ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທີ່ປຶກສາທູດຝ່າຍປ້ອງກັນຊາດ ປະຈຳສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສ. ຣັດເຊຍ ໄດ້ປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ

20181221LaoEmToRussia1

20181221LaoEmToRussia2

20181221LaoEmToRussia3

ເພື່ອຂຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ຈະມາເຖິງນີ້, ໃນວັນທີ 14 ທັນວາ 2018, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສ. ຣັດເຊຍ ໄດ້ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ ໂຮງແຮມ ຣັດເຊຍ, ນະຄອນ ຊັງປີເຕີສະເບີກ ແລະ ໃນວັນທີ 16ທັນວາ 2018 ທີ່ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ, ນະຄອນ ຫຼວງມົດສະກູ.

ໃນພິທີປາຖະກະຖາສອງຄັ້ງດັ່ງກ່າວ ແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ ສີວຽງເພັດ ເພັດວໍລະສັກ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ແລະ ປາຖະກະຖາໂດຍ ທ່ານ ພັນເອກ ບຸນຍົງ ພັນດານຸວົງ, ທີ່ປຶກສາທູດ ຝ່າຍປ້ອງກັນຊາດ ປະຈຳສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສ. ຣັດເຊັຍ. ໃນພິທີດັ່ງກ່າວ, ໃດ້ມີ ພະນັກງານ ແລະ ສະມາຊິກຄອບຄົວຂອງພະນັກງານສະຖານທູດ, ມີນັກສຶກສາທະຫານ, ນັກສຶກສາພົນລະເຮືອນ, ຄົນລາວທີ່ອາໃສຢູ່ຣັດເຊຍ ແລະ ຄົນຣັດເຊຍຈຳນວນໜຶ່ງຜູ້ທີ່ມີການພົວພັນກັບລາວ ເຂົ້າຮ່ວມ ປະມານ 170 ກ່ວາຄົນ. ໃນພິທີປາຖະກະຖາຄັ້ງນີ້, ທ່ານ ພັນເອກ ບຸນຍົງ ພັນດານຸວົງ ກໍ່ໄດ້ຍົກໃຫ້ເຫັນເຖິງມູນເຊື້ອການສ້າງຕັ້ງ, ສູ້ຮົບມີໄຊແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວນັບແຕ່ມື້ສ້າງຕັ້ງຈົນຮອດປັດຈຸບັນ ພາຍໃຕ້ການຊີ້ນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະ ໃດ້ຊີ້ໃຫ້ເຫັນຜົນງານ ແລະ ໄຊຊະນະຂອງ ກອງທັບປະຊາຊົນລາວ ໃນພາລະກິດຕໍ່ສູ້ປົົດປ່ອຍປະເທດຊາດ ຈົນໄດ້ສະຖາປະນາເປັນປະເທດ ສປປ ລາວໃນວັນທີ 2ທັນວາ 1975ຢ່າງສະຫງ່າງາມ. ນອກນັ້ນ, ຍັງໃດ້ຍົກໃຫ້ເຫັນພາລະບົດບາດ, ໜ້າທີ່ຂອງກອງທັບປະຊາຊົນລາວ ໃນໄລຍະປະຕິບັດສອງໜ້າທີ່ຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຍົກໃຫ້ເຫັນເຖິງທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ ລວມທັງທິດທາງການພັດທະນາກອງທັບໃນຕໍ່ໄປ. ພ້ອມກັນນັ້ນ, ໃນພິທີຍັງໃດ້ມີໂອກາດໃດ້ຮັບຟັງການໂອ້ລົມ ແລະ ໃຫ້ຄຳໂອວາດຕັກເຕຶອນຕໍ່ຜູ້ເຂົ້າຮ່ວມຈາກ ທ່ານ ປອ ສີວຽງເພັດ ເພັດວໍລະສັກ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ . ຣັດເຊຍ ນຳອີກ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487503
ມື້ນີ້171
ມື້ວານ167
ອາທິດນີ້1165
ເດືອນນີ້896