ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທົບທວນຄືນປະຈຳປີ 2018 ຂອງກອງເລຂາຄະນະຊີ້ນຳລະດັບຊາດ ແລະ ຈຸດປະສານງານແຫ່ງຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ

20181226-secretery-SDG

   ກະຊວງການຕ່າງປະເທດຮ່ວມກັບກະຊວງແຜນການ ແລະ ການລົງທຶນ, ໃນນາມກອງເລຂາຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວໄດ້ຈັດກອງປະຊຸມທົບທວນ ປະຈຳປີ 2018 ຂອງກອງເລຂາຄະນະຊີ້ນຳລະດັບຊາດ ແລະ ຈຸດປະສານງານແຫ່ງຊາດເພື່ອຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ, ໃນລະຫວ່າງວັນທີ 24 - 25 ທັນວາ 2018 ທີ່ແຂວງວຽງຈັນ, ໂດຍການເປັນປະທານຂອງທ່ານອານຸພາບວົງໜໍ່ແກ້ວ, ຫົວໜ້າກົມອົງການຈັດຕັ້ງສາກົນ, ທັງເປັນຫົວໜ້າກອງເລຂາຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ, ກະຊວງການຕ່າງປະເທດ, ​ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາກະຊວງຕ່າງໆ ທີ່​ເປັນ​ຈຸດ​ປະສານ​ງານ​ໃນ​ການຈັດ​ຕັ້ງ​ປະຕິບັດ​ ປພຍ (SDGs). ກອງປະຊຸມຄັ້ງນີ້ເປັນກອງປະຊຸມລະດັບວິຊາການຊຶ່ງມີຈຸດປະສົງໃນການທົບທວນຄວາມຄືບໜ້າຂອງບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ປພຍ (SDGs) ​ໃນ​ປີ 2018 ທີ່​ຜ່ານ​ມາ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ແຜນ​ການ,​ ບັນດາ​ສິ່ງ​ທ້າ​ທ່າ​ຍ, ມາດຕະ​ການ​ແກ້​ໄຂ ​ແລະ ທິດ​ທາງ​ໃນ ປີ 2019.

ພ້ອມດຽວກັນນັ້ນ, ກອງປະຊຸມກໍ່ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ​ແລະ ​ປຶກສາ​ຫາລືແຜນການ​ຈັດ​ຕັ້ງ​ປະຕິບັດ​ໃນ​ປີ 2019 ​ໂດຍ​ແນ່​ໃສ່​​ແກ້​ໄຂ ​ແລະ ປັບປຸງ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ໃນ​ປີ​ທີ່​ຜ່ານ​ມາ, ໃນການປະຕິບັດວາລະການພັດທະນາ 2030, ​ເພື່ອ​ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ສປປລາວ ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຮັດແຄບຊ່ອງວ່າງດ້ານການພັດທະນາລະຫວ່າງຊົນນະບົດ ແລະ ຕົວເມືອງ. ກອງປະຊຸມ​ໄດ້​ມີ​ການ​ຮັບຮອງ​ເອົາຮ່າງ​ຍຸດ​ທະ​ສາດ​ການ​ສື່ສານ, ​ໂຄສະນາ ​ແລະ ​ເຜີຍ​ແຜ່ ​ເພື່ອ​ການ​ພັດທະນາ (ສະບັບ​ພາສາ​ລາວ ​ແລະ ອັງກິດ) ​ແລະ ຮ່າງ​ແຜນ​ປະຕິບັດ​ງານ​ ປພຍ ແຫ່ງ​ຊາດ ຂອງ ສປປ ລາວ (ສະບັບພາສາລາວ ແລະ ອັງກິດ), ຊຶ່ງ​ທັງໝົດຈະ​ນໍາ​ໄປສະ​ເໜີ​ຕໍ່​ກອງ​ປະຊຸມ​ຄະນະ​ຊີ້​ນໍາ​ລະດັບ​ຊາດ ປພຍ ​ເປັນ​ຜູ້​ຮັບຮອງ​ເອົາ​ໃນ​ຕໍ່ໜ້າ. ສຸດທ້າຍນີ້, ກອງ​ປະຊຸມກໍ່ໄດ້ຮຽກຮ້ອງແລະເນັ້ນໜັກໃຫ້ບັນດາຂະແໜງການແລະທຸກໆພາກສ່ວນທີ່ກ່ຽວຂ້ອງສືບຕໍ່ຮັດແໜ້ນແລະເສີມຂະຫຍາຍການຮ່ວມມືເພື່ອຮັບປະກັນການບັນລຸເປົ້າໝາຍແລະບູລິມະສິດຂອງການພັດທະນາຂອງສປປລາວກໍຄືການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ພ້ອມທັງການ​ບັນລຸເປົ້າໝາຍຕາມວາລະການພັດທະນາ 2030.

ກອງເລຂາຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດປພຍຖືກແຕ່ງຕັ້ງຂື້ນໃນປີ 2017 ​ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະຊີ້ນໍາລະດັບຊາດໃນການປະສານງານກັບບັນດາກະຊວງແລະອົງການລັດທຽບເທົ່າກະຊວງ​, ຕິດຕາມ, ລາຍງານແລະຊຸກຍູ້ການຈັດຕັ້ງປະຕິບັດປພຍໃຫ້ຄະນະຊີ້ນໍາລະດັບຊາດ, ​ເຜີຍແຜ່ໂຄສະນາແລະສ້າງຄວາມເຂົ້າໃຈກ່ຽວກັບປພຍໃຫ້ພາກສ່ວນ​ລັດແລະສັງຄົມຢູ່ສູນກາງແລະທ້ອງຖິ່ນ, ລະດົມການຊ່ວຍເຫຼືອຈາກພາຍໃນແລະຕ່າງປະເທດ. ສໍາລັບຈຸດປະສານງານປພຍ ປະຈໍາກະຊວງກໍເປັນອີກກົນໄກການປະສານງານໜຶ່ງຂອງລັດຖະບານ​​ໃນການຈັດຕັ້ງປະຕິບັດປພຍ, ​ໂດຍມີພາລະບົດບາດເປັນເຈົ້າການໃນການນໍາພາການຈັດຕັ້ງປະຕິບັດປພຍຂອງແຕ່ລະກະຊວງແລະອົງການລັດທຽບເທົ່າກະຊວງ, ຮັບປະກັນການປະສານງານແລະຮ່ວມມື​​ເພື່ອຈັດຕັ້ງປະຕິບັດປພຍໃຫ້ມີປະສິດຕິຜົນສູງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487557
ມື້ນີ້225
ມື້ວານ167
ອາທິດນີ້1219
ເດືອນນີ້950