ສະຫາຍ ຫລີ ເຄີ້ສຽງ,
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາຊົນຈີນ
ທີ່ ນະຄອນຫຼວງປັກກິ່ງ
ສະຫາຍ ທີ່ນັບຖື,
ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າສະຫລົດໃຈວ່າ ໃນເວລາ 12:52 ໂມງ ຂອງວັນທີ 5 ກັນຍາ 2022 ໄດ້ເກີດມີໄພພິບັດທາງທໍາມະຊາດ ເຫດການແຜ່ນດິນໄຫວທີ່ມີລະດັບຮຸນແຮງຂະໜາດ 6,8 ຣິກເຕີ ຢູ່ເມືອງ ລູຕິ້ງ, ແຂວງເສສວນ, ສປ ຈີນ ອັນໄດ້ສົ່ງຜົນກະທົບເປັນວົງກວ້າງຢູ່ບໍລິເວນດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈໍານວນຫລາຍ, ສ້າງຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ຊິວິດ, ຊັບສິນຂອງປະຊາຊົນ ຈີນ ໃນເຂດດັ່ງກ່າວ.
ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ໂດຍສະເພາະຄອບຄົວຜູ້ປະສົບເຄາະຮ້າຍໃນຄັ້ງນີ້ດ້ວຍ.
ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການ ຊີ້ນໍາ ນໍາພາ ແລະ ດ້ວຍຄວາມເອົາໃຈໃສ່ຊ່ວຍເຫຼືອຢ່າງໃກ້ຊິດ ຂອງບັນດາສະຫາຍການນຳຂັ້ນສູນກາງ ກໍຄືອໍານາດການປົກຄອງທ້ອງຖິ່ນ, ສປ ຈີນ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ສາມາດຟື້ນຟູສະພາບການ ໃຫ້ກັບຄືນສູ່ຄວາມປົກກະຕິໂດຍໄວ.
ນະຄອນຫຼວງວຽງຈັນ, ວັນທີ 6 ກັນຍາ 2022
ພັນຄຳ ວິພາວັນ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