ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໃນໂອກາດວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 20 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

pm rm 1

-        ພໍ່ແມ່ ພີ່ນ້ອງ ປວງຊົນລາວ ທົ່ວປະເທດ ທີ່ເຄົາລົບ ແລະ ຮັກແພງທັງຫຼາຍ!

ປີ 2017 ນີ້ ເປັນປີສຳຄັນທາງປະຫວັດສາດ ຊຶ່ງແມ່ນປີ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫລື ອາຊຽນ (8 ສິງຫາ 1967 - 8 ສິງຫາ 2017) ແລະ ເປັນປີຄົບຮອບ 20 ປີ ທີ່ ສປປ ລາວ ເຮົາ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997 - 23 ກໍລະກົດ 2017).

ຂ້າພະເຈົ້າ ຂໍຖືໂອກາດນີ້ ຕາງຫນ້າ ລັດຖະບານ ແຫ່ງ ສປປ ລາວ ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວອັນອົບອຸ່ນ ມາຍັງບັນດາທ່ານຜູ້ນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດແລະພີ່ນ້ອງຊາວລາວທຸກຖ້ວນໜ້າທັງຢູ່ພາຍໃນແລະຕ່າງປະເທດ, ກໍ​ຄືຊາວຕ່າງປະ​ເທດ ທີ່ພວມປະຕິບັດຫນ້າທີ່ ແລະ ດໍາລົງຊີວິດຢູ່ ສປປ ລາວ.

 

ຄືດັ່ງພວກເຮົາຊາບດີນຳກັນແລ້ວວ່າ ຕະຫລອດໄລຍະ 50 ປີທີ່ຜ່ານມາ, ອາຊຽນ ​ໄດ້​ພັດທະນາ​ຕົນ​ເອງ ​ໃຫ້ສອດຄ່ອງ​ກັບສະພາບການຂອງ​ພາກ​ພື້​ນ ​ແລະ ສາກົນ ທີ່ມີການປ່ຽນແປງ​ໃນ​​ແຕ່ລະ​ໄລຍະ ​ໂດຍ​ຄໍານຶງ​ເຖິງ​ຄວາມຫຼາກຫຼາຍຂອງພາກພື້ນທາງ​ດ້ານ​ວັດທະນະທຳ, ສາດສະໜາ, ພາສາ, ​ລະບົບ​ການ​ເມື​ອງ ​ແລະ ລະ​ດັບ​ກາ​ນ ພັດທະນາ​ທາງ​ດ້ານ​ເສດຖະກິດ ແລະ ອື່ນໆຊຶ່ງ​ໄດ້​ເຮັດ​ໃຫ້ອາຊຽນເຕີບ​ໃຫຍ່​ຂະຫຍາ​ຍຕົວ​​ເທື່ອ​ລະກ້າວ.

ພາຍ​ໃນ​ອາ​ຊຽນເອງ, ອາຊຽນ ໄດ້ຂະຫຍາຍສະມາຊິກຂອງຕົນໃຫ້ກວມເອົາ 10 ປະເທດໃນອາຊີຕາເວັນອອກສ່ຽງໃຕ້ແລະ ເພີ່ມທະວີການຮ່ວມມືກັນ ທັງລວງເລິກ ແລະ ລວງກວ້າງ​​ ​ເທື່ອ​ລະ​ກ້າວ ຈົນ​ກວມ​ເອົາ​ທຸກ​ຂົງ​ເຂດ ນັບແຕ່ດ້ານເສດຖະກິດ, ສັງຄົມ-ວັດທະນະທໍາ ໄປເຖິງດ້ານການເມືອງ-ຄວາມໝັ້ນຄົງ.

