ນະຄອນຫຼວງວຽງຈັນ, ວັນທີ 31 ກໍລະກົດ 2018
ພະນະທ່ານ ອາແລນ ເບີເຊດ
ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ
ທີ່ ເບີນ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດແຫ່ງ ສະມາພັນທະລັດ ສະວິດ, ໃນນາມປະຊາຊົນລາວແລະໃນນາມສ່ວນຕົວ,ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ມີຄວາມຍິນດີເປັນຢ່າງຍິ່ງຂໍສົ່ງຄຳຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ປະຊາຊົນສະວິດ ທຸກຖ້ວນໜ້າ.
ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບແລະການຮ່ວມມື ອັນດີທີ່ມີມາ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວແລະ ສະມາພັນທະລັດ ສະວິດ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ.
ດ້ວຍຄວາມນັບຖືຢ່າງສູງ.
ບຸນຍັງວໍລະຈິດ,
ປະທານປະເທດແຫ່ງ
ສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 31 ກໍລະກົດ 2018
ພະນະທ່ານອິກນາຊິໂອ ກາສິສ
ລັດຖະມົນຕີຕ່າງປະເທດແຫ່ງສະມາພັນທະລັດ ສະວິດ
ທີ່ເບີນ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດແຫ່ງສະມາພັນທະລັດສະວິດ,ຂ້າພະເຈົ້າຮູ້ສຶກເປັນກຽດຢາງຍິ່ງ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານແລະອວຍພອນໃຫ້ພ້ອມດ້ວຍເພື່ອນຮ່ວມງານທຸກທົ່ວໜ້າຂອງພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ປະສົບຜົນສຳເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງຕົນ.
ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ສາຍພົວພັນມິດຕະພາບແລະການຮ່ວມມືທີ່ດີລະຫວ່າງສອງປະເທດກໍຄືສອງກະຊວງການຕ່າງປະເທດພວກເຮົາ, ທັງໃນຂອບສອງຝ່າຍແລະຫຼາຍຝ່າຍຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ເກີດດອກອອກຜົນຍິ່ງໆຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດພວກເຮົາກໍຄືເພື່ອສັນຕິພາບ, ສະຖຽນລະພາບແລະການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.
ດ້ວຍຄວາມນັບຖືຢ່າງສູງ.
ສະເຫຼີມໄຊກົມມະສິດ,
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