ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນກຳມະບານອຸດສາຫະກຳ ແລະ ການຄ້າຫວຽດນາມ ມອບຜ້າອັດປາກ ແລະ ນ້ຳຢາຂ້າເຊື້ອພະຍາດ ໃຫ້ສູນກາງສະຫະພັນກໍາມະບານລາວ

2021511-hup-khg

ວັນທີ 11 ​ພຶດສະພາ 2021 ທີ່ ສະຖານ​ເອກ​ອັກຄະ​ລັດຖະທູດ ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ, ສະຫາຍ ເຈີ່ນ ກວາງ ຮຸຍ, ກໍາມະການຄະນະປະທານສະຫະພັນແຮງງານຫວຽດນາມ, ປະທານກຳມະບານອຸດສາຫະກຳ ແລະ ການຄ້າຫວຽດນາມ ພ້ອມ​ດ້ວຍຄະນະ ໄດ້ນຳເອົາ ຜ້າ​ອັດ​ປາກ ກາ​ນ​ແພດ ຈຳນວນ 250.000 ອັນແລະ ນ້ຳຢາຂ້າເຊື້ອພະຍາດ ຂະໜາດ 500 ml ຈໍານວນ 100 ແກ້ວ (ກວດ) ມາມອບໃຫ້ ສະຫາຍ ​ແສງ​ເພັດ​ ຮຸ່ງ​ບຸນ​ຍວງ, ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ສູນກາງສະຫະພັນກໍາມະບານ​ລາວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງຄະນະ​ນຳສະຖານ​ທູດລາວ ​ທີ່​ ຮ່າ​ໂນ້ຍ ພ້ອມ​ດ້ວຍພະນັກງານຂອງທັງສອງຝ່າຍ ລາວ-​ຫວຽດນາມ.

​​​ສະຫາຍ ເຈີ່ນ ກວາງ ຮຸຍ ​​ໄດ້​ກ່າວສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຕໍ່​ການລະບາດພະຍາດ​ໂຄ​ວິດ-19 ​ຮອບ​ໃໝ່​ຢູ່​ ສປປ ລາວ ຊຶ່ງຜ້າ​ອັດ​ປາກ ແລະ ນ້ຳຢາຂ້າເຊື້ອທີ່​ນຳ​ມາ​ມອບໃນ​ຄັ້ງ​ນີ້ ​ເຖິງ​ວ່າ ​ຈຳນວນ​ບໍ່​ຫຼາຍ ​ແຕ່​ກໍ​ເປັນ​ການ​ປະກອບ​ສ່ວນດ້ວຍ​ຄວາມ​ຈິງ​ໃຈຈາກສະຫະພັນກຳມະບານອຸດສາຫະກຳ ແລະ ການຄ້າຫວຽດນາມ ເພື່ອປະກອບສ່ວນ​​ຊ່ວຍ​ເຫຼືອສູນກາງສະຫະພັນກໍາມະບານລາວ ກໍຄື ປະຊາຊົນລາວ ໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ​ໂຄ​ວິດ 19 ​ທີ່​ກຳລັງ​ລະບາດ​ຢູ່​ລາວ​ໃນ​ປັດຈຸ​ບັນ​. ​​ຫວັງ​ວ່າ ​ລັດຖະບານ ​ແລະ ປະຊາຊົນ​ລາວ ຈະ​ພ້ອມ​ກັນ​ ຄວບຄຸມ ແລະ ສະກັດ​ກັ້ນການແຜ່ລະບາດ​ພະຍາດ​ດັ່ງກາວ​ໄດ້ໂດຍໄວ ເພື່ອເຮັດ​ໃຫ້​ປະຊາຊົນ​ລາວໄດ້ກັບ​ມາ​ໃຊ້​ຊີວິດ​ແບບປົກກະຕິ​.

ໃນ​ໂອກາດ​ນີ້, ​ສະຫາຍ​ ແສງ​ເພັດ ຮຸ່ງ​ບຸນ​ຍວງ ​​ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບ​​ອົກຂອບໃຈຢ່າງຈິງໃຈມາຍັງ ສະຫາຍ ເຈີ່ນ ກວາງ ຮຸຍ ພ້ອມ​ຄະນະ ໃນການຊ່ວຍເຫຼືອຄັ້ງນີ້ ຊຶ່ງເປັນການສະແດງເຖິງນຳ້ຈິດນ້ຳໃຈຂອງສະຫະ ພັນກຳມະບານອຸດສາຫະກຳ ແລະ ການຄ້າຫວຽດນາມ ເຖິງວ່າຢູ່ຫວຽດນາມກໍມີການລະບາດຂອງເຊື້ອພະຍາດໂຄວິດ 19 ຮອບໃໝ່ ກໍຕາມ ແຕ່ກໍໄດ້ບິແບ່ງຄວາມຫຍຸ້ງຍາກທີ່ປະຊາຊົນລາວກຳລັງປະເຊີນຢູ່ໃນປັດຈຸບັນ, ​ເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນ​​ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-​ຫວຽດນາມ ​ໂດຍ​ສະ​ເພາະ​ແມ່ນ ສູນກາງສະຫະພັນກຳມະບານລາວ ແລະ ສະຫະພັນກຳມະບານອຸດສາຫະກຳ ແລະ ການຄ້າຫວຽດນາມ ພ້ອມ​ທັງ​ຢືນຢັນ​ວ່າ ​ຈະ​ປະສານໄປຍັງພາກສ່ວນທີ່ກ່ຽວຂ້ອງຂອງລາວ ເພື່ອຮັບເອົາ​ເຄື່ອງ​ຈຳນວນ​ດັ່ງ​ກ່າວ​ ສົ່ງ​ຕໍ່​ໃຫ້​ເຖິງສະມາຊິກກໍາມະບານລາວ ກໍຄືປະ​ຊາ​ຊົນ​ລາວ ​ໄດ້​ນຳ​ໃຊ້​ຢ່າງມີ​ປະສິດທິພາບ​ສູງ ໂດຍໄວ​.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487178
ມື້ນີ້13
ມື້ວານ191
ອາທິດນີ້840
ເດືອນນີ້571