 

ພ້ອມ​ກັນ​ນີ້, ອາຊຽນ ຍັງໄດ້ຮັດແໜ້ນການພົວພັນກັບພາຍນອກໂດຍ​ໄດ້ຂະຫຍາຍການເປັນຄູ່ຮ່ວມເຈລະຈາ ກວມເອົາບັນດາ​ປະ​ເທດ​ໃຫຍ່​​ໃນ​ໂລກ ​ແລະ ​ໄດ້ສ້າງຫລາຍຮູບແບບການຮ່ວມມືກັບພາຍນອກຕາມທ່າແຮງ ແລະ ຄວາມເຫມາະສົມກັບສະພາບການຕົວຈິງຂອງແຕ່ລະປະເທດ. ອາຊຽນ​ ໄດ້​ລິເລີ່​ມສ້າງ​ຕັ້ງບັນດາກົນໄກການຮ່ວມມື​ຄື: ອາຊຽນບວກໜຶ່ງ, ອາຊຽນບວກ​ສາມ, ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ບວກ, ​ເວທີ​ປຶກສາ​ຫາລືພາກ​ພື້ນ​ອາຊຽນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກຊຶ່ງ​ໄດ້​ກາຍ​ເປັນ​​ເວທີທີ່​ສໍາຄັນ ບໍ່ພຽງ​ແຕ່​ສຳລັບໃຫ້ອາຊຽນພົວພັນຮ່ວມມື​ກັບ​​ຄູ່​ເຈລະຈາຂອງຕົນ ​ແລະ ຄູ່​ຮ່ວມ​ມື​ພາຍ​ນອກ​ອື່ນໆ ເທົ່າ​ນັ້ນ, ​ແຕ່​ຍັງ​ເປັນ​ເວທີໃຫ້​ຄູ່​ເຈລະຈາ ​ແລະ ຄູ່​ຮ່ວມມື​ພາຍ​ນອກອື່ນ ລວມທັງ​ ບັນດາ​ປະ​ເທດ​ມະຫາ​ອໍານາດ​ໄດ້ພົບ​ປະປຶກສາຫາລືກັນ​ ກ່ຽວກັບ ບັນຫາຕ່າງໆຂອງຂົງເຂດ ແລະ ຂອງໂລກທີ່ມີຄວາມສົນໃຈ ແລະ ມີຄວາມຮັບຜິດຊອບຮ່ວມກັນ ຊຶ່ງ​​ເປັນການປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຄວາມ​ໄວ້​​ເນື້ອ​ເຊື່​ອ​ໃຈ​ດ້ານ​ຍຸດ​ທະ​ສາດ ​ແລະ ສ້າງ​ສະພາບ​ແວດ​ລ້ອມທີ່​ເອື້ອອຳນວຍ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ການ​ຮ່ວມ​ມື ​​ເພື່ອ​ການພັດທະນາ​ໃນ​ພາກ​ພື້ນ ​ກໍ​ຄື ​ໃນ​ໂລກ. ສິ່ງ​ສໍາຄັນ​ທີ່​ສຸດ, ຄວາມ​ເປັນ​ແກນ​ກາງຂອງ​ອາຊຽນ ເປັນທີ່ຮັບຮູ້​ໃນໂຄງ​ສ້າງ​ພາກ​ພື້ນທີ່​ພວມ​​ຜັນ​ແປ ຊຶ່ງໂຄງສ້າງດັ່ງກ່າວໄດ້ຮັບການ​ເສີມ​ຂະຫຍາຍຈາກບັນດາ​ກົນ​ໄກທີ່​ອາຊຽນ​ເປັນ​ຜູ້​ລິ​ເລີ່​ມຂຶ້ນ.

 

ຜົນສຳ​ເລັດ​ອັນພົ້ນເດັ່ນທີ່ສຸດ ຂອງ ​ອາ​ຊຽນ ​ແມ່ນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ, ແລະ ສະຖຽນລະພາບ ​ຢູ່​ອາຊີຕາ​ເວັນ​ອອກສ່ຽງ​ໃຕ້ ​ຊຶ່ງ​ໄດ້​ກາຍ​ເປັນ​ເງື່ອນ​ໄຂ​ທີ່​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ພັດທະນາ​​​ເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກອາຊຽນ ແລະ ການເພີ່ມທະວີການຮ່ວມມືພາຍໃນ ອາຊຽນ ກໍຄື ການສົ່ງເສີມການຮ່ວມມື​ກັບ​ພາຍ​ນອກ ອັນໄດ້​ນໍາ​ໄປ​ສູ່​ການ​ສ້າງ​ຕັ້ງ​ເປັນປະຊາ​ຄົມ​ອາຊຽນ​ໃນ​ວັນ​ທີ 31 ທັນວາ 2015 ຊຶ່ງເປັນປະຊາຄົມທີ່ມີຮາກຖານອັນແໜ້ນແກ່ນສູ່ອະນາຄົດ.

