreement

ໃນຕອນເຊົ້າຂອງວັນທີ 19 ທັນວາ 2018, ທີ່ ນະຄອນຫລວງພຽງຢາງ, ສະຫາຍ ສີສະຫວາດ ຄໍາສາລີ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສະຫາຍ ກິມ ຢົງ ນາມ, ປະທານຄະນະປະທານຄະນະກຳມາທິການ ປະຈໍາສະພາປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ ຕັ້ງຢູ່ນະຄອນຫລວງພຽງຢາງ.

ໃນໂອກາດດັ່ງກ່າວ, ສະຫາຍ ສີສະຫວາດ ຄໍາສາລີ, ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັັນອົບອຸ່ນ ພ້ອມດ້ວຍພອນໄຊອັນປະເສີດ ຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຝາກເຖິງ ສະຫາຍ ກິມ ຢົງ ນາມ, ປະທານຄະນະປະທານຄະນະກຳມາທິການ ປະຈໍາສະພາປະຊາຊົນສູງສຸດ ສປປ ເກົາຫລີ ລະ ໂດຍຜ່ານ ສະຫາຍ ກິມ ຢົງ ນາມ, ໄປຍັງສະຫາຍ ກິມ ເຈິງ ອຸນ, ປະທານພັກແຮງງານເກົາຫລີ, ປະທານຄະນະກຳມະການກິດຈະການແຫ່ງລັດ, ຜູ້ບັນຊາການສູງສຸດກອງທັບປະຊາຊົນເກົາຫລີ ແລະ ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງທຸກຖ້ວນໜ້າ.

ສະຫາຍ ກິມ ຢົງ ນາມ, ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ສີສະຫວາດ ຄໍາສາລີ, ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ ເພື່ອປະຕິບັດໜ້າທີ່ອັນຊົງກຽດ ແລະ ສູງສົ່ງ, ພ້ອມທັງອວຍພອນໃຫ້ ສະຫາຍ ເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດ ໃນການເຄື່ອນໄຫວວຽກງານການທູດຂອງຕົນ. ພ້ອມດຽວກັນນີ້, ສະຫາຍ ປະທານ ກິມ ຢົງ ນາມ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສະຫາຍ ປະທານປະເທດ ບຸນຍັງ ວໍລະຈິດ ແລະ ປະຊາຊົນລາວ ໃນໂອກາດນີ້ດ້ວຍ.

ໃນໂອກາດຍື່ນສານດັ່ງກ່າວ, ສະຫາຍ ສີສະຫວາດ ຄໍາສາລີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ ເຊິ່ງແມ່ນການພົວພັນຮ່ວມມືທີ່ມີມູນເຊື້ອມາແຕ່ດົນນານ ທີ່ໄດ້ຮັບການກໍ່ຕັ້ງຂື້ນໂດຍ ສະຫາຍ ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫ່ຍ ແລະ ອໍາມະຕະ ຂອງ ປະຊາຊົນເກົາຫລີ ແລະ ສືບທອດໂດຍບັນດາຜູ້ນໍາລຸ້ນຕໍ່ມາຂອງສອງປະເທດ, ສປປ ລາວ ແລະ ສປປ ເກົາຫລີ ສອງປະເທດພວກເຮົາໃຫ້ການສະໜັບສະໜູນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນໄລຍະການຕໍ່ສູ້ເພື່ອປົດປ່ວຍປະເທດຊາດໃນເມື່ອກ່ອນ, ກໍ່ຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງແຕ່ລະປະເທດໃນປັດຈຸບັນ. ສາຍພົວພັນດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍ່ຄືປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ ແລະ ເສີມຂະຫຍາຍການຮ່ວມມີເພື່ອພັດທະນາໃນພາກພື້ນ ແລະ ໃນໂລກ.

ສະຫາຍ ສີສະຫວາດ ຄໍາສາລີ, ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄໍາເວົ້າອັນດີງາມຂອງ ສະຫາຍ ກິມ ຢົງ ນາມ ທີ່ມີຕໍ່ສາຍພົວພັນມິດຕະພາບຖານອ້າຍນ້ອງ ລະຫວ່າງ ສອງປະເທດ. ພ້ອມດຽວກັນນັ້ນ, ກໍ່ໄດ້ອວຍພອນໄຊອັນປະເສີດໃຫ້ ສະຫາຍ ກິມ ຢົງ ນາມ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນຊົງກຽດຂອງຕົນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487522
ມື້ນີ້190
ມື້ວານ167
ອາທິດນີ້1184
ເດືອນນີ້915