ນະຄອນຫລວງວຽງຈັນ, ວັນທີ 17 ທັນວາ 2020
ສົມເດັດ ທາມິນ ບິນ ຮາມັດ ອາລ ທານີ
ກະສັດ ແຫ່ງ ລັດກາຕາ
ໂດຮາ
ສົມເດັດ,
ໃນນາມ ປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ແລະ ປະຊາຊົນ ກາຕາ ເນື່ອງໃນໂອກາດວັນຊາດ ແຫ່ງ ລັດກາຕາ ຄົບຮອບ 142 ປີ ແລະ ຄົບຮອບ 15 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດກາຕາ.
ຂ້າພະເຈົ້າ ເຊື່ອໝັ້ນເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດກາຕາ ຈະໄດ້ຮັບການພັດທະນາ ໃນຊຸມປີຕໍ່ຫນ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນ ສົມເດັດ ຈົ່ງມີພະລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະຊາຊົນ ກາຕາ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.
ດ້ວຍຄວາມນັບຖືຢ່າງສູງ.
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