ການເຕີບໃຫຍ່ຂະຫຍາຍຕົວຂອງອາຊຽນດັ່ງ​ກ່າວ ເຖິງວ່າຈະມີລັກສະນະຊ້າ, ແຕ່ກໍ່ມີຄວາມຫນັກແຫນ້ນ ແລະ ຕໍ່ເນື່ອງ ແລະ ທຸກປະເທດສະມາຊິກກ້າວໄປພ້ອມໆກັນ ໃນຈັງຫວະທີ່ທຸກປະເທດມີຄວາມສະບາຍໃຈ. ຜົນ​ສໍາ​ເລັດ ​ທີ່​ອາຊຽນ​ ຍາດ​ມາ​ໄດ້ໃນ​ໄລຍະ 5 ທົດ​ສະວັດທີ່ຜ່ານ​ມານີ້ ​ກໍແມ່ນຍ້ອນຫຼາຍໆປັດ​ໄຈ, ໜຶ່ງ​ໃນ​ນັ້ນ​ກໍ​ແມ່ນ ​ວີ​ຖີທາງອາຊຽນທີ່ອີງໃສ່​ລັກສະນະ​ສະ​ເພາະ ​ແລະ ຈຸດ​ພິ​ເສດ​ຂອງ​ພາກ​ພື້ນອາຊຽນ ທີ່ມີຄວາມຫຼາກຫຼາຍ, ອີງໃສ່ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ການ​ຍຶດໝັ້ນ​ໃນບັນດາ​ຫຼັກການ​ພື້ນຖານ​ຂອງ​ອາຊຽນດັ່ງ​ທີ່ລະບຸໃນ​ສົນ​ທິສັນຍາ​ໄມຕີ​ຈິດ ​ແລະ ການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້, ກົດ​ບັດ​ອາຊຽນ, ​ແລະ ​ເອກະສານອື່ນໆຂອງ​ອາຊຽນ.

 

ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງທັງຫຼາຍ​​!

 

​ໃນ​ທ່າມກາງ​ທີ່ສະພາບການຜັນແປທີ່ສັບສົນຂອງ​ພາກ​ພື້ນ ​ແລະ ຂອງໂລກ​ ​ໃນ​ປະຈຸ​ບັນ ທີ່ເຕັມໄປດ້ວຍຄວາມສ່ຽງນີ້, ອາຊຽນ ຈະ​ຕ້ອງໄດ້ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນສຳ​ເລັດ​ທີ່​ຍາດ​ມາ​ໄດ້, ເພີ່ມ​ທະວີການ​ເຊື່ອມ​ໂຍງ​ເສດຖະກິດ​ພາຍ​ໃນພາກ​ພື້ນອາຊຽນ ​ແລະ ​ກັບ​ພາຍ​ນອກ, ດຳ​ເນີນ​ນະ​ໂຍບາຍ​​ເປີດ​ກວ້າງ​ການຮ່ວມ​ມື​ກັບ​ພາຍ​ນອກ ໂດຍການຮັດແໜ້ນການພົວພັນກັບພາຍນອກ ແລະ ເສີມຂະຫຍາຍທ່ວງທ່າທີ່ດີໃນການພົວພັນກັບ ​ກັບ​ບັນດາຄູ່ເຈລະຈາຂອງອາຊຽນ ລວມທັງ ​ເສີມ​ຂະຫຍາຍ​​ການພົວພັນ ກັບ​ຄູ່​ຮ່ວມ​ມື​ພາຍ​ນອກອື່ນໆ​​ ໂດຍ​ນໍາ​ໃຊ້​ຮູບ​ແບບການ​ຮ່ວມ​ມື​ຕ່າງໆທີ່​​ແທດເໝາະ ແລະ ປັບຕົວໄດ້ຢ່າງຄ່ອງແຄ້ວ, ໜັກແໜ້ນ ແລະ ສະເໝີຕົ້ນສະເໝີປາຍ. ພ້ອມດຽວກັນນີ້, ອາຊຽນ ຍັງ​ຈະ​ສົ່ງເສີມ ບັນດາກົນ​ໄກ​ທີ່​ອາຊຽນສ້າງຕັ້ງຂຶ້ນໃຫ້ເຂັ້ມແຂງ ​ແລະ ສົ່ງເສີມຄວາມ​ເປັນ​ແກນ​ກາງ​ ​ແລະ ຄວາມ​ເປັນ​ເອກະພາບ ຂອງຕົນໃນ​ການ​​ພົວພັນ​ກັບພາຍ​ນອກ ແລະ ​​ໃນໂຄງ​ສ້າງ​ພາກ​ພື້ນ​ທີ່​ພວມ​ຜັນ​ແປ. ​ສໍາຄັນທີ່ສຸດ, ອາຊຽນ ຈະ​ສືບຕໍ່​ກ້າວ​ໄປ​​ໃນ​ຫຼັກການແຫ່ງຄວາມເປັນເຈົ້າການ, ຍຶດໝັ້ນໃນບັນດາຫຼັກການທີ່ໄດ້ກໍານົດໄວ້ໃນກົດບັດອາຊຽນ ທັງເປັນປະຊາຄົມທີ່ ສ້າງຄວາມເພິ່ງພໍໃຈ ແລະ ສະບາຍໃຈໃຫ້ແກ່ກັນ ແລະ ກັນ.

