ອັງຄາລາ, ວັນທີ 25 ກໍລະກົດ 2018
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມເສົ້າໂສກເປັນຍ່າງຍິ່ງ ທີ່ໄດ້ຮັບຊາບ ການສູນເສຍຊີວິດ ແລະ ຊັບສິນອັນຫຼວງຫຼາຍຂອງປະຊາຊົນ ທີ່ ເກີດຈາກເຂື່ອນໄຟຟ້າ ເຊປຽນ - ເຊນ້ຳນ້ອຍແຕກ.
ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງພະນະທ່ານແລະປະຊາຊົນລາວ, ແລະ ຢືນຢັນວ່າ ຕວັກກີ ກຽມພ້ອມທີ່ຈະໃຫ້ການຊ່ວຍເຫຼືອ ແກ່ປະຊາຊົນລາວໃນເວລາທີ່ຫຍຸ້ງຍາກນີ້.
ດ້ວຍຄວາມເຫັນໃຈຢ່າງຍິ່ງ,
ເມບລຸດ ຊາວຸຊໍລູ
ລັດຖະມົນຕີຕ່າງປະເທດ
ແຫ່ງ ສາທາລະນະລັດ ຕວັກກີ
ພະນະທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