ທ່ານ ນາງ ເຮເລນ ຄຼາກ (Helen Clark) ຜູ້ອໍານວຍການໃຫ່ຍ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ, ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ແຕ່ວັນທີ 12-13 ມີນາ 2017. ໃນຕອນເຊົ້າເວລາ 9 ໂມງເຊົ້າ ຂອງວັນທີ 13 ມີນາ 2017, ທ່ານ ນາງ ເຮເລນ ຄຼາກ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ແລະ ໃນຕອນບ່າຍຂອງມື້ດຽວກັນ ໄດ້ເຂົ້າພົບປະ ທ່ານ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ. ນອກຈາກນັ້ນ, ກ່ອນໜ້ານີ້ ທ່ານ ນາງ ເຮເລນ ຄຼາກ ກໍ່ໄດ້ເຂົ້າພົບ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ເຊັ່ນດຽວກັນ. ການພົບປະຂອງ ທ່ານ ນາງ Helen Clark ກັບການນໍາຂັ້ນສູງ ຂອງສປປ ລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາການອັນດີ, ໃນນັ້ນ ກໍໄດ້ປຶກສາຫາລືກັນກ່ຽວກກັບ ຂອບການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ເພື່ອການພັດທະນາ ໂດຍສະເພາະການສະຫນັບສະຫນູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ເປົ້າໝາຍສະຫັດສະຫວັດເພື່ອການພັດທະນາ (MDGs) ຈົນມາເຖິງເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍຜ່ານການຈັດຕັ້ງປະຕິບັດແຜນງານ ໂຄງການ ແລະ ກິດຈະກຳຕ່າງໆ ຕະຫຼອດໄລຍະຜ່ານມາ.
ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານປະທານສະພາແຫ່ງຊາດ ແລະ ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານ ນາງ ເຮເລນ ຄຼາກ ຄັ້ງນີ້, ເຊິ່ງເປັນຄັ້ງທີ 3 ໃນຖານະເປັນຜູ້ອຳນວຍການໃຫຍ່ອົງການ ສປຊ ເພື່ອການພັດທະນາ, ເຊິ່ງເປັນການຢັ້ງຢືນເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນ ຕໍ່ກັບການຮ່ວມມືລະຫວ່າງ ອົງການ ສປຊ ແລະ ສປປ ລາວ ຕະຫຼອດໄລຍະທີ່ຜ່ານມາ. ພ້ອມກັນນັ້ນ, ການນຳຂັ້ນສູງຂອງ ສປປ ລາວ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ອົງການ ສປຊ ເພື່ອການພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຜ່ານບັນດາແຜນງານ ແລະ ໂຄງການຕ່າງໆ ໂດຍມີມູນຄ່າປະມານ 100 ລ້ານໂດລາສະຫະລັດ ສຳລັບແຜນງານ ສົກປີ 2011-2016 ແລະ ສໍາລັບສົກປີ 2017-2021 ງົບປະມານທີ່ຄາດຄະເນໄວ້ ມີປະມານ 103 ລ້ານໂດລາສະຫະລັດ, ອັນຈະເປັນການປະກອບສ່ວນທີ່ສໍາຄັນ ໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ລວມທັງການແກ້ໄຂຄວາມທຸກຍາກ, ຂະບວນການກອງປະຊຸມໂຕະມົນ, ວຽກງານເກັບກູ້ລະເບີດ, ການປັບປຸງບູລະນະການປົກຄອງ ແລະ ອື່ນໆ. ພ້ອມກັນນັ້ນ, ການນຳຂັ້ນສູງເຮົາ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດຫນ້າທີ່ຂອງທ່ານ ນາງ ເຮເລນ ຄຼາກ ທີ່ຈະສິ້ນສຸດຫນ້າທີ່ເປັນຜູ້ອໍານວຍການໃຫ່ຍ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ພາຍໃນເດືອນເມສາທີ່ຈະມາເຖີງນີ້ ພ້ອມທັງໄດ້ອວຍພອນໃຊອັນປະເສີດໃຫ້ແກ່ທ່ານ ນາງ ເຮເລນ ຄຼາກ.
ທ່ານ ນາງ ເຮເລນ ຄຼາກ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ແລະ ຄວາມຄືບຫນ້າໃນຫລາຍດ້ານຂອງລັດຖະບານ ລາວ ໃນການພັດທະນາປະເທດ ກໍ່ຄືການປະຕິບັດເປົ້າຫມາຍການພັດທະນາຂອງສາກົນ ໂດຍສະເພາະການເຊື່ອມສານເປົ້າຫມາຍການພັດທະນາແບບຍືນຍົງ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ການໃຫ້ສັດຕະຍາບັນແກ່ສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ, ເຊິ່ງເປັນແບບຢ່າງໃຫ້ແກ່ຫລາຍປະເທດ. ພ້ອມນັ້ນ, ເພິ່ນຍັງໄດ້ຊົມເຊີຍຄວາມພະຍາຍາມຂອງລັດຖະບານລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ ໂດຍສະເພາະການຮັບຮອງເອົາເປົ້າຫມາຍການພັດທະນາແບບຍືນຍົງສະເພາະຂອງຕົນ ທີ 18: ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ. ອີງໃສ່ຜົນສຳເລັດທີ່ຍາດມາໄດ້, ທ່ານ ນາງ ເຮເລນ ຄຼາກ ໄດ້ສະແດງຄວາມເຊື່ອຫມັ້ນວ່າ ສປປ ລາວ ຈະສາມາດບັນລຸເປົ້າຫມາຍການນຳພາປະເທດໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້ໃນຕໍ່ຫນ້າ.