ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຢ້ຽມຢາມທາງການ ທີ່ ບຣູໄນ ດາຣູຊາລາມ

BruneiSXL

 

BruneiSXLS

 

     ໂດຍ​ຕອບ​ສະ​ໜອງ​ຕາມ​ການ​ເຊີນ​ຂອງ ທ່ານ ​ເປ​ຮິນ ດາ​ໂຕະ ລິ​ມ ​ໂຈກ ​ເຊັງ, ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍ​ົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ ຜູ້​ທີ 2 ​ແຫ່ງ ບຣູ​ໄນ ດາຣູຊາ​ລາມ, ທ່ານ​ ສະເຫຼີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ ​ໄດ້​ທຳ​ການ​ຢ້ຽມ​ຢາມ​ ບຣູ​ໄນ ດາຣູຊາ​ລາມ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 14-16 ມີນາ 2017, ເພື່ອ​ເສີມຂະຫຍາຍສາຍພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ດີ​ລະຫວ່າງ ລາວ-ບຣູ​ໄນ.

 

​     ໃນ​ຕອນ​ເຊົ້າ​ຂອງວັນ​ທີ 16 ມີນາ 2017, ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ລາວ-ບຣູ​ໄນ ​ໄດ້​ພົບ​ປະ​ສອງ​ຝ່າຍ ທີ່ ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າບຣູ​ໄນ. ​ໃນ​ການ​ພົບ​ປະ​ຄັ້ງ​ນີ້, ລັດຖະມົນຕີ​ຂອງ​ລາວ ​ແລະ ບຣູ​ໄນ ຕ່າງ​ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ ທີ່​ມີ​ບາດກ້າວ​ຂະ​ຫຍາ​ຍຕົວ ​ແລະ ​ແຕກ​ດອກ​ອອກ​ຜົນ​ຢ່າງ​ຕໍ່​ເນື່ອງ, ​ເຫັນ​ໄດ້​ຈາກ​ການ​ແລກປ່ຽນ​ການ​ຢ້ຽມຢາມ ​ແລະ ​ໄປມາຫາສູ່​ກັນ​ຂອງ​ຄະນະ​ຜູ້​ແທນ ​ໃນ​ລະດັບ​ປະມຸກ​ລັດ, ຫົວໜ້າ​ລັດຖະບານ, ​ແລະ ຂະ​ແໜງ​ການ​ຕ່າງໆ ຢ່າງ​ເປັນ​ປົກກະຕິ​ໃນ​ໄລຍະ​ຜ່ານ​ມາ.

 