 

ທ່ານຍິງ ທ່ານຊາຍ ທີ່ຮັກແພງທັງຫຼາຍ​​!

 

ສປປ ລາວ ເຮົາ ມີ​ຄວາມພາກ​ພູມ​ໃຈເປັນຢ່າງຍິ່ງ ​ທີ່ເປັນ​ສ່ວນໜຶ່ງ​​ຂອງຄອບຄົວ​ອາຊຽນ. ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ອາຊຽນ​ ໄດ້ກາຍເປັນ​ເສົາ​ຄ້ຳໜຶ່ງທີ່​ສໍາຄັນ​ ໃນ​ນະ​ໂຍບາຍ​ການ​ຕ່າງ ປະ​ເທດ ຂອງ ສປປ ລາວ. ຕະຫຼອດ​​ໄລຍະ 20 ປີ ​ຜ່ານ​ມາ, ສປປ ລາວ ໄດ້ເຄື່ອນໄຫວວຽກງານອາຊຽນຢ່າງຕັ້ງຫນ້າ​ ໃນ​ທຸກ​ໆຂົງ​ເຂດ​ການ​ຮ່ວມ​ມື​ພາຍ​ໃຕ້ 3 ​ເສົາ​ຄໍ້າ​ປະຊາ​ຄົມ ອາຊຽນ, ລວມທັງ​ການ​ພົວພັນ​ກັບພາຍ​ນອກ​ຂອງ​ອາຊຽນ ​ແລະ ໄດ້​ປະຕິບັດພັນທະ​ຕ່າງໆຂອງ​ຕົນ ອັນໄດ້ນໍາຜົນປະໂຫຍດມາສູ່ປະ​ເທດ​ຊາດ ​ແລະ ປະຊາຊົນ​ລາວ. ອັນສໍາຄັນ ໃນ​ໄລຍະ​ຜ່ານ​ມາ, ສປປ ລາວ ກໍໄດ້ສໍາເລັດການເປັນປະທານອາຊຽນ 2 ຄັ້ງ ຄື ຄັ້ງທີ 1 ໃນປີ 2004-2005, ພາຍໃຕ້ຄໍາຂວັນ ເສີມສ້າງຄອບຄົວອາຊຽນ ໃຫ້ຫມັ້ນຄົງ ແລະ ຄ່ອງຕົວ ດ້ວຍຄວາມມະຫາສາມັກຄີ, ດ້ວຍການເຊື່ອມໂຍງດ້ານເສດຖະກິດ ແລະ ຄວາມກ້າວຫນ້າທາງສັງຄົມແລະ ຄັ້ງທີ 2 ໃນປີ 2016 ທີ່ຫາກໍສໍາເລັດລົງ, ພາຍໃຕ້ຄໍາຂວັນ ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ. ໃນການເປັນປະທານອາຊຽນ ຄັ້ງທີ 2 ນີ້ ພວກເຮົາໄດ້ສໍາເລັດການສ້າງເອກະສານຫລາຍສະບັບ ອັນເປັນພື້ນຖານສໍາລັບ ການຮ່ວມມືພາຍໃນອາຊຽນ ພາຍໃຕ້ 3 ເສົາຄໍ້າ ແລະ ການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ. ຜົນສໍາເລັດດັ່ງກ່າວໄດ້ສົ່ງເສີມຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໃຫ້ສູງເດັ່ນຂຶ້ນ.

