ພະນະທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ຂ້າພະເຈົ້າ ໄດ້ຮັບຊາບຂ່າວ ອຸບັດຕິເຫດ ເຂື່ອນກັນນ້ຳແຕກ ຢູ່ ແຂວງອັດຕະປື ພາກໃຕ້ ຂອງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ຕໍ່ເຫດການດັ່ງກ່າວ ເຊິ່ງໄດ້ເຮັດໃຫ້ເກີດມີການສູນເສຍຊີວິດ ແລະ ຊັບສິນຢ່າງໃຫຍ່ຫຼວງ. ຕໍ່ເຫດການດັ່ງກ່າວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນລາວ.
ພາຍຫຼັງຮັບຊາບເຫດການດັ່ງກ່າວ, ລັດຖະບານຍີ່ປຸ່ນ ໄດ້ເຫັນດີມອບອຸປະກອນຊ່ວຍເຫຼືອສຸກເສີນ ແກ່ ສປປ ລາວ ໃນຖານະປະເທດ “ຄູ່ຮ່ວມຍຸດທະສາດ”. ຂ້າພະເຂົ້າ ຂໍອະທິຖານແກ່ດວງວິນຍານຂອງຜູ້ເສຍຊີວິດຈົ່ງໄປສູ່ສຸຂະຕິ ແລະ ຫວັງວ່າພື້ນທີ່ໄດ້ຮັບຜົນກະທົບຈະໄດ້ຮັບການຟື້ນຟູສູ່ສະພາບປົກກະຕິໂດຍໄວ.
ຂ້າພະເຈົ້າ ຫວັງວ່າຈະໄດ້ພົບປະກັບ ພະນະທ່ານ ໃນໂອກາດເຂົ້າຮ່ວມກອງປະຊຸມກ່ຽວຂ້ອງ ຂອງ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ທີ່ຈະມາເຖິງນີ້.
ວັນທີ 25 ກໍລະກົດ 2018
ລັດຖະມົນຕີຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ
ທະໂຣ ໂຄໂນະ