ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະປະສານງານຄະນະຊ່ຽວຊານການທະຫານ 959 ມອບ ຜ້າອັດປາກການແພດ ຈຳນວນ 250.000 ອັນໃຫ້ແກ່ ສປປ ລາວ

20210510Laoemb2

ວັນທີ 4 ​ພຶດສະພາ2021 ທີ່ ສະຖານ​ເອກ​ອັກຄະ​ລັດຖະທູດ ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ສະຫາຍ ບູ່​ຍ ມິ​ງ ຖື່ ​ຫົວໜ້າ​ຄະນະ​ປະສານ​ງານ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານການທະຫານ ​ນະຄອນຫຼວງ​ຮ່າ​ໂນ້ຍ ພ້ອມ​ດ້ວຍຄະນະປະສານງານຄະນະຊ່ຽວຊານການທະຫານ 959 ໄດ້ນຳເອົາ ຜ້າ​ອັດ​ປາກກາ​ນ​ແພດຈຳນວນ 250.000 ອັນ ມາມອບໃຫ້ ສະຫາຍ ​ແສງ​ເພັດ​ ຮຸ່ງ​ບຸນ​ຍວງ ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ລັດ​ຖະບານ​ລາວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງຄະນະ​ນຳສະຖານ​ທູດລາວ​ທີ່​ຮ່າ​ໂນ້ຍ ພ້ອມ​ດ້ວຍພະນັກງານຂອງທັງສອງຝ່າຍ ລາວ-​ຫວຽດນາມ.

 

​​​ສະຫາຍ ບູ່​ຍ ມິ​ງ ຖື່ ​​ໄດ້​ກ່າວສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຕໍ່​ການລະບາດພະຍາດ​ໂຄ​ວິດ-19 ​ຮອບ​ໃໝ່​ຢູ່​ ສປປ ລາວ ຊຶ່ງຜ້າ​ອັດ​ປາກທີ່​ນຳ​ມາ​ມອບໃນ​ຄັ້ງ​ນີ້​ເຖິງ​ວ່າ​ຈຳນວນ​ບໍ່​ຫຼາຍ​ແຕ່​ກໍ​ເປັນ​ການ​ປະກອບ​ສ່ວນດ້ວຍ​ຄວາມ​ຈິງ​ໃຈຈາກສະມາຊິກ ແລະ ຄອບຄົວຂອງຄະນະດັ່ງກ່າວ ເພື່ອປະກອບສ່ວນ​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອປະຊາຊົນ​ລາວໃນ​ການ​ປ້ອງ​ກັນ​ໂຄ​ວິດ-19​ທີ່​ກຳລັງ​ລະບາດ​ຢູ່​ລາວ​ໃນ​ປັດຈຸ​ບັນ​. ​​ ຫວັງ​ວ່າ​ລັດຖະບານ ​ແລະ ປະຊາຊົນ​ລາວຈະ​ພ້ອມ​ກັນ​ຕ້ານ ​ແລະ​ ສະກັດ​ກັ້ນ​ພະຍາດ​ໂຄດ​ວິດ-19 ​ ໄດ້ ​ແລະ ຂໍ​ໃຫ້​ປະຊາຊົນ​ລາວກັບ​ມາ​ໃຊ້​ຊີວິດ​ແບບ​ປົກກະຕິ​ໂດຍ​ໄວ.

