ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ແຫ່ງ ສປປ ລາວ ສຳເລັດການເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະພາບເອີຣົບ (ອາຊຽນ-ອີຢູ) ຄັ້ງທີ 21

21

ໃນວັນທີ 13-14 ຕຸລາ 2016, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 21 ຈັດຂຶ້ນທີ່ ບາງກອກ, ປະເທດໄທ, ພາຍໃຕ້ການເປັນປະທານຮ່ວມຂອງ ໄທ ແລະ ອີຢູ.

      ກອງປະຊຸມ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນຂອງການພົວພັນຮ່ວມມື ອາຊຽນ-ອີຢູ ໃນໄລຍະຜ່ານມາ ໂດຍສະເພາະແມ່ນດ້ານການຄ້າ, ການລົງທຶນ ແລະ ອື່ນໆ. ອີຢູ ເປັນຄູ່ຄ້າໃຫຍ່ອັນດັບສອງຂອງອາຊຽນ ຊຶ່ງມູນຄ່າ ການຄ້າສອງຝ່າຍບັນລຸໄດ້ 272.6 ຕື້ ໂດລາ ສະຫະລັດ (246 ຕື້ ເອີໂຣ) ໃນປີ 2014 ແລະ ອາຊຽນ ກໍເປັນຄູ່ ຄ້າໃຫຍອັນດັບສາມຂອງອີຢູ ແລະ ອີຢູ ກໍເປັນຜູ້ລົງທຶນໂດຍກົງລາຍໃຫຍ່ຂອງອາຊຽນ ຊຶ່ງມີມູນຄ່າສະເລ່ຍ 20.9 ຕື້ ໂດລາ ສະຫະລັດ (19 ຕື້ ເອີໂຣ) ໃນແຕ່ລະປີ ນັບແຕ່ປີ 2012 ເປັນຕົ້ນມາ.

      ກອງປະຊຸມ ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງການການຮ່ວມມື ລະຫວ່າງ ອາຊຽນ ແລະ ອີຢູ ທີ່ຢູ່ພາຍໃຕ້ແຜນປະຕິບັດງານ ບັນດາສິຣິ ເບກາວັນ (2013-2017) ຊຶ່ງເຫັນວ່າໄດ້ຮັບຜົນສໍາເລັດໃນຫຼາຍ ດ້ານ ເປັນຕົ້ນແມ່ນດ້ານການຄ້າ, ການລົງທຶນ, ການສຶກສາ, ການແລກ ປ່ຽນຂໍ້ມູນຂ່າວສານ, ວິທະຍາສາດ-ເຕັກ ໂນໂລຊີ, ການບິນ, ການເຊື່ອມຈອດ ແລະ ອື່ນໆ. ພ້ອມກັນນີ້, ບັນດາລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ໄດ້ ເຫັນດີໃຫ້ເພີ້ມທະວີການຮ່ວມມືກັນຫຼາຍຂຶ້ນຕື່ມໃນດ້ານການເຊື່ອມຈອດ, ການໄປມາຫາສູ່ກັນຂອງປະຊາຊົນສອງ ພາກພື້ນ, ການບິນ, ການຄ້າ, ການລົງທຶນ, ການຮັບມືໄພພິບັດ, ການຕ້ານການກໍ່ການຮ້າຍ ແລະ ລັດທິຫົວຮຸນ ແຮງ ແລະ ອື່ນໆ. ບັນດາລັດຖະມົນຕີຕ່າງປະເທດອາຊຽນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງ ອີຢູເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄືການເຊື່ອມໂຍງ ແລະ ການເຊື່ອມຈອດອາຊຽນ ແລະ ສະແດງ ຄວາມຍິນດີຕໍ່ຄວາມໝາຍໝັ້ນຂອງອີຢູ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນແຜນວຽກຂອງຂໍ້ລິເລີ່ມການເຊື່ອມໂຍງ ອາຊຽນ ໄລຍະສາມ ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ຊຶ່ງຜູ້ນໍາອາຊຽນໄດ້ຮັບຮອງເອົາຢູ່ກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 28 ໃນວັນທີ 6 ກັນຍາ 2016 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.

ບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ອີຢູ ຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນສະພາບການການຢູ່ຕາເວັນອອກກາງ, ການປ່ຽນແປງສະ ພາບດິນຟ້າອາກາດ, ການກໍ່ການຮ້າຍ, ການຄ້າມະນຸດ ແລະ ອື່ນໆ.

      ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການບາງກອກ ວ່າດ້ວຍການສົ່ງເສີມການເປັນຄູ່ຮ່ວມສາກົນ ລະຫວ່າງ ອາຊຽນ ແລະ ອີຢູ ເພື່ອກ້າວໄປສູ່ການຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດໃນອະນາຄົດ“Bangkok Declaration on Promoting an ASEAN-EU Global Partnership for Shared Strategic Goals”. ກອງປະຊຸມຍັງ ໄດ້ເຫັນດີຈັດກິດຈະກໍາສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອີຢູ ຄົບຮອບ 40 ປີ ໃນປີ 2017.

ໃນໄລຍະເຂົ້າຮ່ວມກອງປະຊຸມ, ຫົວໜ້າຄະນະຜູ້ແທນ ຂອງ ສປປ ລາວ ຍັງໄດ້ພົບສອງຝ່າຍກັບລັດຖະ ມົນຕີຕ່າງປະເທດຂອງ ໂຮນລັງ, ຮົງກາລີ, ຣູມານີ, ເອສໂຕນີ, ສະໂລວັກ; ຮອງລັດຖະມົນຕີຕ່າງປະເທດໂປໂລຍ, ຝຣັ່ງ ແລະ ຫວຽດນາມ ເພື່ອທົບທວນຄືນການຮ່ວມມືສອງຝ່າຍໃນໄລະຜ່ານມາ ພ້ອມທັງປຶກສາຫາລືເພື່ອວາງທິດ ທາງໃນການເພີ່ມທະວີການຮ່ວມມືໃນຂອບສອງຝ່າຍ ແລະ ໃນຂອບ ອາຊຽນ-ອີຢູ ໃນອະນາຄົດໃຫ້ນັບມື້ນັບຂະ ຫຍາຍຕົວຍິ່ງຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485851
ມື້ນີ້150
ມື້ວານ206
ອາທິດນີ້887
ເດືອນນີ້5156