ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ, ຂອງຊາດ

20210510LaoEmb

 

ວັນ​ທີ 07 ພຶ​ສະພາ 2021, ສະຖານ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ​ໄດ້ຈັດ​ຕັ້ງການ​ເຊື່ອມ​ຊມ​ເອກະສານ​ສຳຄັນ​ຂອງ​ພັກ, ຂອງ​ຊາດ, ພາຍ​ຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ​ແສງ​ເພັດ​ຮຸ່ງ​ບຸນ​ຍວງເອກ​ອັກຄະ​ລັດ​ຖະ​ທູດວິສາມັນຜູ້​ມີ​ອຳນາດ​ເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໂດຍ​ການ​ເຂົ້າ​ຮ່ວມ​ຮັບ​ຟັງ​ຂອງ​ຄະນະ​ນຳສະຖານທູດ, ຫ້ອງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງການຜູ້ຕາງໜ້າການບິນລາວ, ພະນັກງານ ແລະ ຄອບຄົວ​ພະນັກງານສະຖານທູດ ຈຳນວນ 40 ສະຫາຍ.

          ​ເອກະສານ​ທີ່​ນຳ​ມາ​ເຜີຍ​ແຜ່​ຄັ້ງ​ນີ້​ປະກອບ​ມີ 8 ​ເອກະ​ສານ ເຊັ່ນ: ​ແຈ້ງ​ການ​ແນະນຳ​ຂອງ​ຄະນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ​ກ່ຽວ​ກັບ​ການຈັດ​ຕັ້ງ​ເຊື່ອມ​ຊມມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ​ຄັ້ງ​ທີ IV, ບົດ​ລາຍ​ງານ​ການ​ເມືອງຂອງອົງ​ຄະນະ​ພັກະຊວງ​ການ​ຕ່າງປະ​ເທດ​ຊຸດ​ທີ III ຕໍ່​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IV ຂອງ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ, ​ແຜນ​ພັດທະນາ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ໄລຍະ 2021-2025, ​ເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ, ເອກະ​ສານວັນ​ຄຽດ​ແຄ້ນ​ຂອງ​ປະຊາຊົນ​ລາວ 21 ມີນາ ຫຼື ວັນ​ທະຫານ​ເສຍ​ອົງຄະ​ເສຍສະຫຼະ​ຊີວິດເພື່ອ​ປະ​ເທດ​ຊາດ, ວັນ​ສ້າງ​ຕັ້ງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບລາວ ​ຄົບ​ຮອ 60 ປີ, ວັນ​ແມ່ຍິງ​ສາກົນ​ຄົບຮອບ 111 ປີ ​ແລະ ​ເອກະສານ​ວັນ​ສ້າງ​ຕັ້ງຊາ​ວໜຸ່ມປະຊາຊົນ​ປະຕິ​ວັດ​ລາວ​ ຄົບຮອບ 66 ປີ.

ໃນການເຜີຍແຜ່​ເອກະສານ​ຄັ້ງ​ນີ້ ສະຫາຍ ​ແສງ​ເພັດ​ຮຸ່ງ​ບຸນ​ຍວງ, ​​ເອກ​ອັກຄະ​ລັດ​ຖະ​ທູດວິສາມັນຜູ້​ມີ​ອຳນາດ​ເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ​ໄດ້​ເນັ້ນ​​ໃຫ້​ພະນັກງານນັກ​ການ​ທູດ​ຈົ່ງ​ພ້ອມ​ກັນ​ຄົ້ນຄວ້າ​​ໃຫ້ເຂົ້າ​ໃຈ​​ແລະ​ ກຳ​ໄດ້ບັນດາເຫດການ​ການ​ເມືອງ​ທີ່​ສຳຄັນ​ຂອງ​ພັກ, ຂອງຊາດ ລວມທັງເນື້ອໃນຈິດໃຈຂອງບັນດາເອກະສານທີ່ນໍາມາເຜີຍແຜ່​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການຝຶກຝົນຫຼໍ່ຫຼອມ ແລະ ​ປະຕິບັດ​ວຽກ​ງານວິຊາສະເພາະ​ຂອງ​ຕົນ​ໂດຍ​ສະ​ເພາະ​ແມ່ນ​ແຜນພັດທະນາ​ຂອງ​ກະຊວງ​ການ​ຕ່າງປະ​ເທດ 5 ປີ ​ໄລຍະ​ແຕ່ ປີ 2021-2025 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.​

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487162
ມື້ນີ້188
ມື້ວານ210
ອາທິດນີ້824
ເດືອນນີ້555