 

ໂດຍ​ລວມ​ແລ້ວ, ການ​ເປັນ​ສະມາຊິກ​ອາ​ຊຽນ ຕະຫຼອດ​ໄລຍະສອງ​ທົດ​ສະ​ວັດ ຜ່ານ​ມາ​ ໄດ້​ນຳ​ຜົນ​ປະ​ໂຫຍ​ດ ມາສູ່ ສປປ ລາວ ຫຼາຍ​ດ້ານ​ເຊັ່ນ:

1.) ຖານະບົດບາດຂອງ ສປປ ລາວ ໃນ​ເວທີພາກພື້ນ ແລະ ສາກົນ ​ໄດ້​ສູງເດັ່ນຂຶ້ນ;

2.) ພວກ​​ເຮົາ ​ໄດ້ປະກອບສ່ວນສ້າງສະພາບແວດລ້ອມພາກພື້ນແຫ່ງສັນຕິພາບ ແລະ ສະຖຽນລະພາບ ທີ່ອຳນວຍ​​ໃຫ້​ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ພ້ອມທັງ ໄດ້ມີສ່ວນຮ່ວມ ອັນສຳຄັນ ໃນການກຳນົດຫຼັກການ ແລະ ສ້າງລະບຽບການອັນສຳຄັນຂອງອາຊຽນ;

3.) ຕະຫຼອດ 20 ປີ ແຫ່ງການເປັນສະມາຊິກອາຊຽນນີ້, ສປປ ລາວ ພວກເຮົາ ໄດ້ຮັບການສະໜັບສະໜູນຊ່ວຍເຫລືອຫລາຍດ້ານຈາກປະເທດສະມາຊິກອາຊຽນ, ຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກອື່ນໆ ​ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອສົ່ງເສີມ ແລະ ຊຸກຍູ້ຄວາມພະຍາຍາມ ຂອງ ສປປ ລາວ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ເຊັ່ນ: ອາຊຽນ ເປັນໜຶ່ງໃນປັດໄຈຊ່ວຍຊຸກຍູ້ ສປປ ລາວ ເຂົ້າອົງການການຄ້າໂລກ ​ໄດ້ສຳເລັດ;

4.) ພວກເຮົາ ໄດ້ກາຍເປັນສ່ວນຫນຶ່ງຂອງຕະຫລາດອາຊຽນ ທີ່ມີເສດຖະກິດໃຫຍ່ອັນດັບ 6 ຂອງໂລກ ຊຶ່ງ​ໄດ້ເປີດໂອກາດໃຫ້ແກ່ ສປປ ລາວ ສາມາດ​​ເຂົ້າເຖິງຕະຫຼາດສາກົນ ຫຼາຍຂຶ້ນ ​ໂດຍ​ຜ່ານ​ເຂດການຄ້າເສລີ ລະຫວ່າງ ອາຊຽນ ກັບແຕ່ລະຄູ່ເຈລະຈາ ແລະ ເຂດການຄ້າເສລີໃນຂອບການເປັນຄູ່ຮ່ວມເສດຖະກິດ​ແບບຮອບດ້ານລະດັບພາກພື້ນ (RCEP) ຊຶ່ງຄາດວ່າຈະສຳເລັດໃນໄວໆນີ້;

5.) ພວກ​ເຮົາ ​ໄດ້​ປັບປຸງ​ນິຕິ​ກຳ ​ແລະ ລະບຽບພາຍ​ໃນ​ຂອງ​ຕົນ ​ຊຶ່ງ​ໄດ້​​ອຳ​ນວຍຄວາມສະດວກ​ເຮັດໃຫ້ບໍລິ​ມາດການຄ້າ ​ແລະ ການລົງທຶນ ​ໃນ ສປປ ລາວ ​ເພີ່ມ​ຂຶ້ນ;

