ນະຄອນຫຼວງວຽງຈັນ
ສະຫາຍ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈມາຍັງທ່ານ ກໍຄືຄອບຄົວ ແລະ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກເຫດການອຸບັດຕິເຫດ ຂອງອ່າງເກັບນຳ້ສຳຮອງເຂື່ອນໄຟຟ້າ ເຊປຽນ-ເຊນຳ້ນ້ອຍ ແຕກ ຍ້ອນຝົນຕົກໜັກຕິດຕໍ່ກັນ ສອງອາທິດ ຢູ່ປະເທດລາວ.
ຂ້າພະເຈົ້າ ຂໍຫວັງວ່າ ລັດຖະບານ ສປປ ລາວ ຈະຟື້ນຟູເຂດທີ່ໄດ້ຮັບຜົນກະທົບໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ເຂດທີ່ໄດ້ຮັບຜົນກະທົບ ຈະກັບຄືນສູ່ສະພາບປົກກະຕິ.
ກິມ ຢົງ ນາມ
ປະທານ ຄະນະປະທານ ສະພາປະຊາຊົນສູງສຸດ
ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ
ວັນທີ 26 ກໍລະກົດ, ປີ ຈຸດເຊ107(2018)
ນະຄອນຫລວງພຽງຢາງ