ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ, ເນື່ອງໃນໂອກາດວັນຊາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອນມິດ.
ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ໃນນາມລັດຖະບານ ແລະ ປະຊາຊົນແຫ່ງ ສ.ອານເຊຣີ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຂໍອວຍພອນ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ອວຍພອນ ປະຊາຊົນລາວ ເພື່ອນມິດ ຈົ່ງໄດ້ຮັບ ການພັດທະນາ ແລະ ວັດທະນາຖາວອນຍິ່ງໆຂຶ້ນ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ຍົກສູງປະຫວັດສາດສາຍພົວພັນອັນດີງາມລະຫວ່າງ ອານເຊຣີ ແລະ ສປປ ລາວ, ແລະ ຂໍສະແດງຄວາມຍິນດີຢ່າງຍິ່ງໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທາງດ້ານການເມືອງລະຫວ່າງສອງປະເທດຂອງພວກເຮົາ.
ຂ້າພະເຈົ້າ ຂໍສະແດງຄວາມຍິນດີຢ່າງຈິງໃຈ, ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ອັບດຸນມັດຈິດ ເຕບູນ
-----------------------------------------------------------------------------------------------------
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ
ກະຊວງການຕ່າງປະເທດ ແລະ ປະຊາຄົມຕ່າງປະເທດແຫ່ງຊາດ
ລັດຖະມົນຕີ
ພະນະທ່ານ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ອວຍພອນ ໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ, ອວຍພອນໃຫ້ ປະຊາຊົນລາວເພື່ອນມິດ ຈົ່ງສືບຕໍ່ມີແຕ່ຄວາມຈະເລີນກ້າວໜ້າ ແລະ ມີສັນຕິພາບ.
ຂ້າພະເຈົ້າ ຂໍຖືໂອກາດທີ່ດີນີ້ ເພື່ອຮັບປະກັນຢ່າງຈິງໃຈໃນການຮ່ວມເຮັດວຽກກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດ ໂດຍສະເພາະໃນຂົງເຂດການປຶກສາຫາລືທາງດ້ານການເມືອງ ໃຫ້ເກີດດອກອອກຜົນ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ.
ດ້ວຍຄວາມຍິນດີ, ເຄົາລົບ ແລະ ນັບຖືຢ່າງສູງ.
ຣາມທານ ລຳມາຣາ
ພະນະທ່ານ ທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລັດປາເລັດສະຕິນ
ປະທານປະເທດ
ພະນະທ່ານປະທານປະເທດ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ
ຮຽນສະບາຍດີ,