6.) ການ​ໄປມາຫາສູ່​ກັນ ຂ​ອງປະຊາ​ຊົນ ມີ​ຄວາມ​ສະດວກ​ຫຼາຍ​ຂຶ້ນ ​ເຮັດ​​ໃຫ້​ນັກ​ທ່ອງ​ທ່ຽວ ​ເຂົ້າມາ ສປປ ລາວ ​ເປັນ​ຈຳນວນ​ຫຼວງຫຼາຍ;

7.) ວັດທະນະທຳ-ຮີດຄອງ​ປະ​ເພນີ​ອັນ​ດີງາມທີ່ເປັນເອກະລັກຂອງ ລາວ ໄດ້ຮັບການສົ່ງເສີມ ແລະ ເປັນທີ່ຮັບຮູ້ຂອງວົງຄະນາຍາດສາກົນ; ແລະ

8.) ການເຂົ້າຮ່ວມວຽກງານອາຊຽນ ເປັນການສ້າງຊັບພະຍາກອນມະນຸດໃຫ້ມີຄວາມສາມາດ ໄດ້ມາດຕະຖານພາກພື້ນ ແລະ ສາກົນ ເທື່ອລະກ້າວ.

 

ຂ້າພະເຈົ້າ ຂໍຖືໂອກາດນີ້ສະແດງຄວາມຊົມເຊີຍ ມາຍັງບັນດາທ່ານ ກໍຄືບັນດາຂະແຫນງການ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການເຄື່ອນໄຫວວຽກງານອາຊຽນໃນໄລຍະຜ່ານມາ ລວມທັງ ສະແດງຄວາມຂອບໃຈ ມາຍັງພໍ່ແມ່ພີ່ນ້ອງປວງຊົນລາວ ທີ່ໄດ້ປະກອບສ່ວນຕໍ່ການເປັນເຈົ້າພາບຈັດກອງປະຊຸມອາຊຽນຕ່າງໆ ໂດຍສະເພາະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນເດືອນກັນຍາ 2016 ດ້ວຍຜົນສໍາເລັດຢ່າງຈົບງາມ.

 

ບັນດາທ່ານ, ບັນດາສະຫາຍ, ພໍ່ແມ່ພີ່ນ້ອງ ທີ່ຮັກແພງທັງຫຼາຍ!

 

ໃນການເປັນປະຊາຄົມອາຊຽນ ຊຶ່ງ ລາວເຮົາ ໄດ້ເປັນໜຶ່ງໃນສິບປະເທດນັ້ນ, ໃນຕໍ່ໜ້າ ພວກເຮົາ ຈະຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອເປັນສະມາຊິກທີ່ດີ, ມີຄວາມເຂັ້ມແຂງ ໄປຄຽງຄູ່ກັບປະເທດສະມາຊິກໃນປະຊາຄົມເຊັ່ນ:

1.) ສົ່ງເສີມຄວາມຮັບຮູ້ຂອງປະຊາຊົນ ກ່ຽວກັບ ປະຊາຄົມອາຊຽນ;

2.) ປັບປຸງກົນໄກການປະສານງານພາຍໃນຂອງພວກເຮົາ ລະຫວ່າງ ຂະແຫນງການດ້ວຍກັນ ແລະ ລະຫວ່າງ ສູນກາງ ກັບ ທ້ອງຖິ່ນໃຫ້ວ່ອງໄວ ແລະ ທັນການ;  

3.) ສົ່ງເສີມການຜະລິດເປັນສິນຄ້າ ແລະ ການບໍລິການທີ່ຕິດພັນກັບທ່າແຮງຂອງ ສປປ ລາວ ໃຫ້ສາມາດແຂ່ງຂັນໃນຕະຫລາດອາຊຽນ ແລະ ນອກອາຊຽນ ໂດຍສະເພາະໃນປະເທດຄູ່ເຈລະຈາ;

4.) ປັບປຸງນິຕິກຳແລະລະບຽບການຕ່າງໆສຳລັບການສ້າງຕັ້ງ ແລະດຳເນີນທຸລະກິດ ເພື່ອໃຫ້ພາກທຸລະກິດປັບປຸງຕົນເອງ ແລະເພີ່ມຄວາມສາມາດໃນການແຂ່ງຂັນໃຫ້ນັບມື້ນັບສູງຂຶ້ນ; ແລະ

5.) ສ້າງບຸກຄະລາກອນທັງສູນກາງ ແລະ ທ້ອງຖິ່ນທີ່ເຂົ້າຮ່ວມເຄື່ອນໄຫວການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ.

