ນະຄອນຫລວງວຽງຈັນ, ວັນທີ 18 ພະຈິກ 2021
ສົມເດັດ,
ໃນນາມປະຊາຊົນລາວທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ, ລັດຖະບານ ແລະ ປະຊາຊົນໂອມານ ເນື່ອງໃນໂອກາດ ວັນຊາດ ແຫ່ງ ລັດໂອມານ ຄົບຮອບ 51 ປີ.
ພະນະທ່ານ ອາຍມັນ ເບັນອັບເດີຣາມານ
ນາຍົກລັດຖະມົນຕີ
ແລະ ລັດຖະມົນຕີກະຊວງການເງິນ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ
ອານເຈີ
ນະຄອນຫຼວງວຽງຈັນ, ວັນທີ 01 ພະຈິກ2021
ພະນະທ່ານ,
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ອານເຊຣີ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ຄົບຮອບ 67 ປີ.
ນະຄອນຫລວງວຽງຈັນ, ວັນທີ 11 ພະຈິກ 2021
ພະນະທ່ານ,
ໃນນາມປະຊາຊົນລາວທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນປາແລັດສະຕິນ ທຸກຖ້ວນໜ້າ ເນື່ອງໃນໂອກາດ ວັນຊາດ ແຫ່ງ ລັດປາແລັດສະຕິນ ຄົບຮອບ 33 ປີ.