ນະຄອນຫຼວງວຽງຈັນ, ວັນທີ 12 ມີນາ 2021
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນໂມຣິດເພື່ອນມິດ ທຸກຖ້ວນໜ້າ ເນື່ອງໃນໂອກາດ ວັນຊາດແຫ່ງ ສາທາລະນະລັດ ໂມຣິດ ຄົບຮອບ 53 ປີ.
ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ໂມຣິດ ຈະສືບຕໍ່ໄດ້ຮັບການພັດທະນາ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນ ແຫ່ງ ສາທາລະນະລັດໂມຣິດ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີ ກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ອາລັນ ກາໂນ
ລັດຖະມົນຕີ ກະຊວງການຕ່າງປະເທດ, ການເຊື່ອມໂຍງພາກພື້ນ
ແລະ ການຄ້າສາກົນ ແຫ່ງ ສາທາລະນະລັດ ໂມຣິດ
ທີ່ ພອດ ລຸຍ.
--------//-------