 

ພໍ່ແມ່ພີ່ນ້ອງ ທີ່ເຄົາລົບທັງຫຼາຍ!

 

ປີນີ້ພາຍ​ໃຕ້​ການ​ເປັນ​ປະທານ​ອາຊຽນ ຂອງ ຟິລິບ​ປິນ ໂດຍມີ​ຄໍາ​ຂວັນ ຮ່ວມ​ມື​ເພື່ອ​ການ​ປ່ຽນ​ແປງ, ຜູກ​ພັນ​ກັບ​ສາກົນ, ພວກ​ເຮົາ​ ຈະ​ຮ່ວມກັນ​ສະ​ເຫຼີມສະຫຼອງ​ຄົບຮອບ 50 ປີ ຂອງ​ອາຊຽນຢ່າງ​ມີ​ຄວາມໝາຍ ເພື່ອຢືນຢັນຢ່າງຫນັກແຫນ້ນວ່າ ອາຊຽນ ເປັນອົງການຈັດຕັ້ງພາກພື້ນ ລະຫວ່າງ ລັດຖະບານ ທີ່ມີບົດບາດສໍາຄັນ (relevance) ແລະ ມີ​ຜົນສໍາເລັດ ທີ່ຫລາຍພາກພື້ນ ແລະ ສາກົນ ຮັບຮູ້ ແລະ ອາຊຽນ ຈະສືບຕໍ່ກ້າວໄປຂ້າງໜ້າຢ່າງໜັກແໜ້ນ ໂດຍສືບ​ຕໍ່​ຮັດ​ແໜ້ນ​ປະຊາ​ຄົມ​ອາຊຽນ ​ດ້ວຍການຈັດ​ຕັ້ງ​ປະຕິບັດ​ວິ​ໄສ​ທັດ​ປະຊາ​ຄົມ​ອາຊຽນ 2025 ກໍ​ຄື ​ແຜນ​ແມ່​ບົດສາມ​ເສົາ​ຄໍ້າ​ປະຊາ​ຄົມອາຊຽນ, ແຜນແມ່ບົດ ວ່າດ້ວຍ ການເຊື່ອມຈອດອາຊຽນ 2025, ​ແລະ ແຜນງານສໍາລັບຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3 ຢ່າງ​ມີ​ປະສິດທິພາບ ​ເພື່ອ​ປະກອບ​ສ່ວນ​ເຂົ້າ​ໃນ ​ການ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

ສະນັ້ນ, ໃນໂອກາດ ອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍເຊີນຊວນ ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງ​​ ປວງຊົນລາວ ທັງຊາດ ຈົ່ງພ້ອມກັນສະເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ຢ່າງເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມທະນົງໃຈ.

 

ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາຜູ້ນໍາ ພັກ-ລັດ, ພະນັກງານ, ທະຫານ, ຕໍາຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປວງຊົນລາວ ທຸກຖ້ວນຫນ້າ ທັງຢູ່ ພາຍໃນ ແລະ ຕ່າງປະເທດ   ກໍຄື ຊາວຕ່າງປະເທດ ທີ່ເຮັດວຽກ ແລະ ດໍາລົງຊີວິດ ຢູ່ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກກາຍສະບາຍໃຈ, ປະສົບຜົນສໍາເລັດໃນຫນ້າທີ່ການງານທຸກປະການ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເຮົາ ກໍຄື ການຮັດແຫນ້ນປະຊາຄົມອາຊຽນ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

 

ຂໍ​ຂອບ​ໃຈ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485833
ມື້ນີ້132
ມື້ວານ206
ອາທິດນີ້869
ເດືອນນີ້5138