    ໃນ​​ໂອກາດການ​ພົບ​ປະ​ດັ່ງກ່າວ, ຝ່າຍ​ລາວ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ລັດຖະບານ ບຣູ​ໄນ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່ ສປປ ລາວ ​ໃນ​ດ້ານ​ຕ່າງໆ​ໃນ​ໄລຍະ​ຜ່ານ​ມາ ​ເຊັ່ນ: ການ​ຊ່ວຍ​ເຫຼືອ​ກໍ່ສ້າງ​ຕຶກ​ອາຄານ​ສະຫະພັນ​ແມ່ຍິງລາວ, ສູນ​ຟື້ນ​ຟູ​ຄົນ​ພິການ, ​ໂຮງຮຽນ​ເດັກ​ກຳພ້າ,​​ ໂຮງຮຽນມັດທະຍົມ, ສູນ​ປິ່ນປົວ ​ແລະ ຟື້ນ​ຟູ​ຜູ້​ຕິດ​ຢາ​ເສບ​ຕິດ, ​ແລະ ສະໜາມກິລາ​ໃນ​ຮົ່ມ​ຄົບ​ວົງ​ຈອນ​ສີ​ເກີດ, ​ເຊິ່ງລວມມູນ​ຄ່າ​ທັງ​ໝົດ 4.016.250 ​ໂດ​ລາສະຫະລັດ; ການ​ຊ່ວຍ​ເຫຼືອ​ດ້ານ​ການ​ພັດທະນາ​ຊັບພະຍາ​ກອນ​ມະນຸດ ພາຍ​ໃຕ້​​ໂຄງການ Brunei-US English Language Enrichment Project for ASEAN ທີ່​ໄດ້​ເລີ່​ມປະຕິບັດ​ມາ​ເປັນ​​ເວລາ 5 ປີ​ແລ້ວ. ພ້ອມ​ນັ້ນ, ຝ່າຍ​ລາວ ຍັງສະ​​ແດງ​ຄວາມ​ຂອບ​ໃຈ ຕໍ່​ການ​ເຂົ້າ​​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 28 ​ແລະ ຄັ້ງ​ທີ 29 ທີ່ ສປປ ລາວ​ ​ເປັນ​ເຈົ້າພາບ​ໃນ​ປີ 2016 ທີ່ ວຽງ​ຈັນ ຂອງ​ສົມ​ເດັດ ຊຸນ​ຕານ ​ແຫ່ງ ບຣູ​ໄນ ​ແລະ ​ໄດ້​ປະກອບສ່ວນ ​ເປັນ​ເງິນ​ຈຳນວນ 300.000 ​ໂດ​ລາ​ສະຫະລັດ ​​ເພື່ອ​ຊຸກຍູ້​ການ​ເປັນ​ປະທານ​ອາ​ຊຽນຂອງ ລາວ ​ແລະ 500.000 ​ໂດ​ລາ​ສະຫະລັດ ​ເພື່ອ​ຊຸກຍູ້​ກອງ​ປະຊຸມ​ສຸດ​ຍອດອາ​ເຊັມ ຄັ້ງ​ທີ 9 ​ໃນ​ປີ 2012. ສອງຝ່າຍ ໄດ້ເຫັນດີນຳກັນ ໃນການສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມືກັນໃນດ້ານຕ່າງໆ ເປັນຕົ້ນແມ່ນດ້ານການຄ້າ ແລະ ການລົງທຶນ, ກະສິກຳ, ພະລັງງານ, ການສ້າງຊັບພະຍາກອນມະນຸດ, ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ລວມທັງຄະນະທາງດ້ານທຸລະກິດ ເພື່ອສືບຕໍ່ປຶກສາກັນ ຮ່ວມມືກັນໃນດ້ານທີ່ຕ່າງຝ່າຍຕ່າງມີທ່າແຮງ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳເຫັນ ຕໍ່ບາງບັນຫາ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈນຳກັນ.

 

     ໃນ​ຕອນ​ບ່າຍ​ຂອງ​ວັນ​​ດຽວ​ກັນ, ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ພ້ອມ​ດ້ວຍ​ພັນລະຍາ ແລະ ຄະນະ ຍັງ​ໄດ້​​ເຂົ້າ​ຢ້ຽມ​ຂ່ຳນັບ ສົມ​ເດັດ ຊຸນ​ຕານ ຮາ​ຈິ ຮັດ​ຊາ​ນານ ​ໂບນ​ເກ​ຍ ​ແຫ່ງ ບຣູ​ໄນ ດາຣູຊາ​ລາມ, ທີ່ ພະລາດ​ຊະ​ວັງ Istana,​ ທີ່ ບັນດາ​ ເສລິ ເບ​ກາ​ວັນ. ​ໃນ​ໂອກາດ​ດັ່ງກ່າວ, ທ່ານ​ລັດຖະມົນຕີ ​ໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ ຂອງ ພະນະ​ທ່ານ ບຸນ​ຍັງ ວໍລະ​ຈິດ,​ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ເຖິງ ສົມ​ເດັດ ຊຸນ​ຕານ ຮາ​ຈິ ຮັດ​ຊາ​ນານ ​ໂບນ​ເກ​ຍ. ທັງ​ສອງ​ຝ່າຍ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ ທີ່​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ ​ໄດ້​ຮັບ​ການ​ຊຸກຍູ້​ສົ່ງ​​ເສີມ ນັບ​ມື້​ນັບ​ຂະຫຍາຍ​ຕົວ​ຍິ່ງໆ​ຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485836
ມື້ນີ້135
ມື້ວານ206
ອາທິດນີ້872
ເດືອນນີ້5141