ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຄົນໃໝ່

 

LaoAmbVN

 

ວັນທີ 13 ພຶດສະພາ 2021, ທີ່ ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ​ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມຄະນະ​ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ​ ເວືອງ ດິ່ງ ເຫວະ, ກຳມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ເນື່ອງໃນໂອກາດ ທີ່ສະຫາຍໄດ້ຮັບຕຳແໜ່ງໃໝ່.

ໂອກາດນີ້ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ກໍໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ແລະ ສະແດງຄວມຊົມເຊີຍຢ່າງຈິງໃຈມາຍັງ ສະຫາຍ ເວືອງ ດິ່ງ​ ເຫວະ​​ເນື່ອງໃນໂອກາດທີ່ສະຫາຍ ໄດ້ຮັບການແຕ່ງຕັ້ງເປັນປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ ຄົນໃໝ່, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງກົມການເມືອງສູນກາງພັກກອມມູນິດຫວຽດນາມ ຕໍ່ກັບຄວາມສາມາດ, ບົດບາດໃນການຊີ້ນໍາ-ນໍາພາ, ການປະກອບສ່ວນຢ່າງຫ້າວຫັນ ແລະ ມີປະສິດທິຜົນຂອງສະຫາຍ ໃນໄລຍະຜ່ານມາ.

ສະຫາຍ ເວືອງ ດິ່ງ ເຫວະ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມຄະນະທີ່ ໄດ້ມາອວຍພອນເຊິ່ງເປັນປະເທດທຳອິດໃນໄລຍະທີ່ສະຫາຍມາຮັບຕຳແໜ່ງໃໝ່, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສະຫາຍ ຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງ, ສາຍພົວພັນອັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ ສອງລັດ, ສອງສະພາແຫ່ງຊາດ​ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ​ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ພ້ອມດຽວກັນນັ້ນ, ສະຫາຍ ເວືອງ ດິ່ງ​ ເຫວະ ກໍຍັງໄດ້ຝາກຄວາມຂອບໃຈ ແລະ ຢື້ຢາມຖາມຂ່າວຜ່ານ ສະຫາຍເອກອັກຄະລັດຖະທູດ​ ໄປຍັງ ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງສປປ ລາວ ລວມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຂອງ​ ສປປ ລາວ. ນອກນີ້, ສະຫາຍ ກໍຍັງໄດ້ເນັ້ນຕື່ມວ່າ ຈະໃຫ້ການຮ່ວມມືຢ່າງສະໜິດແໜ້ນໃນທຸກວຽກງານ ໂດຍສະເພາະແມ່ນການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ຫວຽດນາ-ລາວ. ໃນຕອນທ້າຍ, ສະຫາຍກໍໄດ້ຖືໂອກາດນີ້ ຜ່ານ ສະຫາຍເອກອັກຄະລັດຖະທູດ ເຊື້ອເຊີນ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ເດີນທາງມາຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ສສ ຫວຽດນາມ ໃນເວລາທີ່ທັງສອງປະເທດສາມາດຄວບຄຸມການລະບາດຂອງພະຍາດໂຄວິດ 19 ໄດ້ໂດຍພື້ນຖານ.

ໃນໂອກາດດັ່ງກ່າວ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ກໍໄດ້ຕາງໜ້າໃຫ້ການນຳພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍຄື ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມທີ່ໄດ້ໃຫ້ການຊ່ວຍເຫຼືອລາວຕະຫຼອດມາ ໂດຍສະເພາະແມ່ນໄດ້ສ້າງຫໍສະພາແຫ່ງຊາດເປັນຂອງຂວັນໃຫ້ແກ່ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ຊຶ່ງເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ພ້ອມທັງກ່າວສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ 19 ທີ່ລວມທັງຊ່ຽວຊານ, ອຸປະກອນການແພດ ແລະ ເງິນຈຳນວນ 5 ແສນໂດລາ ແລະ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງສະພາແຫ່ງຊາດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະຈະເລີນງອກງາມຂຶ້ນເລື້ອຍໆໄປ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487157
ມື້ນີ້183
ມື້ວານ210
ອາທິດນີ້819
ເດືອນນີ້550