ໃນ​ໂອກາດ​ນີ້, ​ສະຫາຍ​ ແສງ​ເພັດ ຮຸ່ງ​ບຸນ​ຍວງ ​​ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບ​​ອົກຂອບໃຈຢ່າງຈິງໃຈມາຍັງ ສະຫາຍ ບູ່​ຍ ມິ​ງ ຖື່ ພ້ອມ​ຄະນະ, ໃນການ​ຊ່ວຍ​ເຫຼືອ​ຄັ້ງ​ນີ້ ຊຶ່ງ​ເປັນ​ການສະ​ແດງ​ເຖິງ ນຳ້​ຈິດ​ນ້ຳໃຈຂອງ​ຄອບຄົວ​ຄະນະ​ປະສານ​ງານ​​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານການທະຫານ​ນະຄອນຫຼວງ​ຮ່າ​ໂນ້ຍ ແລະ ຄະນະປະສານງານຄະນະຊ່ຽວຊານການທະຫານ 959 ທີ່​ໄດ້​ບິ​ແບ່ງ​ຄວາມ​ຍຸ້ງ​ຍາກ​ທີ່​ປະຊາຊົນ​ລາວ​ກຳລັງ​ປະ​ເຊີນ​ຢູ່​ໃນ​ປັດຈຸບັນ, ສະຫາຍ​ໄດ້​ຕີ​ລາຄາ​ສູງ ​ທີ່ຍາມ​ໃດ ສປປ ​ລາວ​​ພົບ​ຄວາມ​ຍຸ້ງ​ຍາກ ແມ່ນຈະໄດ້ຮັບການ​ປະກອບສ່ວນ​ຊ່ວຍ​ເຫຼືອ​ຂອງ​ສະຫາຍ ຫວຽດນາມອ້າຍ​ນ້ອງ, ​ ​ຮ່ວມ​ສຸກ​ຮ່ວມ​ທຸກ​ນຳ​ກັນ​ ​​ຊຶ່ງ​ເຫັນ​ໄດ້ນັບ​ແຕ່​ສະ​ໄໝ່ຕໍ່ສູ້​ຕ້ານ​ຈັກກະພັດ​ແບບ​ເກົ່າ ​ແລະ ​ແບບ​ໃໝ່ ຈົນ​ມາ​ຮອດ​ປັດຈຸບັນ​ກໍ​ຍັງ​ສືບ​ຕໍ່​ຊ່ວຍ​ເຫຼືອ​ປະຊາຊົນ​ລາວ​ຕະຫຼອດ​ມາ, ​ເປັນ​ການ​ປະກອບ​ສ່ວນ​ເຂົ້າ​ໃນ​ການເພີ່ມພູນຄູນສ້າງສາຍ​ພົວພັນ​​ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ສອງ​ກອງທັບ ແລະ ປະຊາຊົນສອງຊາດລາວ-​ຫວຽດນາມ ​ໂດຍ​ສະ​ເພາະ​ແມ່ນ ​ຄະນະ​ປະສານ​ງານ​​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານການທະຫານ​ນະຄອນຫຼວງ​ຮ່າ​ໂນ້ຍ ແລະ ຄະນະປະສານງານຄະນະຊ່ຽວຊານການທະຫານ 959​ກໍ​ຄືສອງ​ກອງທັບ​ປະຊາຊົນ​ລາວ ​ແລະ ກອງທັບ​ປະຊາຊົນ​ຫວຽດນາມ. ພ້ອມ​ທັງ​ຢືນຢັນ​ວ່າ​ຈະ​ນຳ​ເອົາ​ເຄື່ອງ​ຈຳນວນ​ດັ່ງ​ກ່າວ​ສົ່ງ​ຕໍ່​ໃຫ້​ເຖິງປະ​ຊົນ​ຊົນ​ລາວ​ໄດ້​ນຳ​ໃຊ້​ຢ່າງມີ​ປະສິດທິພາບ​ສູງ ໂດຍໄວ​.

ນອກຈາກ​ນັ້ນ, ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ຊາວ​ໝຸ່ມກອມ​ມູນິດ​ໂຮ່ຈີ​ມິນ​ກໍ​ໄດ້​ນຳ​ຜ້າ​ອັດ​ປາກ​ຈຳນວນ 25.000 ອັນ ມາ​ມອບ​ໃຫ້​ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເພື່ອສົ່ງຕໍ່ໄປໃຫ້ສູນກາງຊາວ​ໜຸ່ມປະຊາຊົນປະຕິວັດ​ລາວ​ເຊັ່ນ​ດຽວ​ກັນ ​ເພື່ອ​ປະກອບສ່ວນ​ແບ່ງ​ເບົາ​ໃນ​ການ​ຕ້ານ​ໂຄ​ວິດ​ຢູ່ ສປປ ລາວ ໃນປັດຈຸບັນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487164
ມື້ນີ້190
ມື້ວານ210
ອາທິດນີ້826
ເດືອນນີ້557